7ຄົນສູນຫາຍຈາກພາຍຸໂຊນຮ້ອນວິພາ


ຕາມການລາຍງານຂອງ ທ່ານ ພອນສຸກ ອິນທະວົງ ເຈົ້າເມືອງໆວຽງໄຊ ແຂວງຫົວພັນໃຫ້ຮູ້ວ່າ: ລະຫວ່າງວັນທີ 2-3 ສິງຫາ ໄດ້ມີຝົນຕົກຫນັກຫລາຍຊົ່ວໂມງຕິດຕໍ່ກັນ, ໄດ້ເກີດມີນໍ້າປ່າໄຫລຊຸຢ່າງຮຸນແຮງ ເຂົ້າເຂດກຸ່ມບ້ານນໍ້າງາ ເມືອງວຽງໄຊ ອັນໄດ້ເຮັດໃຫ້ 6 ບ້ານຄື: ບ້ານຟ້ອງງາ, ນາເຮືອ, ນາມັ້ນ, ຫິນດໍາ, ນາຮາມ ແລະ ບ້ານຄໍານາງ ໄດ້ຮັບຜົນກະທົບ ມີເຮືອນຊານ, ໄຮ່ນາຮົ້ວສວນ ເສຍຫາຍເປັນບໍລິເວນກວ້າງ ໃນນີ້ ມີ 2 ຫຼັງຄາເຮືອນຖືກນໍ້າຊຸຄື: ຄອບຄົວ ທ. ເຍ່ຍຈິງທໍ່ ແລະ ຄອບຄົວ ທ. ເວັງຊົ່ງ ມີຄົນສູນຫາຍຈຳນວນ 7 ຄົນ ຍິງ 3 ຄົນ, ມາຮອດຕອນເຊົ້າມື້ນີ້ຍັງບໍ່ທັນສາມາດຄົ້ນພົບຜູ້ຫາຍຊາບສູນໄດ້. ປະຈຸບັນປະຊາຊົນເຂດດັ່ງກ່າວ ຂາດໄຟຟ້າ, ນໍ້າສະອາດ, ເຄື່ອງນຸ່ງຫົ່ມ, ສະບຽງອາຫານ ແລະ ສັນຍານໂທລະສັບ, ເສັ້ນທາງຄົມມະນາຄົມຖືກຕັດຂາດ ແຕ່ບ້ານພູນໃໝ່ຫາບ້ານຄໍານາງ ໄລຍະທາງຍາວກວ່າ 30 ກິໂລແມັດ, ຜູ້ເຂົ້າໄປຊ່ວຍເຫຼືອຕ້ອງໄດ້ ໃຊ້ເວລາຫຼາຍຊົ່ວໂມງຈິ່ງຍ່າງເຂົ້າເຖິງ. ເຂດດັ່ງກ່າວໄດ້ເຮັດໃຫ້ການຊ່ວຍເຫຼືອ ຫຼ້າຊ້າ. ປະຈຸບັນ ອຳນາດການປົກຄອງແຂວງຫົວພັນ ໄດ້ສົມທົບກັບການນຳເມືອງວຽງໄຊ ແລະ ພາກສ່ວນກ່ຽວຂ້ອງຕ່າງໆໄດ້ນຳເອົາກຳລັງ ພ້ອມເຄື່ອງຊ່ວຍເຫຼືອທີ່ຈໍາເປັນຈຳນວນໜຶ່ງລົງເຖິງປະຊາຊົນເບື້ອງຕົ້ນແລ້ວ
ນອກຈາກ 6 ບ້ານທີ່ໄດ້ຮັບຜົນກະທົບຮ້າຍແຮງນິ້ແລ້ວ ຍັງມີບ້ານອື່ນໆທີ່ຕັ້ງຢູ່ລຽບສາຍນໍ້າພູນ, ນໍ້າສິມ, ນໍ້າໂສຍຂອງເມືອງວຽງໄຊ, ກໍ່ໄດ້ຮັບຜົນກະທົບເຊັ່ນດຽວກັນ ແຕ່ສ່ວນຫຼາຍແມ່ນທີ່ການຜະລິດຂອງປະຊາຊົນ.