ແນະນໍາມືຖື Samsung Galaxy Note10/Note10+
ໃນວັນທີ 9 ສິງຫານີ້, ບໍລິສັດຊໍາຊຸງເອເລັກໂຕຣນິກ ໄດ້ເປີດງານ Media First Look ເພື່ອແນະນໍາໂທລະສັບມືຖື ຊໍາຊຸງກະແລັກຊີ ໂນດ 10 ແລະ ໂນດ 10 ພລັສ (Samsung Galaxy Note10/Note10+) ທີ່ມາພ້ອມນະວັດຕະກຳໃໝ່ຂອງການອອກແບບທີ່ໂດດເດັ່ນຂອງບິກຂຽນ S Pen, ການຖ່າຍຮູບພາບ-ວີດິໂອ ແບບມືອາຊີບດ້ວຍໂທລະສັບມືຖືດັ່ງກ່າວອີກດ້ວຍ.
ທ່ານ ນາງ ອໍລະວັນ ຕັ້ງກະມົນສະຖາພອນ ຫົວໜ້າພະແນກມືຖືລາວຊໍາ ຊຸງ ເອເລັກໂຕຣນິກ ກ່າວວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງລູກຄ້າໄດ້ສໍາຜັດກັບນະວັດຕະກໍາໃໝ່ທີ່ໂດດເດັ່ນມາພ້ອມກັບຄວາມສາມາດ ແລະ ປະສິດທິພາບຫລາກຫລາຍຄື: ການອອກແບບຈໍສະແດງຜົນທີ່ມີຄຸນນະ ພາບສົມຈິງທີ່ສຸດ, ໜ່ວຍປະເມີນຜົນທີ່ວ່ອງໄວຂຶ້ນ 20,7%, ກຣາບຟິກເຟມດີຂຶ້ນ 45%, ປະຫຍັດພະລັງງານລົງ 18%, ໜ່ວຍຄວາມຈໍາຫລາຍທຽບເທົ່າແລັບທັອບ, ເປັນສະມາດໂຟນທີ່ສ້າງມາເພື່ອຜູ້ມັກຫລິ້ນເກມໂດຍສະເພາະ, S Pen ທີ່ເຮັດວຽກໄດ້ຫລາກຫລາຍຮູບແບບຂອງການຈົດບັນທຶກດ້ວຍມືເປັນແບບດີຈິຕອລ໌ ສາມາດປ່ຽນເອກະສານຮູບແບບໄຟລ໌ເວີດ (Word) ມາເປັນ ພີດີເອຟ (PDF) ແລະ ເປີດໂລກໃໝ່ຂອງການໃຊ້ງານສະມາດໂຟນເທິງຄອມພິວເຕີ, ເຊື່ອມຕໍ່ງ່າຍພຽງແຕ່ໃຊ້ສາຍ USB ຕໍ່ມືຖືຫາຄອມພິວເຕີ ໂອນຂໍ້ມູນໄດ້ສະດວກສະບາຍ ພ້ອມກັບໂໝດເພີ່ມເຕີມໃນການຖ່າຍພາບ-ວີດິໂອ ແລະ ຕັດຕໍ່ພາບເຄື່ອນໄຫວແບບມືອາຊີບດ້ວຍໂທລະສັບມືຖືເຄື່ອງດຽວ. ພ້ອມເປີດໃຫ້ຈອງແລ້ວແຕ່ວັນທີ 8-21 ສິງຫານີ້, Galaxy Note10+ ໃນລາຄາແນະນໍາ 9.790.000 ກີບ, ຈະໄດ້ຮັບເຄື່ອງອັບເກຣດຈາກຄວາມຈຳ 256GB ເປັນເຄື່ອງ 512GB (ຈາກປົກກະຕິ 512GB ລາຄາ 10,590,000 ກີບ) ແລະ Galaxy Note10 ໃນລາຄາແນະນໍາ 8.490.000 ກີບ, ຈະໄດ້ຮັບ Galaxy Buds ລວມມູນຄ່າ 1.125.000 ກີບ “ຟຣີ” ທັນທີ.