ອີຊູຊຸ ລາວບລິການ ຈັດຄາລາວານມອບເຄື່ອງ ແລະ ອຸປະກອນຕ່າງໆຊ່ວຍເຫລືອໂຮງຮຽນ
ວັນທີ 13 ກໍລະກົດນີ້ ບໍລິ ສັດ ອີຊູຊຸ ລາວບໍລິການໄດ້ຈັດຄາລາວານລົດອີຊູຊຸ ຮ່ວມກັບລູກຄ້າຈໍານວນ 33 ຄັນ ເພື່ອນຳເອົາອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ຕ່າງໆໃນໂຮງຮຽນໄປມອບໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງປະທານ ແລະ ອຳນວຍການບໍລະສັດ ອີຊູຊຸ ລາວບລິການ, ປະທານອົງການກາແດງລາວ, ລູກຄ້າ ອີຊູຊຸ, ເຈົ້າເມືອງທຸລະຄົມ ເຊິ່ງເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າຜູ້ໃຊ້ລົດອີຊູຊຸ ແລະ ຊາວບ້ານເກິນກາງໄດ້ເປັນຢ່າງດີ.
ການເດີນທາງຂອງຄາລາວານເລີ່ມຕົ້ນຢູ່ທີ່ບ້ານນາເລົ່າ ເມືອງສີໂຄດຕະບອງ ຫາທາງແບ່ງໂພນໂຮງຜ່ານໄປເມືອງທຸລະຄົມ ເຊິ່ງຕະຫລອດໄລຍະການເດີນທາງ ລູກຄ້າຜູ້ເຂົ້າຮ່ວມຍັງໄດ້ຫລິ້ນກິດຈະກຳແບບມີສ່ວນຮ່ວມເປັນຄອບຄົວ, ກິດຈະກຳຕອບຄຳຖາມ ເພື່ອເຮັດໃຫ້ທຸກຄົນທີ່ເຂົ້າຮ່ວມຂະບວນການໄດ້ສ້າງຄວາມຮັກແພງ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຜູ້ທີ່ສາມາດເກັບຄະແນນໄດ້ສູງສຸດແມ່ນໄດ້ຮັບລາງວັນປ່ຽນຖ່າຍນ້ຳມັນເຄື່ອງຟຣີ 3 ຄັ້ງ, ອັນດັບທີສອງ ຟຣີ 2 ຄັ້ງ ແລະ ອັນດັບທີ 3 ຟຣີ 1 ຄັ້ງ.
ທ່ານ ວິລະໄຊຄຳ ພິລະ ພັນເດຊ ປະທານ ແລະ ອຳນວຍການ ບໍລິສັດ ອີຊູຊຸ ລາວບໍລິການໃຫ້ຮູ້ວ່າ: ການຈັດຄາລາວານມອບເຄື່ອງຊ່ວຍເຫລືອແກ່ໂຮງຮຽນ ເທື່ອນີ້ໄດ້ຈັດຂຶ້ນເປັນປີທີສອງແລ້ວ ໂດຍການຮ່ວມມືຈາກລູກຄ້າ ເຊິ່ງປະກອບມີອຸປະກອນການຮຽນ-ການສອນ ແລະ ເຄື່ອງໃຊ້ໃນໂຮງຮຽນເຊັ່ນ: ຕູ້ໃສ່ປຶ້ມ, ສີທາ, ພັດລົມ, ໝາກບານ, ໂກນບານ, ປຶ້ມແບບຮຽນ ແລະ ອຸປະກອນອື່ນໆອີກ ລວມ ເປັນມູນຄ່າ 17,7 ລ້ານກວ່າກີບ, ເງິນທັງໝົດນີ້ແມ່ນໄດ້ມາຈາກການຂາຍລົດ ເຊິ່ງທຸກໆຄັນທີ່ຂາຍໄດ້ເຮົາຈະບໍລິຈາກ 1 ແສນກີບຕໍ່ຄັນ, ພ້ອມດຽວກັນລົດທຸກໆຄັນທີ່ເຂົ້າມາໃຊ້ບໍລິການສ້ອມແປງ ຫລື ປ່ຽນຖ່າຍນ້ຳມັນເຄື່ອງໃນມູນຄ່າ 5 ແສນກີບຂຶ້ນໄປແມ່ນບໍລິຈາກໃສ່ຕູ້ 5 ພັນກີບ ແລະ ນອກຈາກນີ້ແລ້ວຍັງມີລູກຄ້າໃຈດີທີ່ນຳເງິນສົດມາຮ່ວມກິດຈະກຳນຳອີກດ້ວຍ.
ກິດຈະກຳດັ່ງກ່າວນີ້ຖືວ່າ ເປັນກິດຈະກຳໃຫຍ່ປະຈຳປີຂອງບໍລິສັດ ອີຊູຊຸ ລາວບໍລິການສ້າງຂຶ້ນໃຫ້ເປັນກິດຈະກຳເພື່ອການກຸສົນປະກອບສ່ວນເຂົ້າໃນວຽກງານຊ່ວຍເຫລືອສັງຄົມ.
ລູກຄ້າທີ່ໄດ້ຮ່ວມກິດຈະ ກຳຄັ້ງນີ້ມີຄວາມພາກພູມໃຈ ແລະ ໄດ້ມີຄຳເຫັນຕໍ່ກິດຈະກຳທີ່ຕ່າງກັນໄປເຊັ່ນ: ເປັນປະສົບການທີ່ດີ, ໄດ້ສ້າງຄວາມມ່ວນຊື່ນ, ມີສະຕິລະມັດລະວັງ ແລະ ຮູ້ຈັດການກຳນົດເປົ້າໝາຍຂອງການຂັບຂີ່ຫລາຍຂຶ້ນ, ອີ່ມອົກ ອີ່ມໃຈ, ນອກຈາກໄດ້ລົດດີ ແລ້ວ ຍັງໄດ້ປະກອບສ່ວນເຂົ້າໃນການກຸສົນຊ່ວຍເຫລືອສັງຄົມ ແລະ ອື່ນໆ.
ທ່ານ ປະທານ ແລະ ອຳນວຍການບໍລິສັດດັ່ງກ່າວໄດ້ເວົ້າວ່າ: ກິດຈະກຳນີ້ອາດຈະເປັນກິດຈະກຳເລັກໆນ້ອຍໆຖ້າທຽບໃສ່ໂຄງການໃຫຍ່ໆ ແຕ່ທີມງານທັງໝົດກໍໄດ້ທຸ່ມເທກຳລັງກາຍກຳລັງໃຈເພື່ອເຮັດໃຫ້ກິດຈະກຳນີ້ເປັນໜຶ່ງໃນການປະກອບສ່ວນຊ່ວຍເຫລືອສັງຄົມ, ປະກອບສ່ວນເຂົ້າໃນສ້າງສາພັດທະນາປະເທດ ແລະ ກິດຈະກຳຄັ້ງນີ້ ຈະກາຍເປັນແບບຢ່າງໃຫ້ຫລາຍພາກສ່ວນ ແລະ ເປັນບົດຮຽນອັນດີເພື່ອຕໍ່ຍອດໃຫ້ທາງບໍລິສັດໄດ້ນຳໄປສ້າງກິດຈະກຳໃນຄັ້ງຕໍ່ໄປ.
ນອກຈາກນີ້ ບໍລິສັດຍັງ ຈະແຈກໂຊກຄັ້ງໃຫຍ່ 99 ລາງວັນໃນທ້າຍປີ, ເຊິ່ງປະກອບມີລາງວັນທີ 1 ຄຳໜັກ 19 ບາດ, ລາງວັນທີ 2 ຄຳ ໜັກ 1 ບາດມີ 9 ລາງວັນ, ລົດຈັກ 9 ລາງວັນ ແລະ ລາງວັນອື່ນໆອີກເປັນຈຳນວນຫລວງຫລາຍ.
ບໍລິສັດ ອີຊູຊຸລາວ ບໍ ລິການ ຕັ້ງຢູ່ເສັ້ນທາງເລກທີ 13 ເໜືອ ບ້ານນາເລົ່າ ເມືອງ ສີໂຄດຕະບອງ ນະຄອນ ຫລວງວຽງຈັນ, ທ່ານສາ ມາດສອບຖາມໄດ້ທີ່ເບີ (856 21)613 141-3 ຫລື ເຟສບຸກເພຈ Isuzu lao services ໄດ້ທຸກເວລາ.