ເສດຖະກິດ ຮົ່ງກົງ ມືດມົນຍ້ອນການປະທ້ວງ
ຮຽບຮຽງໂດຍ: ລູກເມືອງພວນ
ເມື່ອເກີດເຫດການປະທ້ວງຢູ່ ຮົ່ງກົງຮຸນແຮງຂຶ້ນ ບັນດາໂຮງແຮມ, ຮ້ານອາ ຫານ, ຮ້ານຄ້າຂາຍເຄື່ອງ ຍ່ອຍໂຊກເຊົາລົງທັນທີ.
ຫົວໜ້າລັດຖະບານເຂດ ຮົ່ງກົງ Carrie Lam ເຄີຍໄດ້ກ່າວເຕືອນຕໍ່ສະຖາບັນການເງິນສາກົນວ່າ: ກຳລັງປະເຊີນ ໜ້າກັບເສດຖະກິດທີ່ຢໍ້າແຢ້ລົງຖ້າທຽບໃສ່ຈຸດ SARS ປີ 2003 ຫຼື ອັນທີເອີ້ນວ່າ ວິກິດການການເງິນປີ 2008.
“ສະພາບການໃນຄັ້ງນີ້ ຮ້າຍແຮງກ່ວາທຸກຄັ້ງ” ນາງ ກ່າວເຖິງຜົນຮ້າຍຂອງການ ປະທ້ວງ. “ຫຼື ເວົ້າຢ່າງໜຶ່ງ ກໍແມ່ນວ່າ ການປັບປຸງເສດຖະກິດອາດຈະໃຊ້ເວລາດົນ”
ບັນດາຫ້າງຮ້ານເອກະຊົນໄດ້ເລີ່ມຕົ້ນການສະຫຼຸບຄວາມເສຍຫາຍນານກວ່າ ສອງເດືອນທີ່ມີການປະທ້ວງເກີດຂຶ້ນ, ເຊັ່ນ: ເດືອນກໍລະກົດຜ່ານມາ, ອັດຕາຄວາມໜາແໜ້ນຂອງໂຮງແຮມຫຼຸດລົງສອງຕົວເລກ, ການທ່ອງທ່ຽວເປັນກຸ່ມ(ເປັນຄະນະ ຫຼື ເປັນທົວ) ຫຼຸດລົງ 50%. ທ່ານ Edward Yau ຫົວໜ້າຄະນະກຳມະການພັດທະນາເສດຖະກິດ-ການຄ້າຂອງຮົ່ງ ກົງເຕືອນວ່າ: “ເຫດການເກີດ ຂຶ້ນຢູ່ຮົ່ງກົງ ທີ່ຜ່ານມາໄດ້ເຮັດໃຫ້ປະຊາຊົນໃນທ້ອງຖິ່ນກໍຄືເສດຖະກິດຕົກຢູ່ໃນສະພາບການໜ້າເປັນຫ່ວງ, ຍິ່ງໄປກວ່ານັ້ນຍັງຈະເປັນອັນຕະລາຍຕື່ມອີກ ”
ທ່ານ Jason Wong ປະທານສະພາອຸດສາຫະກຳ ແລະ ການທ່ອງທ່ຽວ ຮົ່ງກົງເວົ້າວ່າ: “ຂ້ອຍຄິດວ່າ ສະພາບການນັບມື້ນັບຮ້າຍແຮງ”. ຜົນກະທົບຂອງມັນ ຈົນເຖິງຂັ້ນວ່າ: ການບໍລິການໆທ່ອງທ່ຽວອາດຈະໃຫ້ພະນັກງານພັກວຽກໂດຍບໍ່ມີເງິນເດືອນ ເພື່ອຜ່ານຜ່າ ຄວາມຫຍຸ້ງຍາກໃນຄັ້ງນີ້.
ໂຄສົກຂອງອົງການ ທ່ອງທ່ຽວ ຮົ່ງກົງ ໃຫ້ຮູ້ວ່າ: ຈຳນວນຄົນຈອງໂຮງແຮມໃນເດືອນສິງຫາ ແລະ ເດືອນ ກັນຍາຫຼຸດລົງ ພໍສົມຄວນ, ອາດຈະເຮັດໃຫ້ມີການເສຍ ຫາຍແກ່ຍາວຈົນໝົດລະດູແລ້ງປີນີ້.
ບາງປະເທດເຊັ່ນ: ສະຫະລັດ, ອົສຕາລີ ແລະ ຍີ່ປຸ່ນ ໄດ້ອອກຄຳເຕືອນຕໍ່ປະຊາຊົນຂອງຕົນເອງໃຫ້ມີຄວາມລະມັດລະວັງຖ້າຫາກໄປຮົ່ງກົງ. ການປະທ້ວງໄດ້ເຮັດໃຫ້ບໍລິສັດການບິນ Cathay Pacific ຂອງຮົ່ງກົງຕ້ອງໄດ້ຍົກເລີກທ່ຽວບິນຍ້ອນເກີດການປະທ້ວງ ແລະ ເກີດຄວາມວຸ້ນວາຍ.
ການຂາຍຍົກ, ຂາຍຍ່ອຍ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ. ປະລິມານແຂກທ່ອງ ທ່ຽວໄປ ຮົ່ງກົງຫຼຸດລົງຍ້ອນຮ້ານອາຫານ-ກິນດຶ່ມ ແລະ ຮ້ານຂາຍເຄື່ອງຍ່ອຍກໍປິດ ປະຕູໝົດ.
ຕະຫຼາດ ອະສັງຫາລິມະ ຊັບກໍ]ຫຼຸດລົງຫຼາຍກວ່າ 20% ໃນລະຫວ່າງວິກິດການການເງິນປີ 2008 ແຕ່ກໍຍັງມີຄວາມໝັ້ນຄົງຢູ່ ແຕ່ Innes ກ່າວເຕືອນວ່າ: ການວິກິດການຍ້ອນການປະທ້ວງຢູ່ຮົ່ງກົງຄັ້ງນີ້ນັບມື້ນັບຮຸນແຮງຂຶ້ນອາດຈະເຮັດໃຫ້ເງິນຕາໄຫຼ ອອກນອກປະເທດ.