ສະຫະລັດຫວັງວ່າ ສປປ. ເກົາຫລີ ຈະບໍ່ຍິງທົດລອງລູກສອນໄຟຕື່ມອີກ

- 667999 - ສະຫະລັດຫວັງວ່າ ສປປ. ເກົາຫລີ ຈະບໍ່ຍິງທົດລອງລູກສອນໄຟຕື່ມອີກ
- kitchen vibe - ສະຫະລັດຫວັງວ່າ ສປປ. ເກົາຫລີ ຈະບໍ່ຍິງທົດລອງລູກສອນໄຟຕື່ມອີກ

ຮຽບຮຽງໂດຍ: ລູກເມືອງພວນ

- 667999 - ສະຫະລັດຫວັງວ່າ ສປປ. ເກົາຫລີ ຈະບໍ່ຍິງທົດລອງລູກສອນໄຟຕື່ມອີກ
(ສປປ. ເກົາຫລີ ຍິງທົດລອງລູກສອນໄຟໄລຍະສັ້ນ, ວັນທີ 16 ສິງຫານີ້. ພາບຈາກ AFP)

ລັດຖະມົນຕີການຕ່າງ ປະເທດສະຫະລັດ Mike Pompeo ສະແດງຄວາມ ບໍ່ພໍໃຈຕໍ່ການຍິງທົດລອງລູກສອນໄຟ 6 ຄັ້ງຂອງ ສປປ. ເກົາຫຼີ, ແຕ່ກໍຍັງຢາກ ເຈລະຈາ ບັນຫາປອດອາວຸດນິວເຄຣຍ ກັບ ສປປ. ເກົາຫຼີ ຢູ່.

- Visit Laos Visit SALANA BOUTIQUE HOTEL - ສະຫະລັດຫວັງວ່າ ສປປ. ເກົາຫລີ ຈະບໍ່ຍິງທົດລອງລູກສອນໄຟຕື່ມອີກ
- Visit Laos Visit SALANA BOUTIQUE HOTEL - ສະຫະລັດຫວັງວ່າ ສປປ. ເກົາຫລີ ຈະບໍ່ຍິງທົດລອງລູກສອນໄຟຕື່ມອີກ

ວັນທີ 20 ສິງຫານີ້, Pompeo ຕອບສຳພາດກ່ຽວ ກັບບັນຫາການຍິງທົດລອງລູກສອນໄຟໄລຍະສັ້ນຂອງ ສປປ. ເກົາຫຼີ ໃນ ໄລຍະຜ່ານມານີ້,  ທ່ານເວົ້າວ່າ: “ຂ້າພະເຈົ້າຄິດວ່າພວກເຂົາຈະບໍ່ເຮັດອີກ ”. ການຕອບສຳພາດ   ດັ່ງກ່າວຂອງລັດຖະມົນຕີການຕ່າງປະເທດສະຫະລັດມີຄວາມແຕກຕ່າງກັບການຖະແຫຼງຂອງປະທານາທິບໍດີດໍໂນທຣຳ, ຊຶ່ງຜູ້ກ່ຽວເຄີຍ ເວົ້າວ່າ: ການຍິງທົດລອງລູກສອນໄຟຂອງ ພຽງຢາງແມ່ນບັນຫາຈິບຈ້ອຍບໍ່ໄດ້ສ້າງໄພຂົ່ມຂູ່ຫຍັງ.

ລັດຖະມົນຕີການຕ່າງ ປະເທດຂອງສະຫະລັດເວົ້າອີກວ່າ: ຄິດວ່າການນຳຂອງ ສປປ. ເກົາຫຼີ ກີມຈອງອູນ ຈະເຫັນດີເຈລະຈາກັນຄືນ ໃໝ່ຕໍກັບບັນຫາປອດອາວຸດ ນິວເຄຣຍ ພາຍຫຼັງໄດ້ມີການ ພົບປະກັບ ທຣຳ 3 ຄັ້ງແລ້ວ. “ເຖິງແມ່ນວ່າພວກເຮົາຈະ ບໍ່ທັນກັບເຂົ້າສູ່ໂຕະເຈລະຈາ ຢ່າງໄວວາ ຕາມທີ່ຄອງຄອຍ ກໍຕາມ ແຕ່ພວກເຮົາກໍເວົ້າ ຢ່າງຈະແຈ້ງແຕ່ເບື້ອງຕົ້ນ ແລ້ວວ່າ:  ອາດຈະມີສິ່ງກີດ ຂວາງບົນເສັ້ນທາງເດີນ”  Pompeo ກ່າວ.

ທ່ານໃຫ້ຮູ້ເພີ່ມເຕີມວ່າ: ຫົວໜ້າຄະນະເຈລະຈາຂອງສະຫະລັດກ່ຽວກັບບັນຫາ ສປປ. ເກົາຫຼີ Stephen Biegun ຈະໄປເອີຣົບໃນອາທິດນີ້ເອງ. “ ພວກເຮົາມີ ຄວາມຫວັງວ່າປະທານກີມ ອາດຈະເຂົ້າຮ່ວມໂຕະເຈລະຈາ ເພື່ອໃຫ້ໄດ້ຜົນຮັບທີ່ຕັ້ງ ໜ້າກ່ວາ. ບັນຫານັ້ນມັນ ຈະເປັນຜົນດີໃຫ້ປະຊາຊົນ   ສປປ. ເກົາຫຼີ ແລະ ໃຫ້ຄົນທັງໂລກ ”.

ການປະກາດຂອງ Pompeo ມີຂຶ້ນໃນສະຖາ ນະການທີ່ການເຈລະຈາລະ ຫວ່າງສະຫະລັດ – ສປປ. ເກົາຫຼີໄດ້ຢຸດສະງັກພາຍ ຫຼັງພຽງ ຢາງໄດ້ກ່າວຫາວ່າ ວໍຊິງຕັນລ່ວງລະເມີດສັນຍາ ດ້ວຍການສືບຕໍ່ການຊ້ອມ ຮົບຮ່ວມພັນທະມິດ 19-2 ໃນກາງເດືອນ ສິງຫາທີ່ ຜ່ານມາ. ເພື່ອຕອບໂຕ້ຕໍ່ກັບການ ຊ້ອມຮົບຮ່ວມ, ສປປ. ເກົາຫຼີ ຈຶ່ງໄດ້ຍິງທົດລອງລູກສອນ ໄຟໄລຍະສັ້ນ 6 ຄັ້ງຕິດຕໍ່ກັນ ແລະ ຢືນຢັນວ່າ: “ຈະ ບໍ່ມີການເຈລະຈາ” ກັບ ສ. ເກົາຫຼີ ອີກ./

.

- 3 - ສະຫະລັດຫວັງວ່າ ສປປ. ເກົາຫລີ ຈະບໍ່ຍິງທົດລອງລູກສອນໄຟຕື່ມອີກ
- 5 - ສະຫະລັດຫວັງວ່າ ສປປ. ເກົາຫລີ ຈະບໍ່ຍິງທົດລອງລູກສອນໄຟຕື່ມອີກ
- 4 - ສະຫະລັດຫວັງວ່າ ສປປ. ເກົາຫລີ ຈະບໍ່ຍິງທົດລອງລູກສອນໄຟຕື່ມອີກ