ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020 ຈາກສິ່ງເສດເຫລືອ ສຶນາມິ!!! 2011

ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011 - 6597 - ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011
ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011 - kitchen vibe - ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011

ຈາກທີ່ເຄີຍເວົ້າເຖິງການຜະລິດຫຼຽນລາງວັນໂອລິມປິກ ເກມ ຂອງປະເທດຍີປຸ່ນໃນປີ 2020 ຈາກສິ່ງເສດເຫຼືອ  ເອເລັກໂຕຣນິກແລ້ວລ່າສຸດ ທາງເວບໄຊຕ໌ OLYMPIC GAMES ກໍໄດ້ເປີດເຜີຍເຖິງການອອກແບບ ທວນໄຟ ແລະ ເບື້ອງຫຼັງການສ້າງສິ່ງນີ້ອີກດ້ວຍ.

ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011 - 6597 - ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011

ເຊິ່ງຄວາມໜ້າສົນໃຈຢູ່ທີ່ພວກເຂົານຳເອົາສັງກະສີທີ່ເປັນສິ່ງເສດເຫຼືອ ຈາກຄວາມເສຍຫາຍທີ່ເກີດຂຶ້ນຕາມພື້ນທີ່ຢູ່ອາໃສຕ່າງໆ ໃນເຫດການສຶນາມິ 2011 ມາຫຼອມເຮັດເປັນ ທວນໄຟ ແລະ ຍັງຄົງຄວາມຄິດການເປັນ ປະເທດທີ່ມີຄວາມເປັນເລີດໃນການນຳເຕັກໂນໂລຊີມາ ພັດທະນາໃຫ້ເກີດຄວາມຢັ້ງຢືນ, ເຊິ່ງເປັນການຮັກສາສິ່ງ ເເວດລ້ອມທີ່ໄປຕາມກັບກະແສໂລກໃນປີນີ້ໄດ້ເປັນ ຢ່າງດີທວນໄຟນີ້ມີການອອກແບບໃຫ້ມີລັກສະນະເປັນ  ດອກຊາກຸຣະ ທີ່ເປັນດອກໄມ້ປະຈຳຊາດຂອງຍີປຸ່ນ ເຊິ່ງ ດອກຊາກຸຣະ ມີດ້ວຍກັນ 5 ກີບ ໂດຍໃຊ້ສັງກະສີຈາກ ຊາກຄວາມເສຍຫາຍຕາມ ທີ່ຢູ່ອາໃສຕ່າງໆ ຈາກເຫດການສຶນາມິ ທີ່ເກີດຂຶ້ນໃນປີ 2011 ຮວບຮວມ ແລ້ວນຳ ມາຫຼອມໃຫ້ເປັນທວນໄຟໂດຍໃຊ້ເຕັກນິກການຜະລິດ ທີ່ຄືກັນກັບການຜະລິດລົດໄຟຫົວລູກປືນ ຊິນກັນເຊນ.

ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011 - Visit Laos Visit SALANA BOUTIQUE HOTEL - ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011

ໂດຍເປັນການ ອອກ ແບບຈາກ Tokujin Yoshioka ນັກອອກແບບຄົນຍີປຸ່ນ ທີ່ໂດ່ງດັງຄົນໜຶ່ງຂອງໂລກ ເຊິ່ງຜົນງານຂອງເຂົາເປັນ ທີ່ໂດດເດັ່ນໃນດ້ານການ  ອອກແບບແສງ (Lighting Design) ເຊິ່ງໃນປີ 2017 ເຂົາໄດ້ອອກແບບໂມງໃຫ້  ກັບ ISSEY MIYAKE ແຟຊັ່ນດີໄຊເນີ້ຄົນຍີປຸ່ນ ເຊິ່ງເຂົາເປັນທີ່ຮູ້ຈັກຈາກ ການໃຊ້ ເຕັກໂນໂລີຊີ ກັບ ສິ່ງ ຖັກທໍ.

ທັງນີ້ ການເປີດໂຕຢ່າງ ເປັນທາງການຂອງທວນໄຟຈະໄດ້ເຫັນຄັ້ງທຳອິດໃນວັນທີ 12 ມີນາ 2020 ເຊິ່ງກົງກັບຊ່ວງລະດູການທີ່ດອກ ຊາກຸຣະ ບານພໍດີ ແລະ ນັກ ກິລາຈະນຳ ທວນໄຟ ແລ່ນ ຮອບ ທົ່ວປະເທດຈົນ ເຖິງວັນ ທີ 24 ກໍລະກົດ 20

20

ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011 - 5 - ຍີ່ປຸ່ນສ້າງທວນໄຟໂອລິມປິກ 2020  ຈາກສິ່ງເສດເຫລືອ ສຶນາມິ!!! 2011
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!