ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ

ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ - 99567 - ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ
ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ - kitchen vibe - ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ
ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ - 99567 - ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ

ໂດຍ: ຈ. ຈຳ​ນຽນ​ການ

ສະບາຍດີເພື່ອນຜູ້ອ່ານທີ່ຮັກແພງ, ມື້ນີ້ເຮົາມາແລກປ່ຽນນຳກັນເບິ່ງວ່າສິ່ງທີ່ຄວນເຮັດໃຫ້ບໍ່ຄວນເຮັດຂອງ ຜູ້ເປັນຫົວໜ້າ ແລະ ຮອງຄຳວ່າຫົວໜ້າ ແລະ ຮອງ ຫລື ເອີ້ນວ່າ ການນຳ, ແມ່ນເປັນຊື່ນາມມະຍົດ ເຊິ່ງໄດ້ຮັບການແຕ່ງຕັ້ງໂດຍການຈັດຕັ້ງ ຫລື ອົງການຂັ້ນເທິງຜູ້ມີສິດອຳນາດເພື່ອໃຫ້ຮັບຜິດຊອບຊີ້ນຳນຳພາວຽກງານໃດໜຶ່ງທີ່ ນອນຢູ່ໃນກົງຈັກການຈັດຕັ້ງທຸກຂັ້ນທຸກຂະແໜງການ.

ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ - Visit Laos Visit SALANA BOUTIQUE HOTEL - ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ

ແນວຄິດ ແລະ ການກະທຳຂອງສອງຄົນນີ້ລ້ວນແຕ່ສົ່ງຜົນກະທົບດ້ານບວກ  ແລະ ດ້ານລົບຕໍ່ວຽກງານທີ່ຖືກຮັບຜິດຊອບໂດຍອັດຕະໂນມັດ.

ດັ່ງນັ້ນບັນດາທ່ານທີ່ເປັນຫົວໜ້າ ແລະ ຮອງທັງຫລາຍ, ຖ້າທ່ານຢາກເປັນການນຳທີ່ດີ, ໄດ້ຮັບຄວາມໄວ້ວາງໃຈ ຈາກຂັ້ນເທິງ ແລະ ໄດ້ຮັບຄວາມເຄົາລົບນັບຖືຈາກຂັ້ນລຸ່ມແມ່ນຄວນກຳໃຫ້ໄດ້ຫລັກການພື້ນຖານດັ່ງນີ້:

ກ. ຜູ້ເປັນຫົວໜ້າຄວນໃຫ້ກຽດຜູ້ຮອງໃນຖານະເປັນເພື່ອນຮ່ວມງານທີ່ໃກ້ຊິດ, ເພື່ອນມິດຮ່ວມອຸດົມການ ແລະ ເປັນເພື່ອນຮ່ວມເດີນທາງທີ່ໄປຈຸດໝາຍດຽວກັນ.

ໃຫ້ຄວາມໄວ້ວາງໃຈ, ບໍ່ມີແນວຄິດລະແວງສົງໄສໄປໃນທາງທີ່ຜິດ ແລະ ກ້າມອບວຽກໃຫ້ຮັບຜິດຊອບໃນຍາມປົກກະຕິ ຫລື ເວລາຫົວໜ້າບໍ່ຢູ່, ໃສ່ໃຈປຶກສາຫາລືວຽກງານເປັນປົກກະຕິ ແບບອ້າຍຮູ້ສອງນ້ອງຮູ້ໜຶ່ງທີ່ສ້າງສັນ, ສ້າງຜູ້ຮອງໃຫ້ກາຍເປັນພະນັກງານສືບທອດທີ່ດີ.

ຂ. ຜູ້ເປັນຮອງຄວນເຄົາລົບນັບຖືໃນຖານະເປັນຜູ້ບັງຄັບບັນຊາ; ທັງຢູ່ຕໍ່ໜ້າ  ແລະ ລັບຫລັງ, ທາງດ້ານການວາຈາ ແລະ ກິລິຍາມາລະຍາດທີ່ສະແດງອອກ, ເຊື້ອໝັ້ນຕໍ່ການນຳພາຂອງຫົວໜ້າ ແລະ ພ້ອມໃຫ້ການສະໜັບສະໜູນ, ເຮັດວຽກທີ່ ຫົວໜ້າມອບໃຫ້ດ້ວຍຄວາມຮັບຜິດຊອບ ແລະ ມີຜົນສຳເລັດດີ, ໃຫ້ຄຳປຶກສາຫາລື  ຫລື ສະເໜີແນະນຳວຽກ ງານທີ່ເປັນຜົນດີຕໍ່ກັບສ່ວນລວມ, ສົ່ງເສີມຫົວໜ້າໃຫ້ເຮັດສຳເລັດໜ້າທີ່ ແລະ ມີຄຸນງາມຄວາມດີຕໍ່ໄປ ແລະ ຄຽງຄູ່ກັນນັ້ນຜູ້ເປັນຫົວໜ້າ ບໍ່ຄວນປະພືດຕໍ່ກັບຜູ້ເປັນຮອງເຊັ່ນ: ບໍ່ໃຫ້ກຽດ ແລະ ບໍ່ເຫັນຄວາມສຳຄັນຜູ້ເປັນຮອງ, ຍາມໃດກໍຖືຕົນເອງ ວ່າ ເປັນຜູ້ຮູ້ກວ່າ, ເກັ່ງກວ່າ, ເວົ້າຫຍັງ  ແລະ ເຮັດຫຍັງລົງໄປກໍຖືກໝົດດີໝົດ, ເກີດມີແນວຄິດລະແວງສົງໄສ ຕໍ່ກັບ ທຸກການເຄື່ອນໄຫວຂອງຜູ້ເປັນຮອງ;  ຢ້ານແຕ່ເຂົາເວົ້າຂວັນຕົນເອງ ຫລື ຢ້ານຜູ້ຮອງຍຶດອຳນາດ, ບໍ່ຢາກ ມອບວຽກໃຫ້ຜູ້ຮອງ ຫລື ຖ້າມອບກໍບໍ່ສົມຄູ່ກັບໜ້າທີ່ ແລະ ຄວາມຮູ້, ບໍ່ຢາກປຶກສາ ຫາລື ວຽກງານກັບຜູ້ຮອງ, ມີແຕ່ ຄິດເອງເຮັດເອງ, ໃນເມື່ອຜິດພາດ ຫລື ລົ້ມເຫລວພັດຖິ້ມຄວາມຮັບຜິດຊອບໃຫ້ ຜູ້ຮອງ ແລະ ປະປ່ອຍໃຫ້ຜູ້ຮອງເຮັດວຽກແຕ່ຄົນດຽວ, ສ່ວນຕົວເອງພັດໄປເຮັດວຽກອັນອື່ນບໍ່ກ່ຽວກັບ ໜ້າທີ່ ແລະ ຄວາມຮັບຜິດຊອບ. ເວລາສະຫລຸບຜົນງານປະຈຳປີ ພັດມີຊື່ຜູ້ດີເດັ່ນເປັນຄົນທຳອິດ, ບໍ່ຢາກກໍ່ສ້າງ ແລະ ສົ່ງເສີມຜູ້ຮອງ ແລະ ອື່ນໆ.

ສ່ວນຜູ້ເປັນຮອງບໍ່ຄວນປະພຶດຕໍ່ກັບຫົວໜ້າກໍຄື:

ບໍ່ເຄົາລົບນັບຖືຜູ້ເປັນຫົວໜ້າດຸໝິ່ນປະໝາດດ້ວຍເຫດຜົນຕ່າງໆນາໆ.

ມີແນວຄິດອິດສາ ແລະ ຊອກທຸກວິທີ ເພື່ອໂຄ່ນລົ້ມໂຈມຕີ ຜູ້ເປັນຫົວໜ້າ, ບໍ່ເຮັດ ວຽກຕາມການມອບໝາຍ ຈາກຫົວໜ້າ; ຖ້າເຮັດກໍບໍ່ເຕັມໃຈ, ຫລື ຫົວໜ້າບອກແນວໜຶ່ງພັດເຮັດໄປແບບ ອື່ນ: ໃນເມື່ອຜິດພາດ, ພັດໂຍນຄວາມ ຮັບຜິດຊອບໃຫ້ແກ່ຫົວໜ້າ ແລະ ບໍ່ມັກປຶກສາຫາລືວຽກງານກັບຫົວໜ້າ, ຖ້າເຫັນບັນຫາກໍຟ້າວຟັ່ງຂຶ້ນລາຍງານໃຫ້ຂັ້ນເທິງແບບຢາກໄດ້ຜົນງານໃສ່ຕົນເອງ (ຊອຍຫອມໃສ່ປາກ), ມັກ ເອື່ອຍອີງແຕ່ຫົວໜ້າ, ບໍ່ມີຫົວຄິດປະດິດສ້າງ, ເຮັດພໍ ແລ້ວມື້ແລ້ວວັນ.

ບໍ່ຢາກຊ່ວຍເຫລືອກໍ່ສ້າງຫົວໜ້າໃຫ້ກາຍເປັນຜູ້ນຳທີ່ດີສູງຂຶ້ນເລື້ອຍໆ.

ທັງໝົດທີ່ໄດ້ກ່າວມານັ້ນ ເປັນພຽງສ່ວນໜຶ່ງ ທີ່ມັກຈະເກີດຂຶ້ນກັບຜູ້ເປັນຫົວໜ້າ  ແລະ ຮອງຢູ່ຫລາຍໆບ່ອນ, ສະນັ້ນ ບັນດາທ່ານ ທີ່ເປັນຫົວໜ້າ ແລະ ຮອງຢູ່ທຸກຂົງເຂດວຽກງານກໍຄວນສຳ ຫລວດກວດກາຕົນເອງຄືນ ວ່າເຄີຍຄິດ ແລະ ປະຕິບັດຕໍ່ ກັນດີພໍ ຫລືຍັງ, ທັງນີ້ກໍເພື່ອ ຄວາມກ້າວໜ້າ ແລະ ຄວາມ ສຳເລັດຂອງອົງການຈັດຕັ້ງ ກໍ ຄືຄວາມຈະເລີນກ້າວໜ້າ ຂອງປະເທດຊາດ./.

ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ - 3 - ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ
ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ - 4 - ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ
ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ - 5 - ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຕໍ່ກັນຂອງຜູ້ເປັນຫົວໜ້າ ແລະ ຮອງ