ຄົນລາວຍັງຂາດນໍ້າ (ສະອາດ)!


ໂດຍ: ມຶກບໍ່ແຫ້ງ
ຫຼາຍຄົນອາດຄິດຕ່າງ ເມື່ອເຫັນຫົວຂໍ້ບົດນີ້ ວ່າເປັນໄປໄດ້ແນວໃດ ປະເທດລາວຍັງມີຫ້ວຍ ຮ່ອງ ໜອງ ບຶງ ແມ່ນໍ້າລຳເຊ ຢ່າງຫຼວງຫຼາຍ ມີນໍ້າບໍ່ອຶດບໍ່ຢາກ ແຕ່ ນໍ້າທີ່ຜູ້ຂຽນຈະເວົ້າຮອດນີ້ ແມ່ນນໍ້າສະອາດ.
ຕາມການລາຍງານຂອງ ກົມນໍ້າປະປາ ກະຊວງໂຍທາ ທິການ ແລະຂົນສົ່ງ ເມື່ອມໍ່ໆ ມານີ້ ໃຫ້ຮູ້ວ່າ ຄົນລາວ ທີ່ມີ ປະມານ 6.7 ລ້ານ ທົ່ວປະເທດ ໃນປັດຈຸບັນນີ້ ມີພຽງ 25% ເທົ່ານັ້ນ ທີ່ສາມາດເຂົ້າເຖິງນໍ້າປະປາ ທີ່ສະອາດ ແລະປອດໄພ ເຊິ່ງເປັນ ຈຳນວນ ສ່ວນຮ້ອຍທີ່ຍັງຕໍ່າ.
ພວກເຮົາຍັງຈື່ໄດ້ດີ ເມື່ອວັນທີ 22 ມີນາຜ່ານມາ ທົ່ວໂລກ ໄດ້ພາກັນ ສະເຫຼີມສະຫຼອງ ວັນນໍ້າ ສາກົນ ແຕ່ເປັນຕາສັງເກດ ຢູ່ບ່ອນຄຳຂວັນ ຂອງເພິ່ນທີ່ວ່າ “ບໍ່ປ່ອຍປະຜູ້ໃດໄວ້ຂ້າງຫຼັງ” ຍ້ອນວ່າ ໃນຈຳນວນປະຊາກອນ ທົ່ວໂລກ 7.7 ຕື້ຄົນໃນປັດຈຸບັນ ມີຮອດ 2.1 ຕື້ຄົນ ຍັງບໍ່ມີນໍ້າໃຊ້ ທີ່ສະອາດ ແລະປອດໄພ ໃນນັ້ນ ລວມເອົາ ຄົນລາວ ຈຳນວນໜຶ່ງ.
ເນື່ອງຈາກເຫດຜົນ ທີ່ຍັງມີຄົນຈຳນວນຫຼວງຫຼາຍ ທີ່ຍັງບໍ່ສາມາດເຂົ້າເຖິງນໍ້າສະອາດຄືດັ່ງກ່າວ ມັນຈຳເປັນຕ້ອງ ຄຳນຶງເຖິງ ຜູ້ທີ່ຍັງດ້ອຍໂອກາດ ທີ່ຂາດນໍ້າທີ່ສະອາດ ແລະປອດໄພ ເພື່ອຮັບປະກັນການພັດທະນາ ທີ່ຍືນຍົງ ແລະ ເທົ່າທຽມ.
ຄວາມຈິງແລ້ວນໍ້າ ສະອາດ ແລະປອດໄພ ຖືເປັນສິດພື້ນຖານທີ່ທຸກຄົນພາຍໃນຊາດ ຄວນໄດ້ຮັບ ເພາະເປັນ ຄວາມຕ້ອງການ ທີ່ສຳຄັນ ແລະ ເປັນປັດໄຈ ພື້ນຖານທີ່ສຸດສຳລັບມະນຸດທຸກຄົນ, ພວກເຮົາ ບໍ່ອາດເອື້ອບ ອ່າວຫາ ຄວາມຈະເລີນ ຮຸ່ງເຮືອງອັນອື່ນ ຖ້າຫາກຄົນພາຍໃນຊາດ ຫຼາຍກວ່າ 50% ຍັງບໍ່ສາມາດ ຊົມໃຊ້ນໍ້າ ທີ່ສະອາດ ແລະປອດໄພ.
ພ້ອມນັ້ນ ກົມນໍ້າສະອາດ ແລະ ສຸຂະອະນາໄມ ຂອງ ກະຊວງສາທາລະນະສຸກ ຂອງສປປລາວ ເພິ່ນໄດ້ເປີດເຜີຍວ່າ ໃນປັດຈຸບັນຄົນລາວ 2.4 ລ້ານຄົນ ຍັງຖ່າຍຊະຊາຍ ແລະ ຂາດສຸຂະອະນາໄມ ເຊິ່ງ ສິ່ງດັ່ງກ່າວ ຍັງກ່ຽວຂ້ອງ ກັບ ນໍ້າສະອາດ ຢູ່ບ່ອນວ່າ ຍັງມີຄົນລາວ ຈຳນວນຫຼວງຫຼາຍ ທີ່ອາໄສ ຫ້ວຍຮ່ອງ, ແມ່ນໍ້າລຳເຊ ເປັນບ່ອນ ສະໜອງນໍ້າດຶ່ມນໍ້າໃຊ້ ແຕ່ຖ້າ ການຖ່າຍຊະຊາຍ ຍັງມີຢູ່ນັ້ນ ກໍຈະເຮັດໃຫ້ ແຫຼ່ງນໍ້າດັ່ງກ່າວ ເປີະເປື້ອນ ເກີດພະຍາດ ອະຫິວາ ແລະພະຍາດອື່ນໆໄດ້.
ເຂົ້າໃຈວ່າ ໄລຍະຜ່ານມາ ແລະ ໃນປັດຈຸບັນ ລັດຖະບານເຮົາ ກໍໄດ້ພະຍາຍາມ ໃນການສະໜອງນໍ້າສະອາດ ໃຫ້ແກ່ປະຊາຊົນ ໂດຍສະເພາະ ເຂດຊົນນະບົດ ຫ່າງໄກ ຊອກຫຼີກ ການສ້າງນໍ້າລິນ ແມ່ນໜຶ່ງໃນບູລິມະສິດ ທີ່ສຳຄັນ ແຕ່ເຖິງປານນັ້ນ ຍັງມີຄົນລາວ ໂດຍສະເພາະ ຢູ່ເຂດຊົນນະບົດ ເປັນນວນຫຼວງຫຼາຍ ທີ່ຍັງຂາດນໍ້າໃຊ້ ນໍ້າກິນ ທີ່ສະອາດ ແລະ ປອດໄພ.
ຈາກບັນຫາດັ່ງກ່າວ, ເຮັດໃຫ້ ປະຊາຊົນຈຳນວນຫຼວງຫຼາຍ ເຈັບປ່ວຍ ຍ້ອນກິນນໍ້າບໍ່ສະອາດ ເຊິ່ງເປັນການ ຖ່ວງດຶງການພັດທະນາເຮົາບໍ່ໜ້ອຍ, ເພາະສະນັ້ນ ການລົງທຶນໃສ່ ເຂົ້າໃນຂະແໜງການດັ່ງກ່າວ ຈຶ່ງເປັນສິ່ງຈຳເປັນ ແລະເຄັ່ງຮ້ອນ ເພື່ອກຽມພ້ອມ ໃນການຫຼຸດພົ້ນ ຈາກປະເທດທີ່ດອຍພັດທະນາ ຂອງ ສປປລາວ ຢ່າງສົມບູນ ໃນໄວໆນີ້.