ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ

ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ - 011706 2019 - ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ
ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ - kitchen vibe - ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ

     ນົມ ນອກຈາກຈະມີທາດການຊຽມຊ່ວຍເສີມສ້າງກະດູກ ແລະ ແຂ້ວໃຫ້ແຂງແຮງແລ້ວ ຍັງສາມາດຊ່ວຍໃຫ້ຜົວເມຍທີ່ຢາກ ໄດ້ລູກແຝດມີໂອກາດແບບບໍ່ຕ້ອງຫວັງເພິ່ງໂຊກເພິ່ງດວງໄດ້.

     ໂດຍໃນວັນທີ 21 ພຶດສະພາ ປີຜ່ານມາ ຜົນງານວິໄຈຂອງ ດຣ. ແກຣີ ສະໄຕແມນ ປະຈຳສູນການແພດຊາວຍິວຂອງອຽກລັງ, ນິວຢອກ, ສະຫະລັດອາເມລິກາ ໄດ້ຖືກຕີພິມລົງໃນວາລະສານການແພດດ້ານການສືບພັນວ່າ : ແມ່ຍິງທີ່ດື່ມນົມຫລາຍກ່ວາປົກກະຕິ 5 ເທົ່າ ມີໂອກາດທີ່ຈະມີລູກແຝດໄດ້ຫລາຍກ່ວາແມ່ຍິງທີ່ບໍ່ໄດ້ບໍລິໂພກອາຫານປະເພດຊີ້ນເລີຍ.

     ນອກຈາກນີ້ ຜົນການວິໄຈຂອງ ດຣ. ແກຣີ ຍັງສັນນິຖານວ່າ ໂປຣຕິນທີ່ພົບໃນຕັບຂອງສັດເປັນປັດໄຈຂອງການມີລູກແຝດນຳ  ເນື່ອງຈາກໂປຣຕິນນີ້ມີອົງປະກອບການເຕີບໃຫຍ່ຄ້າຍຄືອິນຊູລິນ ເອີ້ນວ່າໄອຈີເອຟ ເຊິ່ງພົບໃນນົມງົວ ແລະ ຜະລິດຕະພັນຂອງສັດອື່ນໆ.

     ໂປຣຕິນນີ້ຊ່ວຍເພີ່ມຈຳນວນໄຂ່ ສຳລັບແມ່ຍິງແລ້ວ ໂປຣຕິນນີ້ຈະຊ່ວຍໃຫ້ຮັງໄຂ່ມີປະຕິກິລິຍາໄວຂຶ້ນ ແລະ ເພີ່ມຈຳນວນໄຂ່ ຫລາຍຂຶ້ນ ຍິ່ງໄອຈີເອຟມີລະດັບສູງຍິ່ງພັດທະນາໂອກາດການຢູ່ລອດຂອງໂຕອ່ອນໃນໄລຍະເລີ່ມຕົ້ນຂອງການພັດທະນາ ທັງນີ້ຈຳນວນເດັກແຝດໃນໂລກເພີ່ມຂຶ້ນໃນໄລຍະ 30 ປີທີ່ຜ່ານມາເຖິງ 50% ແຕ່ຖ້າຈະໃຫ້ດີຄວນເຂົ້າຮັບຄຳປຶກສາຈາກແພດຈະດີທີ່ສຸດ ແຕ່ແນວໃດບໍ່ວ່າທ່ານຈະໄດ້ລູກຜູ້ຊາຍ ຫລື ຜູ້ຍິງ ຫລື ລູກແຝດ ທ່ານກໍຮັກລູກໆຂອງທ່ານຢູ່ແລ້ວແມ່ນບໍ່ ?

ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ - 4 - ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ
ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ - 5 - ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ
ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ - 3 - ດື່ມນົມເພີ່ມໂອກາດໃຫ້ໄດ້ລູກແຝດ