ຮອດປີ 2030 ສ້າງນະຄອນຫລວງໃຫ້ເປັນເມືອງທັນສະໄໝ, ຮັ່ງມີ ແລະ ສີວິໄລ


ໃນກອງປະຊຸມຄົບຄະນະບໍລິຫານງານພັກນະຄອນຫລວງວຽງຈັນຄັ້ງທີ 18 ສະໄໝທີ VI ໄດ້ຈັດຂຶ້ນເມື່ອມໍ່ໆມານີ້, ເພື່ອປືກສາຫາລືການຜັນຂະຫຍາຍມະຕິຂອງສູນກາງພັກວ່າດ້ວຍການພັດທະນານະຄອນຫລວງວຽງຈັນໃຫ້ກາຍເປັນຕົວເມືອງຫລວງທີ່ທັນສະໄໝ, ຮັ່ງມີ ແລະ ສີວິໄລ ໃນປີ 2030, ຊຶ່ງໄດ້ກໍານົດທິດພັດທະນາດັ່ງນີ້: (1) ສາມາດຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ, ລະບົບການບໍລິຫານການປົກຄອງ, ການຄຸ້ມຄອງເສດຖະກິດ-ສັງຄົມ, ວັດທະນະທໍາ ແລະ ນໍາໃຊ້ລະບົບຂໍ້ມູນຂ່າວສານ (ICT) ຢ່າງແຜ່ຜາຍ (E-goverment).
(2) ດ້ານເສດຖະກິດ: ຮອດປີ 2030 ໃຫ້ປະຊາຊົນສ່ວນໃຫຍ່ດໍາລົງຊີວິດດ້ວຍຄວາມຜາສຸກ, ຢູ່ດີກິນດີ, ມີລາຍຮັບໂດຍສະເລ່ຍ 15-18 ພັນໂດລາສະຫະລັດຕໍ່ຄົນຕໍ່ປີ, ບູລະນະກົນໄກເສດຖະກິດເອກະເທດ, ເອກະຊົນ ເຂົ້າສູ່ລະບົບຮ່ວມມືສ້າງເປັນກຸ່ມບໍລິສັດ, ບໍລິສັດຈໍາກັດ, ບໍລິສັດມະຫາຊົນ ເພື່ອສາມາດແຂ່ງຂັນກັບບໍລິສັດຕ່າງປະເທດ ແລະ ໄປຖືກທິດສູ່ສັງຄົມນິຍົມ. (3) ດ້ານວັດທະນະທໍາ-ສັງຄົມ: ຮັກສາ ແລະ ເຊີດຊູບົດບາດນະຄອນຫລວງວຽງຈັນໃຫ້ເປັນໃຈກາງທາງດ້ານວັດທະນະທໍາຂອງຊາດ, ເປັນສູນລວມຈິດໃຈ ແລະ ອະລິຍະທໍາ ຂອງຊາດລາວ, ສ້າງເງື່ອນໄຂໃຫ້ຄົນໃນສັງຄົມໄດ້ຮຽນຮູ້ ແລະ ຝຶກຝົນທາງດ້ານຄຸນສົມບັດສິນທໍາປະຕິວັດ ແລະ ອະລິຍະທໍາ, ມີຊີວະທັດ ແລະ ໂລກາທັດທີ່ກ້າວໜ້າ, ພົນລະເມືອງສ່ວນໃຫຍ່ມີວຽກເຮັດງານທໍາ ແລະ ສາມາດເຂົ້າເຖິງລະບົບສະຫວັດດີການສັງຄົມ. (4) ດ້ານການສຶກສາ ແລະ ວິທະຍາສາດ: ຮັກສາ ແລະ ຢຶດໝັ້ນຖານະເປັນໃຈກາງທາງດ້ານການສຶກສາ, ວິທະຍາສາດ-ເຕັກໂນໂລຊີ ແລະ ຫັນສູ່ຄວາມເປັນທັນສະໄໝ ແລະ ເສດຖະກິດພູມປັນຍາ, ສ້າງພົນລະເມືອງໃນເກນອາຍຸຮຽນໄດ້ມີລະບົບການສຶກສາຈົບມັດທະຍົມຕອນປາຍ, ສາມາດຕອບສະໜອງຍຸດທະສາດການພັດທະນະເສດຖະກິດ-ສັງຄົມ.
(5) ດ້ານສິ່ງແວດລ້ອມ: ສ້າງເຂດເທສະບານນະຄອນຫລວງວຽງຈັນ ໃຫ້ເປັນ ຕົວແບບຂອງເມືອງອັດສະລິຍະ, ທັງປົກປັກຮັກສາສິ່ງແວດລ້ອມ, ທໍາມະຊາດ ແລະ ສັງຄົມຢ່າງກົມກຽວ, ມີພື້ນທີ່ສີຂຽວ, ອາກາດສົດໃສ ແລະ ຮັກສາໃຫ້ກາຍເປັນເມືອງນິເວດ, ພັດທະນາຄອງນໍ້າວຽງຈັນ ຕາມແຜນຜັງຢ່າງເຂັ້ມງວດ ແລະ ໃຫ້ຄົງຢູ່ຢ່າງຢືນຍາວ ແລະ (6) ດ້ານການພົວພັນຮ່ວມມືກັບສາກົນ: ເສີມຂະຫຍາຍຄຸນປະໂຫຍດທາງດ້ານທີ່ຕັ້ງພູມສາດ ທີ່ເປັນໃຈກາງຂອງການພົວພັນຮ່ວມມືເຊື່ອມໂຍງກັບສາກົນ ແລະ ອະນຸພາກພື້ນທີ່ມີມາແລ້ວໃຫ້ໄດ້ໃນລະດັບສູງ.