ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ

ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ - 33 3 - ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ
ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ - kitchen vibe - ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ

ເຈົ້າໜ້າທີ່ຈະລາຈອນນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ພາຍຫລັງມີມາດຕະການປັບໃໝຫລາຍເທົ່າຕໍ່ຜູ້ຂັບຂີ່ດື່ມສິ່ງມືນເມົາແລ້ວຂັບລົດນັບແຕ່ເດືອນກໍລະກົດເປັນຕົ້ນມາ, ປາກົດວ່າເຮັດໃຫ້ຜູ້ຂັບຂີ່ສ່ວນຫລາຍມີສະຕິລະວັງໃນການໃຊ້ລົດໃຊ້ຖະໜົນຫລາຍຂຶ້ນ ແລະ ເຮັດໃຫ້ສະພາບການເກີດອຸປະຕິເຫດບົນທ້ອງຖະໜົນກໍຫລຸດຜ່ອນລົງຫລາຍເຊັ່ນດຽວກັນຄື: ໃນເດືອນມິຖຸນາຜ່ານມາທົ່ວນະຄອນຫລວງວຽງຈັນມີອຸປະຕິເຫດເກີດຂຶ້ນທັງໝົດ 129 ເລື່ອງແລະມີຜູ້ເສຍຊີວິດ 29 ຄົນແລະໃນເດືອນກໍລະກົດມີອຸປະຕິເຫດເກີດຂຶ້ນ 91 ເລື່ອງ, ມີຜູ້ເສຍຊີວິດ 17 ຄົນເຫັນວ່າຈໍານວນອຸປະຕິເຫດຫລຸດລົງແລະຕົວເລກຜູ້ເສຍຊີວິດກໍຫລຸດລົງຫລາຍ.

ເຈົ້າໜ້າທີ່ຈະລາຈອນໃຫ້ຮູ້ວ່າ: ມາດຕະການກວດກາແລະປັບໃໝທີ່ເຂັ້ມງວດດັ່ງກ່າວ, ໄດ້ເຮັດໃຫ້ນັກຂັບຂີ່ມີຄວາມຢ້ານກົວແລະບໍ່ກ້າທີ່ຈະດື່ມເຫລົ້າເບຍຫລາຍຄືດັ່ງຜ່ານມາ. ແຕ່ແນວໃດກໍຕາມການປັບໃໝກໍເປັນພຽງມາດຕະການແກ້ໄຂໃນປາຍເຫດເທົ່ານັ້ນ, ແຕ່ການແກ້ໄຂທີ່ມີປະສິດທິຜົນນັ້ນແມ່ນການໂຄສະນາເຜີຍແຜ່ລະບຽບກົດຈະລາຈອນໃຫ້ທົ່ວສັງຄົມໄດ້ຮັບຮູ້ຢ່າງເລິກເຊິ່ງກວ້າງຂວາງຈຶ່ງຈະເຮັດໃຫ້ບັນຫາດັ່ງກ່າວຫລຸດຜ່ອນລົງໄດ້.

ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ - Visit Laos Visit SALANA BOUTIQUE HOTEL - ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ
ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ - Visit Laos Visit SALANA BOUTIQUE HOTEL - ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ
ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ - 3 - ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ
ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ - 4 - ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ
ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ - 5 - ມາດຕະການປັບ​ໃໝຜູ້ເມົາແລ້ວຂັບຊ່ວຍຫລຸດຜ່ອນອຸປະຕິເຫດລົງຫລາຍ