ຍີ່ປຸ່ນຈ່າຍ 5 ຕື້ໂດລາ ຊື້ເຮືອບິນຂັບໄລ່ F-35 ຂອງສະຫະລັດ
ຮຽບຮຽງໂດຍ: ລູກເມືອງພວນ
ໃນອາທິດທີ່ຜ່ານມານີ້, ໂຕກຽວໄດ້ປະກາດແຜນ ການຊື້ເຮືອບິນຂັບໄລ່ F-35B, 42 ລຳຈາກສະຫະລັດ ເພື່ອ ປະກອບໃຫ້ກຳປັ່ນເດີ່ນບິນ ຮຸ່ນ Izumo ໃນອະນາຄົດ, ເພື່ອເພີ່ມຄວາມສາມາດປ້ອງກັນຂອງຍີ່ປຸ່ນ.
ການຕົກລົງຂອງກະ ຊວງປ້ອງກັນປະເທດຍີ່ປຸ່ນໄດ້ມີແຜນການຊື້ເຮືອບິນຂັບ ໄລ່ທີ່ມີຄວາມສາມາດບິນ ຂຶ້ນ-ລົງໃນລານບິນທີ່ສັ້ນ ແລະ ເວລາລົງຈອດກໍລົງ ດ້ວຍການຢ່ອນຕົວລົງ(STOVL),ເພື່ອປະຈຳການຢູ່ໃນກຳປັ່ນເດີ່ນບິນຂະໜາດ ນ້ອຍ Izumo ໃນເມື່ອ ຜະ ລິດສຳເລັດ.
ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຍີ່ປຸ່ນຄົນໜຶ່ງໃຫ້ຮູ້ວ່າ: ເຮືອບິນຊະນິດນີ້ ສາມາດຕອບສະໜອງມາດຕະຖານເຕັກນິກສູ້ຮົບ ແລະ ຄວາມສາມາດອຳພາງຕົວສູງ, ເໝາະສົມກັບຄວາມ ຮຽກຮ້ອງຕ້ອງການໃນການເພີ່ມທະວີກຳລັງປ້ອງກັນທິດໃຕ້ຂອງປະເທດ, ເຊິ່ງເປັນ ເຂດທີ່ຂາດເຂີນເດີ່ນບິນຂະ ໜາດໃຫ່ຍ, ລານບິນຂະໜາດຍາວໄກ.
Justin Bronk ຊ່ຽວ ຊານການທະຫານຈາກສະ ຖາບັນການທະຫານອັງກິດ ໃຫ້ຄຳເຫັນວ່າ: “ການປະ ກອບເຮືອບິນຂັບໄລ່ F-35 ໃຫ້ເດີ່ນບິນກຳປັ່ນ Izumo ຈະຊ່ວຍໃຫ້ຍີ່ປຸ່ນຂະຫຍາຍ ກຳລັງແຮງທາງອາກາດໃນເຂດຫ່າງໄກທີ່ບໍ່ມີເດີ່ນບິນ ຂະໜາດໃຫຍ່ໄດ້ສະດວກ./.