ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ

ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ - 052006 2019 - ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ
ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ - kitchen vibe - ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ

     – ອາການປວດຄໍ : ການເບິ່ງໜ້າຈໍຄອມພິວເຕີສາມາດເພີ່ມຄວາມເຄັ່ງຄຽດໃຫ້ກະດູກສັນຫລັງ, ການຍົກຫົວເຮັດມູມ 30 ອົງສາ ຈຳເປັນຕ້ອງໃຊ້ກ້າມຊີ້ນຫລາຍກ່ວາຕອນຍົກຫົວໃຫ້ຕັ້ງຊື່ 3 – 4 ເທົ່າ.

ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ - 042006 2019 - ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ
Man stressed while working on laptop

     – ເຮັດໃຫ້ບໍ່ມີສະມາທິ : ການນັ່ງເປັນເວລາດົນຈະໄປຂັດຂວາງການໄຫລວຽນຂອງເລືອດ ແລະ ເຮັດໃຫ້ສະໝອງໄດ້ຮັບອົກຊີແຊນບໍ່ພຽງພໍ ສົ່ງຜົນໃຫ້ສະໝອງບໍ່ໂລ່ງ ແລະ ບໍ່ສາມາດຈົດຈໍ່ກັບສິ່ງຕ່າງໆໄດ້.

ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ - Visit Laos Visit SALANA BOUTIQUE HOTEL - ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ

     – ເກີດອາການຊຶມເສົ້າ : ມີວຽກງານວິໄຈທີ່ຖືກເຜີຍແຜ່ໃນ American Journal of Preventative Medicine ລະບຸວ່າ : ແມ່ຍິງໄວກາງຄົນທີ່ນັ່ງຫລາຍກ່ວາ 7 ຊົ່ວໂມງຕໍ່ມື້ ມີໂອກາດທີ່ຈະຕົກຢູ່ໃນອາການຊຶມເສົ້າຫລາຍກ່ວາຄົນທີ່ນັ່ງ 4 ຊົ່ວໂມງ ຫລື ໜ້ອຍກ່ວານີ້ຕໍ່ມື້ ເພາະຕ້ອງຈົມຢູ່ໂຕະເຮັດວຽກບໍ່ໄດ້ອອກໄປໃຊ້ຊີວິດຂ້າງນອກຫລາຍພໍ ແລະ ບໍ່ໄດ້ຮັບແສງຕາເວັນທີ່ພຽງພໍ ເຮັດ ໃຫ້ຮ່າງກາຍຂາດວິຕາມິນເດ ທີ່ຈະນຳໄປສູ່ອາການຊຶມເສົ້າໃນທີ່ສຸດ.

     – ອິນຊູລີນມີບັນຫາ : ພຽງແຕ່ທ່ານໃຊ້ຊີວິດແບບນັ່ງໆນອນໆພຽງມື້ດຽວ ມັນກໍສາມາດເຮັດໃຫ້ອິນຊູລີນຫລຸດລົງ ເມື່ອຮ່າງກາຍບໍ່ໄດ້ໃຊ້ອິນຊູລີນຢ່າງເໝາະສົມ ທ່ານມີຄວາມສ່ຽງທີ່ຈະເປັນພະຍາດເບົາຫວານປະເພດທີ 2 ຫລາຍຍິ່ງຂຶ້ນ.

     – ເກີດອາການປວດຫລັງເບື້ອງລຸ່ມ : ສາມາດເຮັດໃຫ້ເກີດອາການປວດພຽງເລັກນ້ອຍໃນຊ່ວງເລີ່ມຕົ້ນ, ແຕ່ສຸດທ້າຍແລ້ວອາການທີ່ອາດຮຸນແຮງຈົນເຖິງຂັ້ນເຮັດໃຫ້ທ່ານປວດຫລັງ ການຈັດທ່ານັ່ງທີ່ບໍ່ດີສາມາດເຮັດໃຫ້ເກີດບັນຫາກັບກະດູກສັນຫລັງໄດ້ ແລະ ເກີດອາການເຈັບບໍລິເວນຫລັງ ແລະ ກະດູກສັນຫລັງ ຍ້ອນມີແຮງກົດທັບຢູ່ຫລັງເບື້ອງລຸ່ມ ເຮັດໃຫ້ກ້າມຊີ້ນ ແລະ ຂໍ້ຕໍ່ ອ້ອມໆເຄັ່ງ.

     – ປວດຂາ : ເມື່ອເຮົາບໍ່ໄດ້ຢຽດຂາ ຫລື ເຄື່ອນໄຫວ ມັນກໍຈະເຮັດໃຫ້ທ່ານເລີ່ມປວດກ້າມຊີ້ນ ແລະ  ຖ້າຫາກບໍ່ເອົາໃຈໃສ່ບັນຫານີ້ ອາການປວດກໍຈະຍິ່ງຮຸນແຮງຂຶ້ນເລື້ອຍໆ.

– ໄຂມັນສະສົມຫລາຍຂຶ້ນ : ການມີຮູບແບບຊີວິດທີ່ບໍ່ຄ່ອຍໄດ້ເຄື່ອນໄຫວຮ່າງກາຍ ມີຄວາມກ່ຽວຂ້ອງກັບການຫລຸດລົງຂອງກິດຈະກຳການເຜົາຜານໄຂມັນ.

     – ກະດູກອ່ອນແອ : ການນັ່ງຢູ່ກັບບ່ອນທີ່ສາມາດເຮັດໃຫ້ກະດູກເສື່ອມສະພາບ ແລະ ເຮັດໃຫ້ແຮ່ທາດໃນກະດູກຫລຸດລົງ.

     – ພະຍາດໃນກຸ່ມອາການເມຕາບໍລິກ : ໄດ້ແກ່ກຸ່ມຄວາມຜິດປົກກະຕິທີ່ເປັນປັດໄຈສ່ຽງຕໍ່ການເກີດພະຍາດຫົວໃຈ ແລະ ຫລອດເລືອດ ລັກສະນະສຳຄັນ ໄດ້ແກ່ : ຕຸ້ຍລົງພຸງ, ຄ່າໄຂມັນໃນເລືອດຜິດປົກກະຕິ (ໄຕຣກລີເຊີໄຣສູງ, ໄຂມັນທີ່ດີມີໜ້ອຍ), ນຳ້ຕານໃນເລືອດສູງ ແລະ ຄວາມດັນເລືອດສູງ.

     – ພະຍາດໃນກຸ່ມຣູມາຕອຍ : ພະຍາດຂໍ້ເສື່ອມ ຈາກການທີ່ຂໍ້ຕໍ່ຕ່າງໆຖືກໃຊ້ງານເປັນເວລາດົນ.

     –  ເກີດອາການຖ່າຍຍາກ ເປັນລິດສີດວງທະວານ : ເນື່ອງຈາກການນັ່ງເປັນໄລຍະເວລາດົນເກີດການກົດທັບເສັ້ນເລືອດບໍລິເວນກົ້ນ ສົ່ງຜົນກະທົບຕໍ່ການໄຫລວຽນເລືອດ ເຮັດໃຫ້ເລືອດອະໄວຍະວະໃນຜົ້ງທ້ອງໄຫລວຽນຊ້າລົງ ສົ່ງຜົນໃຫ້ເສັ້ນເລືອດບໍລິເວນທະວານເກີດການໃຄ່, ຂົດ ເມື່ອເກີດແຮງດັນບໍລິເວນຜິວໜັງຫລອດເລືອດດຳ ກໍ່ໃຫ້ເກີດພະຍາດລິດສີດວງທະວານ ແລະ ຄວາມຜິດປົກກະຕິອື່ນໆຢູ່ບໍລິເວນທະວານໜັກ.

     – ງ່າຍຕໍ່ການເປັນມະເຮັງລຳໄສ້ ການເຄື່ອນໄຫວໂຕໜ້ອຍ ສົ່ງຜົນໃຫ້ລຳໄສ້ໃນຮ່າງກາຍມີການເຄື່ອນໄຫວໜ້ອຍ ເກີດການສະສົມຂອງເສຍ ຫລື ສານກໍ່ມະເຮັງຈົນເກີດການກະຕຸ້ນເນື້ອເຍື່ອໃນລຳໄສ້ໃຫຍ່ ເຮັດໃຫ້ສ່ຽງເປັນມະເຮັງລຳໄສ້.

     – ສ່ຽງຕໍ່ການເປັນພະຍາດຍິງ ແລະ ບັນຫາມີລູກຍາກ : ຄວາມປຽກຊຸ່ມ ແລະ ການນັ່ງດົນໆ ສົ່ງຜົນໃຫ້ການລະບາຍອາກາດຂອງບໍລິເວນອະໄວຍະວະເພດຍິງບໍ່ດີ ຈຶ່ງງ່າຍຕໍ່ການເກີດພະຍາດຍິງ ຍ້ອນເລືອດໄປຫລໍ່ລ້ຽງຮັງໄຂ່ບໍ່ພຽງພໍ, ຂາດອົກຊີແຊນ ສົ່ງຜົນໃຫ້ເກີດບັນຫາມີລູກຍາກ.

     – ການນັ່ງເປັນເວລາດົນທຳຮ້າຍສະໝອງ ແລະ ກະເພາະອາຫານ : ການນັ່ງຢູ່ກັບບ່ອນເປັນເວລາດົນ ຈະເຮັດໃຫ້ກະເພາະອາຫານ ແລະ ລຳໄສ້ອ່ອນໂຕ ຫລຸດການຫລັ່ງນຳ້ຍ່ອຍໃນກະເພາະອາຫານ ຫາກເປັນແບບນີ້ເປັນເວລາດົນຈະເປັນຜົນໃຫ້ຮ່າງກາຍສູນເສຍຄວາມຢາກອາຫານ ແລະ ເກີດອາການແໜ້ນທ້ອງ ນອກຈາກນີ້ຫາກນັ່ງເປັນໄລຍະເວລາດົນເກີນໄປໂດຍບໍ່ມີການເຄື່ອນໄຫວ ອາດເຮັດໃຫ້ເລືອດໄປລ້ຽງສະໝອງບໍ່ພຽງພໍ ສົ່ງຜົນໃຫ້ອ່ອນເພຍງ່າຍ ແລະ ຄວາມຈື່ຈຳບໍ່ດີ.

     – ເສັ້ນເລືອດຂອດ : ມັກເກີດກັບແມ່ຍິງຖືພາ ເພາະການນັ່ງດົນໆເຮັດໃຫ້ເລືອດສະສົມຢູ່ແຂ່ງ.

     – ເອັນນິ້ວມືອັກເສບ : ເກີດຈາກການເຮັດວຽກພິມເທິງແປ້ນພິມຕະຫລອດເວລາເປັນເວລາດົນໆເຮັດໃຫ້ນິ້ວມືມີອາການເຈັບ, ປວດ, ຊາບໍລິເວນຂໍ້ນິ້ວມື ບໍ່ມີກຳລັງໃນການຈັດສິ່ງຂອງ.

ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ - 4 - ນັ່ງເຮັດວຽກດົນສ່ຽງພະຍາດຮຸກຮານ, ທຳຮ້າຍສະໝອງ ແລະ ຕຸ້ຍລົງພຸງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!