ໜ່ວຍກູ້ໄພເລັ່ງຊ່ວຍເຫລືອຜູ້ປະສົບອຸປະຕິເຫດລົດເມນໍາທ່ຽວຕົກເຫວຢູ່ເສັ້ນທາງກາສີ-ເມືອງນານ
ເຈົ້າໜ້າທີ່ ປກຊ-ປກສ ແລະ ໜ່ວຍງານກູ້ໄພ, ພ້ອມດ້ວຍທີມແພດປະຈໍາໂຮງໝໍແຂວງຫລວງພະບາງ, ໄດ້ສຸມກໍາລັງເຂົ້າປະຖົມພະຍາບານຜູ້ໄດ້ຮັບບາດເຈັບຫລາຍສີບຄົນໃຫ້ປອດໄພ ແລະ ຊ່ວຍນໍາເອົາຮ່າງຂອງຜູ້ເສຍຊີວິດຫລາຍລາຍອອກຈາກຊາກລົດເມທີ່ເພພັງຢ່າງຮຸນແຮງ, ຫລັງຈາກເກີດອຸປະຕິເຫດຕົກລົງເຫວເລີກຢູ່ເສັ້ນທາງພູ 9 ຫລັກເຂດເຊື່ອມຕໍ່ກາສີ-ເມືອງນານແຂວງຫລວງພະບາງ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ອຸປະຕິເຫດຮຸນແຮງດັ່ງກ່າວ, ເກີດຂຶ້ນເວລາປະມານ 16:30 ໂມງຂອງວັນທີ 19 ສິງຫາຜ່ານມານີ້, ໂດຍມີຜູ້ນັ່ງມາທັງໝົດ 46 ຄົນ. ໃນນັ້ນເປັນນັກທ່ຽວທ່ຽວຊາວຈີນ 44 ຄົນ (ຍິງ 23 ຄົນ) ພໍແລ່ນມາຮອດຈຸດເກີດເຫດຊຶ່ງເປັນເຂດຄ້ອຍຊັນ ແລະ ທາງມື່ນ ຈຶ່ງເຮັດໃຫ້ເສຍການຄວບຄຸມແລ້ວໄດ້ຕົກລົງເຫວສູງຫລາຍຮ້ອຍແມັດຢູ່ທີ່ເຂດບ້ານນາເມືອງ, ເມືອງນານແຂວງຫລວງພະບາງ.
ຜ່ານການລົງຊ່ວຍເຫລືອຂອງເຈົ້າໜ້າທີ່ ແລະ ໜ່ວຍງານກູ້ໄພຂອງແຂວງພົບເຫັນຜູ້ບາດເຈັບ 33 ຄົນ ແລະ ມີຜູ້ເສຍຊີວິດຄາທີ່ຕິດຢູ່ໃນລົດ 13 ຄົນ. ຈຶ່ງໄດ້ນໍາສົ່ງຄົນເຈັບໄປປິ່ນປົວຢູ່ໂຮງໝໍສາກົນລາວ-ຈີນ ແລະ ໂຮງໝໍແຂວງ. ສ່ວນຜູ້ເສຍຊີວິດສາມາດນໍາຮ່າງອອກຈາກລົດໃນມື້ເກີດເຫດໄດ້ 8 ສົບ ແລະ ອີກ 5 ສົບແມ່ນສາມາດເອົາອອກມາໄດ້ໃນວັນທີ 20 ສິງຫາ. ສ່ວນສາເຫດຂອງອຸປະຕິເຫດຄັ້ງນີ້ເຈົ້າໜ້າທີ່ຈະໄດ້ສືບສວນເພີ່ມຕື່ມ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຈຸດທີ່ເກີດອຸປະຕິເຫດ, ແມ່ນຈຸດທີ່ອັນຕະລາຍຫລາຍຕໍ່ການສັນຈອນຂອງພາຫະນະໃນເສັ້ນທາງສາຍນີ້, ເນື່ອງຈາກເປັນຄ້ອຍໂຄ້ງສູງຊັນ ແລະ ທາງໝື່ນ ຖ້າຜູ້ຂັບຂີ່ບໍ່ຄຸ້ນເຄີຍເສັ້ນທາງ ຫລື ຂັບລົດບໍ່ເກັ່ງກໍມີຄວາມສ່ຽງກໍໃຫ້ອຸປະຕິເຫດໄດ້ ແລະ ຜ່ານມາກໍມີອຸປະຕິເຫດເກີດຂຶ້ນມາແລ້ວຫລາຍລາຍ, ສະນັ້ນຂໍໃຫ້ຜູ້ຂັບລົດຈົ່ງມີສະຕິໃນການຂັບຂີ່ຜ່ານເສັ້ນທາງນີ້ ຫລື ໄປນໍາໃຊ້ເສັ້ນທາງກາສີ-ພູຄູນ (ທາງເກົ່າ) ເພື່ອເດີນທາງໄປແຂວງຫລວງພະບາງ ເພື່ອຮັບປະກັນຄວາມປອດໄພ.