ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ

ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ - 1122 - ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ
ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ - kitchen vibe - ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ

ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈະບັນນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດຂອງພະຍາດອະຫິວາໝູອາຟຣິກາໄດ້ແລ້ວ. ເຊິ່ງພາຍຫລັງໄດ້ຮັບແຈ້ງມີການລະບາດຂອງພະຍາດອະຫິວາໝູຢູ່ບ້ານນາສ້ຽວ ເມືອງນາຊາຍທອງ, ທາງພະແນກໄດ້ສັ່ງໜ່ວຍງານສະເພາະກິດລົງລະດົມໃຫ້ເຈົ້າຂອງໝູຊ່ວຍກັນຄວບຄຸມ ແລະ ເຝົ້າລະວັງເປັນປົກກະຕິ, ຖ້າພົບເຫັນໝູຕິດເຊື້ອແມ່ນໃຫ້ຂ້າຝັງທັນທີ ພ້ອມໄດ້ວາງມາດຕະການປ້ອງກັນ, ກໍານົດເອົາຈຸດກໍລະນິພົບເຊື້ອພະຍາດດັ່ງກ່າວຢູ່ບ້ານນາສ້ຽວເປັນຈຸດເຝົ້າລະວັງຢ່າງເຂັ້ມງວດໃນການກວດກາການນໍາເຂົ້າໝູຢູ່ 3 ຈຸດຊາຍແດນລະຫວ່າງນະຄອນຫລວງວຽງຈັນກັບແຂວງອື່ນໆຄື: ເສັ້ນທາງເລກທີ 13 ເໜືອ, ເສັ້ນທາງເລກທີ 13 ໃຕ້, ເສັ້ນທາງເລກທີ 10 ແລະ ເສັ້ນທາງເລກທີ 11, ຈຸດເມືອງນາຊາຍທອງ, ເມືອງສັງທອງ ແລະ ເມືອງປາກງື່ມ ແລະ ເພີ່ມຈຸດກວດກາຢູ່ເມືອງໄຊທານີ ທັງເຂັ້ມງວດກວດກາໂຮງງານຂ້າສັດ, ຂັງສັດຍ່ອຍ, ສະຖານທີ່ຈໍາໜ່າຍສັດ, ຮ້ານຄ້າ, ສາງເຢັນ ແລະ ທີ່ສໍາຄັນແມ່ນການເຂັ້ມງວດກວດກາການນໍາເອົາໝູເຂົ້າຂ້າໃນໂຮງງານຂ້າສັດຕ່າງໆ ຕ້ອງໄດ້ຮັບການກວດກາຮັບຮອງເອົາຄຸນນະພາບຊີ້ນກ່ອນເຂົ້າສູ່ຕະຫລາດ ເຊິ່ງຕ້ອງແຈ້ງກ່ອນ 15 ວັນ ເພື່ອໃຫ້ໜ່ວຍງານທີ່ກ່ຽວຂ້ອງເຂົ້າໄປກວດກາ. ສະເພາະຈຸດທີ່ມີການລະບາດນັ້ນມາຮອດປະຈຸບັນພວກເຮົາໄດ້ມີການຂ້າໝູ, ສີດຢາຂ້າເຊື້ອແລ້ວ 3 ຄັ້ງ ແລະ ພວມຕິດຕາມອີກ 3 ເດືອນຈຶ່ງຈະມີການປະເມີນຄືນກ່ຽວກັບເຊື້ອພະຍາດດັ່ງກ່ວ ແລະ ໃນໄລຍະນີ້ກໍພວມຢູ່ໃນໄລຍະການຄວບ ຄຸມບໍ່ອະນຸຍາດໃຫ້ມີການເຄື່ອນຍ້າຍໝູ ແລະ ຊີ້ນສ່ວນຊີ້ນໝູໃນເຂດດັ່ງກ່າວ ຢ່າງເດັດຂາດ.

ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ - 5 - ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ
ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ - 3 - ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ
ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ - 4 - ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ
ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນສາມາດຄວບຄຸມການລະບາດພະຍາດອະຫິວາໝູອາຟຣິກາໄດ້ແລ້ວ