ຢູ 15 ລາວ ພົບໄທນັດທຳອິດໃນການແຂ່ງຂັນບານເຕະຊີງແຊ້ມ AFF U15
ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນ ອາຍຸບໍ່ເກີນ 15 ປີ 2019 AFF U15 BOYS CHA MPIONSHIP 2019 ຈັດ ຂຶ້ນຢູ່ທີ່ແຂວງ ຊົນບູຣີ ປະເທດໄທ ໃນລະຫວ່າງວັນທີ 27 ກໍລະກົດ ຫາ 09 ສິງຫາ 2019 .
ການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນ ອາຍຸບໍ່ເກີນ 15 ປີ 2019 ມີ ທັງໝົດ 12 ປະເທດເຂົ້າຮ່ວມ ແຂ່ງຂັນແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ປະກອບມີ : ອິນ ໂດເນເຊຍ, ມຽນມາ, ຫວຽດ ນາມ, ຕີມໍ ເລສເຕ, ສິງກະ ໂປ ແລະ ຟີລິບປິນ ກຸ່ມ B ປະ ກອບມີ : ໄທ, ມາເລເຊຍ, ລາວ, ກຳປູເຈຍ, ບຣູໄນ ແລະ ອົດສະຕຣາລີ ເຊິ່ງທີມຊາດ ຢູ 15 ຂອງລາວຈະລົງສະ ໜາມນັດ ທຳອິດພົບກັບທີມ ຊາດໄທ ໃນວັນທີ 28 ກໍລະກົດ 2019 ເວລາ 18:00 ສະ ໜາມທີ່ໃຊ້ ໃນການແຂ່ງຂັນ ແມ່ນສະ ໜາມ IPE Chonburi Campus Stadium1 (ມະ ຫາວິທະຍາໄລການກິລາ ແຫ່ງຊາດ ວິທະຍາເຂດ ຊົນບູຣີ ສາໜາມ 1)
ສ່ວນຕາຕະລາງ ການ ແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:
– ວັນທີ 28 ກໍລະກົດ 2019 ເວລາ 18:00 ລາວ ພົບໄທ ແຂ່ງຂັນຢູ່ທີ່ສະຫນາມ IPE Chonburi Campus Stadium1
– ວັນທີ 30 ກໍລະກົດ 2019 ເວລາ 15:00 ລາວ ພົບກັບ ອົດສະຕຣາລີ ແຂ່ງ ຂັນຢູ່ທີ່ສະຫນາມ IPE Chonburi Campus Stadium1
– ວັນທີ 01 ສິງຫາ 2019 ເວລາ 15:30 ລາວ ພົບ ບຣູໄນ ແຂ່ງຂັນຢູ່ທີ່ສະ ຫນາມ IPE Chonburi Campus Stadium 2
– ວັນທີ 03 ສິງຫາ 2019 ເວລາ 15:30 ລາວ ພົບ ມາເລເຊຍ ແຂ່ງຂັນຢູ່ ທີ່ສະຫນາມ IPE Chonburi Campus Stadium 2
– ວັນທີ 05 ສິງຫາ 2019 ເວລາ 15:00 ລາວ ພົບ ກຳປູເຈຍ ແຂ່ງຂັນ ຢູ່ທີ່ ສະຫນາມ IPE Chonburi Campus Stadium 1
ຂໍ້ມູນຈາກ: ສະຫະພັນ ບານເຕະແຫ່ງຊາດລາວ