ວຽກງານຄຸ້ມຄອງປ່າໄມ້ມີຄວາມຄືບໜ້າດີ

- DSC 3897 - ວຽກງານຄຸ້ມຄອງປ່າໄມ້ມີຄວາມຄືບໜ້າດີ
- kitchen vibe - ວຽກງານຄຸ້ມຄອງປ່າໄມ້ມີຄວາມຄືບໜ້າດີ

 

- DSC 3897 - ວຽກງານຄຸ້ມຄອງປ່າໄມ້ມີຄວາມຄືບໜ້າດີ
  ກົມປ່າໄມ້ກະຊວງກະສິກໍາ-ປ່າໄມ້ ແລະ ອົງການໄຈກາປະເທດຍີປຸ່ນ, ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດໂຄງການສະໜັບສະໜູນວຽກງານຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ເຣດ+3 (REDD) ໃນໄລຍະທີ I ແຕ່ປີ 2015-2017, ໂດຍການເປັນປະທານຂອງທ່ານຮອງຫົວໜ້າກົມແຜນການ ແລະ ການຮ່ວມມືກົມປ່າໄມ້.

- Visit Laos Visit SALANA BOUTIQUE HOTEL - ວຽກງານຄຸ້ມຄອງປ່າໄມ້ມີຄວາມຄືບໜ້າດີ

ກອງປະຊຸມໄດ້ມີການລາຍງານຄືບຄວາມໜ້າການຈັດຕັ້ງປະຕິບັດໂຄງການໃນໄລຍະດັ່ງກ່າວ, ເຊິ່ງເຫັນວ່າມີຄວາມຄືບໜ້າ ແລະ ໄດ້ຮັບຜົນເປັນຢ່າງດີຄື: ວຽກງານຍົກລະດັບຂີດຄວາມສາມາດກ່ຽວກັບນະໂຍບາຍດ້ານການພັດທະນາຂັ້ນສູນກາງ, ການເພີ່ມທະວີຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ປະສານງານກັບຂະແໜງການກ່ຽວຂ້ອງຕ່າງໆດີຂຶ້ນ, ຊ່ວຍຫລຸດຜ່ອນ ແລະ ການກໍາຈັດການປ່ອຍອາຍພິດ, ການປະຕິບັດຕົວຈິງໃນຂອບເຂດໂຄງການມີການຫັນປ່ຽນດີຂຶ້ນ, ໂດຍສະເພາະການສໍາຫລວດ ແລະ ການກໍານົດບັນດາສາເຫດທີ່ທໍາລາຍປ່າໄມ້ ແລະ ພາໃຫ້ປ່າໄມ້ເຊື່ອມໂຊມ ເພື່ອກໍານົດມາດຕະການສະກັດກັ້ນ ແລະ ແກ້ໄຂ.

ນອກຈາກນີ້, ກອງປະຊຸມຍັງໄດ້ສະເໜີແຜນວຽກໄລຍະທີ II ແຕ່ປີ 2018-2020, ເພື່ອແນໃສ່ຄົ້ນຄວ້າຊ່ອງທາງຄວາມເປັນໄປໄດ້ໃນການປະສານສົມທົບ ຫລື ຮ່ວມມືກັບໂຄງການອື່ນໆ ເພື່ອປະກອບສ່ວນເຂົ້າໃນການວຽກງານຄຸ້ມຄອງປ່າໄມ້ແບບຍືນຍົງໃຫ້ມີປະສິດທິຜົນດີຂຶ້ນຕື່ມອີກ.

 

- 4 - ວຽກງານຄຸ້ມຄອງປ່າໄມ້ມີຄວາມຄືບໜ້າດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!