ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ

ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ - 24 - ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ
ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ - kitchen vibe - ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ
ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ - 24 - ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ

ຮຽບຮຽງໂດຍ: ລູກເມືອງພວນ

ນາຍທະຫານຂັ້ນສູງຂອງ ອີຣານ ຄົນໜຶ່ງໃຫ້ຮູ້ວ່າ: ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ ຈະຊ່ວຍໃຫ້ທະຫານຂອງຕົນມີພະລັງແຮງເພີ່ມຂຶ້ນ, ຖ້າຫາກສົງຄາມເກີດຂຶ້ນຈິງ.

ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ - Visit Laos Visit SALANA BOUTIQUE HOTEL - ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ

ມື້ວານນີ້, ວັນທີ 10 ກໍລະກົດ, ອີງຕາມ Sputnik, Mohammad Pakpour, ນາຍທະຫານຂອງກຳລັງປ້ອງກັນປະຕິວັດ ມຸດສະລີມຂອງອີຣານ (IRGC), ໃຫ້ຮູ້ວ່າ: ທະຫານຂອງ ອີຣານ ໄດ້ພັດທະນາ ແລະ ນຳໃຊ້ “ ທິດສະດີບຸກໂຈມຕີ ແບບໃໝ່ ”

ທິດສະດີດັ່ງກ່າວນີ້, ເຄີຍໄດ້ນຳໃຊ້ເຂົ້າໃນການຊ້ອມຮົບໃນລະຫ່ວາງ ເດືອນ ທັນວາ 2018 ມາແລ້ວ.

ທ່ານ Pakpour ເວົ້າວ່າ: “ ລູກສອນໄຟ ແລະ ຍົນບໍ່ມີຄົນຂັບທີ່ຂຶ້້ນກັບກອງທັບອາກາດ IRGC ມີຄວາມເຂັ້ມແຂງທົບຫຼາຍເທົ່າ ຖ້າທຽບໃສ້ໃນເມື່ອກ່ອນ. ຖ້າຫາກໄດ້ສົມທົບກັບຍຸດທະວິທີແບບໃໝ່ນີ້, ທະຫານ ອີຣານ ຈະບໍ່ແຕກຕ່າງຫຍັງກັບ “ເສືອຕິດປີກ” ”

ນາຍທະຫານຄົນໜຶ່ງຂອງ IRGC ໃຫ້ຮູ້ຕື່ມອີກວ່າ: ພ້ອມໆກັບທິດສະດີແບບໃໝ່ນີ້, ເຕເຮຣານ  ອາດຈະປັບປຸງຫຼັກສູດກໍ່ສ້າງ ແລະ ອຸປະກອນສູ້ຮົບຂອງຕົນໄປພ້ອມ.

ການປະກາດຂອງ ທ່ານ Pakpour, ຖືກເຜີຍແຜ່ອອກໄປໃນທ່າມກາງບັນຍາກາດຄວາມເຄັ່ງຕຶງລະຫ່ວາງສະຫະລັດອາເມລິກາ ແລະ ອີຣານເພີ່ມຂຶ້ນສູ່ລະດັບສູງ. ສະຫະລັດອາເມລິກາໄດ້ຈັດສົ່ງອາວຸດທີ່ທັນສະໄໝເຊັ່ນ: ກຳປັ່ນເດີ່ນຍົນ, ກຳປັ່ນສູ້ຮົບ, ຍົນຖິ້ມລະເບີດ ແລະ ນາຍທະຫານຫຼາຍພັນຄົນເຂົ້າມາໃນອ່າວເປີເຊຍເພື່ອປ້ອງກັນອັນທີ່ ວໍຊິງຕັນເອີ້ນວ່າ: “ ໄພຂົ່ມຂູ່ທີ່ລຶກລັບ ” ຈາກ ເຕເຮຣານ.

ວັນທີ 17 ມິຖຸນາຜ່ານມານີ້, ອີຣານ ໃຫ້ຮູ້ວ່າ: ໄດ້ຍິງເຮືອບິນບໍ່ມີຄົນຂັບ(UAV)ຂອງສະຫະລັດອາເມລິກາຕົກ ດ້ວຍເຫດຜົນທີ່ວ່າ ລ່ວງລະເມີດເຂດນ່ານຟ້າຂອງຕາເວັນອອກກາງ, ແຕ່ ວໍຊິງຕັນເວົ້າວ່າ: UAV ລຳດັ່ງກ່າວບິນຢູ່ເທິງນ່ານຟ້າຂອງສາກົນ. ອາເມລິກາພ້ອມທີ່ຈະຖິ້ມລະເບີດເພື່ອແກ້ແຄ້ນຄືນ. ປະທານາທິບໍດີ ທຣຳ ໄດ້ປະກາດຢຸດຕິແຜນການດັ່ງກ່າວ ພາຍຫຼັງໄດ້ຮັບລາຍງານການເສຍຫາຍ. ວັນທີ 8 ກໍລະກົດນີ້, ອີຣານໄດ້ປະກາດ ເພີ່ມຄວາມເຂັ້ມຂຸ້ນທາດ ອູຣານີອອມຂຶ້ນເກີນຂີດກຳນົດໃຫ້ ຕາມການຕົກລົງໃນປີ 2015 ລະຫ່ວາງ ເຕເຮຣານ ກັບ 6 ຊາດມະຫາອຳນາດ. ເພື່ອເປັນການຕອບໂຕ້ຄືນ, ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດອາເມລິກາປະກາດວ່າ: ອີຣານ ຈະຕ້ອງໄດ້ຮັບກຳໃນການລົງໂທດ ແລະ ຈະຖືກໂດດດ່ຽວ. ທ່ານ ທຣຳ ເວົ້າວ່າ: “ທາງທີ່ດີທີ່ສຸດ ອີຣານຄວນລະມັດລະວັງ” .

ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ - 3 - ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ
ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ - 4 - ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ
ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ - 5 - ທິດສະດີໃໝ່ໃນການສູ້ຮົບຂອງ ອີຣານ