ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ

ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ - 33 19 - ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ
ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ - kitchen vibe - ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ

ໃນວັນທີ 25 ກໍລະກົດນີ້, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໄດ້ຈັດພິທີຖະແຫລງຂ່າວການຮັບຮອງເອົາທົ່ງໄຫຫີນແຂວງຊຽງຂວາງເຂົ້າເປັນມໍລະດົກໂລກດ້ານວັດທະນະທໍາແຫ່ງທີ 3 ຂອງລາວຢ່າງເປັນທາງການ ຂຶ້ນຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບໍ່ແສງຄໍາວົງດາລາ ລັດຖະມົນຕີ ກະຊວງ ດັ່ງກ່າວ ແລະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທ່ານລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວກ່າວວ່າ:

ນັບເປັນຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈຂອງປະຊາຊົນລາວບັນດາເຜົ່າອີກຄັ້ງໜຶ່ງ ໂດຍສະເພາະຊາວແຂວງຊຽງຂວາງ, ພາຍຫລັງທົ່ງໄຫຫີນຊຽງຂວາງ ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກຢ່າງເປັນທາງການຢູ່ກອງປະຊຸມຄະນະກໍາມະການມໍລະດົກໂລກຄັ້ງທີ 43 (43 Session of the World Heritage Committee) ທີ່ຈັດຂຶ້ນຢູ່ນະຄອນຫລວງບາກູ, ປະເທດອາແຊກໄບຊານເມື່ອບໍ່ດົນມານີ້ ແລະ ກ່ອນທີ່ພວກເຮົາຈະໄດ້ພ້ອມສະເຫລີມສະຫລອງຜົນສໍາເລັດຂອງເຫດການປະຫວັດສາດນີ້, ມັນເກີດຈາກການຊີ້ນໍາຢ່າງໃກ້ຊິດຂອງພັກ-ລັດຖະບານ ກໍຄືຄວາມພະຍາຍາມຂອງຫລາຍພາກສ່ວນກ່ຽວຂ້ອງຕ່າງໆນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ ແລະ ອົງການສາກົນມາຫລາຍກວ່າ 20 ປີ.

ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ - Visit Laos Visit SALANA BOUTIQUE HOTEL - ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ
ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ - Visit Laos Visit SALANA BOUTIQUE HOTEL - ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ລັດຖະບານລາວ ແລະ ອົງການອຸຍເນັສໂກ ໄດ້ໃຫ້ຄວາມສໍາຄັນຕໍໍ່ແຫລ່ງມໍລະດົກໄຫຫີນມາເປັນເວລາດົນນານແລ້ວ, ພ້ອມທັງຮ່ວມກັນດໍາເນີນການສຶກສາຄົົ້ນຄວ້າ ແລະ ວາງແຜນປົກປັກຮັກສາມໍລະດົກວັດທະນະທາອັນລໍ້າຄ່າດັ່ງກ່າວໃຫ້ມີຄວາມຍືນຍົງ ແລະ ເກີດຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ຊຶ່ງນັບແຕ່ປີ 1998-2000 ໄດ້ເລີ່ມການສໍາຫລວດເກັບກໍາຂໍ້ມູນທາງດ້ານທີ່ຕັ້ງ ແລະ ພູມສັນຖານຂອງແຫລ່ງມໍລະດົກໄຫຫີນຕ່າງໆ ເພື່ອກໍານົດຂອບເຂດອະນຸລັກ ແລະ ປົກປັກຮັກສາ, ແຕ່ປີ 2000-2002 ເລີ່ມສໍາຫລວດພາກສະໜາມແຫລ່ງໄຫຫີນແຕ່ລະແຫ່ງ, ພ້ອມທັງຝຶກອົບຮົບໃຫ້ແກ່ພະນັກງານທ້ອງຖິ່ນກ່ຽວກັບເຕັກນິກການສໍາຫລວດພາກສະໜາມ ແລະ ປີ 2002-2005 ໄດ້ປະຕິບັດບັນດາກິດຈະກໍາຕ່າງໆເພື່ອປົກປັກຮັກສາແຫລ່ງໄຫຫີນ, ເພື່ອນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ, ໂດຍສະເພາະແມ່ນຊາວຊຽງຂວາງທີ່ດໍາລົງຊີວິດຕິດພັນກັບແຫລ່ງໄຫຫີນ, ໂດຍການຍົກລະດັບວຽກງານຄຸ້ມຄອງແຫລ່ງໄຫຫີນໃຫ້ບັນດາພະນັກງານວິຊາການນັບແຕ່ຂັ້ນເມືອງ-ແຂວງ, ພ້ອມທັງລົງເຜີຍແຜ່ໃຫ້ປະຊາຊົນທີ່ດໍາລົງຊີວິດຢູ່ໃນພື້ນທີ່ໃກ້ຄຽງໄຫຫີນໃຫ້ເຂົາເຈົ້າເຫັນໄດ້ຄວາມໝາຍສໍາຄັນຂອງການມີສວ່ນຮ່ວມໃນການປົກປັກຮັກສາໄຫຫີນ ແລະ ນັບແຕ່ປີ 2006-2010 ລັດຖະບານໄດ້ມອບໃຫ້ອົງການທ່ອງທ່ຽວແຫ່ງຊາດເປັນເຈົ້າການພັດທະນາແຫລ່ງມໍລະດົກໄຫຫີນໃຫ້ເກີດຜົນປະໂຫຍດສູງສຸດ ດ້ວຍການມີສ່ວນຮ່ວມຂອງຫລາຍພາກສ່ວນນັບແຕ່ທ້ອງຖິ່ນຂຶ້ນຮອດສູນກາງ ເພື່ອກໍ່ສ້າງໂຄງລ່າງພື້ນຖານອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວເຊັ່ນ: ຈຸດບໍລິການຂາຍປີ້ເຂົ້າຊົມ, ສ້າງຫໍວາງສະແດງ ແລະ ສິ່ງອໍານວຍຄວາມສະດວກອື່ນໆ.

ໃນປີ 2009 ໄດ້ສໍາເລັດການສ້າງແຜ່ນແມ່ບົດການຄຸ້ມຄອງ ແລະ ປົກປັກຮັກສາແຫລ່ງມໍລະດົກໄຫຫີນສະບັບທໍາອິດ, ແຕ່ແຜນແມ່ບົດດັ່ງກ່າວບໍໍ່ທັນໄດ້ຖືກຮັບຮອງຢ່າງເປັນທາງການ ເນື່ອງຈາກເນື້ອໃນລວມແມ່ນບໍ່ທັນແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນເວລານັ້ນ, ລັດຖະບານຈຶ່ງໄດ້ສືບຕໍໍ່ຊຸກຍູ້ການຮ່ວມມືກັບອົງການອຸຍເນັສໂກ ເພື່ອຂຽນຄໍາຮ້ອງ ແລະ ປັບປຸງແຜນແມ່ບົດການຄຸ້ມຄອງ ແລະ ປົກປັກຮັກສາໄຫຫີນ ເພື່ອນໍາສະເໜີເປັນມໍລະດົກໂລກ. ຈາກນັ້ນ ກົມມໍລະດົກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບອໍານາດການປົກຄອງແຂວງຊຽງຂວາງທຸກຂັ້ນໄດ້ດໍາເນີນການປະຕິບັດໂຄງການຮ່າງເອກສານຄໍາຮ້ອງ ແລະ ແຜນແມ່ບົດເພື່ອສະເໜີໄຫຫີນເປັນມໍລະດົກໂລກຮ່ວມກັບອົງການອຸຍເນັສໂກ ດ້ວຍຄວາມຮັບພິຊອບສູງ ແລະ ໄດ້ສະເໜີເອົາສະເພາະທົ່ງໄຫຫີນ 11 ຈຸດ ຄື: ແຫລ່ງໄຫຫີນບ້ານນາໂອ, ນາໂຄ້, ຊຽງດີ, ຫ້ວຍຫວງ, ຜາແກ້ວ, ພູເກັງ, ນໍ້າຮົ່ມ, ສອງຮັກ, ນາຄວນ, ພູຊ້າງບ້ານຊາງ ແລະ ໄຫຫີນບ້ານຜາແກ້ວ ແລະ ສໍາເລັດວຽກງານຂຶ້ນທະບຽນໄຫ, ບັນທຶກຈຸດພິກັດຂອງໄຫ ແລະ ມີຈໍານວນທີ່ສະເໜີເຂົ້າເປັນມໍລະດົກໂລກທັງໝົດ 1.325 ໜ່ວຍ, ຝາປິດໄຫ 215 ອັນ ແລະ ກ້ອນຫີນ 399 ກ້ອນ ທີ່ນອນໃນພື້ນທີ່ 11 ແຫລ່ງໄຫຫີນດັ່ງກ່າວ. ຈາກນັ້ນກໍກ້າວສູ່ຂັ້ນຕອນນໍາສົ່ງຄໍາຮ້ອງ ແລະ ເອກະສານແຜນແມ່ບົດແຫລ່ງມໍລະດົກໄຫຫີນແຂວງຊຽງຂວາງສະບັບສົມບູນທີ່ລັດຖະບານຮັບຮອງໄປທີ່ສູນມໍລະດົກໂລກຂອງອົງການອຸຍເນັສໂກໃນວັນທີ 25 ມັງກອນ 2018 ແລະ ຈາກນັ້ນກໍມີຜູ້ຊ່ຽວຊານຂອງອົງການ ICOMOS ໄດ້ມາກວດກາເບິ່ງສະພາບຕົວຈິງຂອງພື້ນທີ່ແຫລ່ງໄຫຫີນຢູ່ແຂວງຊຽງຂວາງ ແລະ ກວດກາຄວາມຄົບຖ້ວນສົມບູນຂອງເອກະສານສະເໜີໄຫຫີນແຂວງຊຽງຂວາງເປັນມໍລະດົກໂລກ ແລະ ມາຮອດວັນທີ 6 ກໍລະກົດ 2019 ກອງປະຊຸມໃຫຍ່ຄັ້ງທີ 43 ຂອງອົງການອຸຍເນັສໂກ ທີ່ຈັດຂຶ້ນຢູ່ນະຄອນຫລວງບາກູ, ປະເທດອາແຊັກໄບຊານ ກໍໄດ້ຮັບຮອງເອົາແຫລ່ງມໍລະດົກໄຫຫີນເປັນມໍລະດົກໂລກຢ່າງເປັນທາງການ, ເຊິ່ງຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມນໍາໂດຍທ່ານ ບໍໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທັງເປັນປະທານຄະນະຊີ້ນໍາລະດັບຊາດເພື່ອມໍລະດົກໂລກ, ພາຍຫລັງສໍາເລັດກອງປະຊຸມດັ່ງກ່າວ, ຄະນະຜູ້ແທນລາວໄດ້ສືບຕໍ່ໄປປະເທດຝລັ່ງ ເພື່ອພົບປະເຮັດວຽກຮ່ວມກັບອົງການອຸຍເນັສໂກ, ພ້ອມທັງໄດ້ເຊື້ອເຊີນຜູ້ອໍານວຍການໃຫຍ່ອົງການດັ່ງກ່າວມາຮ່ວມພິທີມອບ-ຮັບຢ່າງເປັນທາງການ, ເຊິ່ງຈະຈັດຂຶ້ນທີ່ທົ່ງໄຫຫີນແຂວງຊຽງຂວາງໃນລະຫວ່າງທ້າຍປີ 2019 ນີ້.

ທັງໝົດນີ້, ລ້ວນແຕ່ແມ່ນໝາກຜົນອັນຍິ່ງໃຫຍ່ທີ່ພວກເຮົາທຸກຄົນທຸກພາກສ່ວນໄດ້ສົມທົບກັນເຮັດລ້ອນໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້ຢ່າງສໍາເລັດຜົນ ແລະ ມີຄວາມໝາຍສໍາຄັນໃຫ້ແກ່ປະເທດຊາດເຮົາ, ມາຮອດດຽວນີ້ ຖືວ່າ ສປປ ລາວເຮົາມີແຫລ່ງມໍລະດົກໂລກທັງໝົດ 3 ແຫ່ງຄື: ເມືອງຫລວງພະບາງ, ວັດພູຈໍາປາສັກ ແລະ ໄຫຫີນຊຽງຂວາງ. ສະນັ້ນ, ຂໍຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າທຸກທົ່ວໜ້າຈົ່ງຊ່ວຍກັນໂຄສະນາເຜີຍແຜ່ຂໍ້ມູນຂອງແຫລ່ງມໍລະດົກໂລກຢູ່ປະເທດເຮົາໃຫ້ກວ້າງຂວາງຫລາຍຂຶ້ນ ເພື່ອດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດມາທ່ຽວຊົມປະເທດເຮົາໃຫ້ນັບມື້ຫລາຍຂຶ້ນ, ເວົ້າສະເພາະກໍແມ່ນທົ່ງໄຫຫີນຊຽງຂວາງໃຫ້ກາຍເປັນໃບໜ້າອັນໃໜ່ເປັນແຫລ່ງທ່ອງທ່ຽວທີ່ໂດດເດັ່ນອີກແຫ່ງໜຶ່ງຂອງ ສປປ ລາວເຮົາໃຫ້ສົມກັບເປັນມໍລະດົກຂອງມວນມະນຸດໂລກຢ່າງແທ້ຈິງ.

ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ - 5 - ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ
ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ - 4 - ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ
ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ - 3 - ປວງຊົນລາວເອກອ້າງທະນົງໃຈທີ່ທົ່ງໄຫຫີນໄດ້ເປັນມໍລະດົກໂລກ