ໄຂ້ຍຸງລາຍຍັງສືບຕໍ່ລະບາດ​ໜັກຢູ່​ຫລາຍ​ທ້ອງ​ຖິ່ນມີຜູ້ເສຍຊີວິດແລ້ວ 53 ຄົນ

ໄຂ້ຍຸງລາຍຍັງສືບຕໍ່ລະບາດ​ໜັກຢູ່​ຫລາຍ​ທ້ອງ​ຖິ່ນມີຜູ້ເສຍຊີວິດແລ້ວ 53 ຄົນ - 2233 1 - ໄຂ້ຍຸງລາຍຍັງສືບຕໍ່ລະບາດ​ໜັກຢູ່​ຫລາຍ​ທ້ອງ​ຖິ່ນມີຜູ້ເສຍຊີວິດແລ້ວ 53 ຄົນ
ໄຂ້ຍຸງລາຍຍັງສືບຕໍ່ລະບາດ​ໜັກຢູ່​ຫລາຍ​ທ້ອງ​ຖິ່ນມີຜູ້ເສຍຊີວິດແລ້ວ 53 ຄົນ - kitchen vibe - ໄຂ້ຍຸງລາຍຍັງສືບຕໍ່ລະບາດ​ໜັກຢູ່​ຫລາຍ​ທ້ອງ​ຖິ່ນມີຜູ້ເສຍຊີວິດແລ້ວ 53 ຄົນ

ກະຊວງ​ສາທາລະນະ​ສຸກ​ໃຫ້​ຮູ້​ວ່າ: ປັດຈຸບັນ​ສະພາບ​ການລະບາດ​ຂອງ​ໄຂ້ຍຸງ​ລາຍ​ຍັງ​ສືບຕໍ່​ເພີ່ມ​ຂຶ້ນ​ສູງ, ​ເຊິ່ງນັບ​ແຕ່​ເດືອນ​ມັງກອນ ຮອດ​ວັນ​ທີ 11 ສິງຫາ​ນີ້, ທົ່ວປະເທດມີຜູ້ຕິດເຊື້ອພະຍາດດັ່ງກ່າວເກືອບ 23 ພັນ​ຄົນ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 53 ຄົນ, ໃນນັ້ນແຂວງທີ່ມີຜູ້ຕິດເຊື້ອຫລາຍກວ່າໝູ່ແມ່ນນະຄອນຫລວງວຽງຈັນມີ 5.352 ຄົນ ເສຍຊີວິດ​ແລ້ວ 13 ຄົນ, ສະຫວັນນະເຂດມີ 3.927 ກວ່າຄົນ ເສຍຊີວິດ 19 ຄົນ, ຈໍາປາສັກ 2.973 ຄົນ ເສຍຊີວິດ 6 ຄົນ, ສາລະ​ວັນ​ມີ 2.763 ​ເສຍ​ຊີວິດ​ແລ້ວ 4 ຄົນ ແລະ ແຂວງອື່ນໆອີກ.

ໃນສະພາບຮ້າຍແຮງນີ້, ກະຊວງສາທາລະນະສຸກຈຶ່ງຂໍຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການຊ່ວຍກັນກໍາຈັດ ແລະ ທໍາລາຍແຫລ່ງເພາະພັນຍຸງລາຍທີ່ເປັນພະຫະນະນໍາເຊື້ອ ໂດຍໃຫ້ເອົາໃຈໃສ່ປະຕິບັດຫລັກການ 5 ປ ຢ່າງ​ເຂັ້ມ​ງວດຄື: 1). ປິດຝາພາຊະນະເກັບນໍ້າ​ໃຫ້​ດີ ເພື່ອບໍ່ໃຫ້ຍຸງລາຍມາ ໄຂ່ໃສ່; 2). ປ່ຽນນໍ້າ ແລະ ຜັດຖູພະຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນໍ້າ ແລະ ອື່ນໆ; 3). ປ່ອຍປາຫາງນົກຍຸງ ເພື່ອກິນໜອນນໍ້າ; 4). ປັບປຸງບໍ່ໃຫ້ມີນໍ້າຄ້າງຂັງກະໂປະ, ກະປ່ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ອື່ນໆ; 5). ປະຕິບັດເປັນປະຈໍາທຸກໆອາທິດ, ເພື່ອແນໃສ່ເຮັດໃຫ້ການລະບາດ ຂອງໄຂ້ຍຸງລາຍຫລຸດຜ່ອນລົງ.

ໄຂ້ຍຸງລາຍຍັງສືບຕໍ່ລະບາດ​ໜັກຢູ່​ຫລາຍ​ທ້ອງ​ຖິ່ນມີຜູ້ເສຍຊີວິດແລ້ວ 53 ຄົນ - Visit Laos Visit SALANA BOUTIQUE HOTEL - ໄຂ້ຍຸງລາຍຍັງສືບຕໍ່ລະບາດ​ໜັກຢູ່​ຫລາຍ​ທ້ອງ​ຖິ່ນມີຜູ້ເສຍຊີວິດແລ້ວ 53 ຄົນ
ໄຂ້ຍຸງລາຍຍັງສືບຕໍ່ລະບາດ​ໜັກຢູ່​ຫລາຍ​ທ້ອງ​ຖິ່ນມີຜູ້ເສຍຊີວິດແລ້ວ 53 ຄົນ - 3 - ໄຂ້ຍຸງລາຍຍັງສືບຕໍ່ລະບາດ​ໜັກຢູ່​ຫລາຍ​ທ້ອງ​ຖິ່ນມີຜູ້ເສຍຊີວິດແລ້ວ 53 ຄົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!