ການຊ່ວງເສັງລະຫວ່າງສື່ດັ້ງເດີມ ກັບສື່ແບບໃໝ່

- advert banner 728 90 728x90 - ການຊ່ວງເສັງລະຫວ່າງສື່ດັ້ງເດີມ ກັບສື່ແບບໃໝ່

ໂດຍ: ລູກເມືອງພວນ

- new3 - ການຊ່ວງເສັງລະຫວ່າງສື່ດັ້ງເດີມ ກັບສື່ແບບໃໝ່

ການຊ່ວງເສັງສື່ດ້ວຍກັນໃນຍຸກປັດຈຸບັນ ມັນເປັນທ່າອ່ຽງລວມຂອງຍຸກສະໄໝ, ພວກເຮົາບໍ່ສາມາດຈະສະກັດກັ້ນ ຫຼື ຫ້າມມັນໄດ້. ບໍ່ວ່າແຕ່ສື່ ບັນຫາອື່ນໆກໍເຊັ່ນດຽວກັນ ຖ້າຫາກແມ່ນການຊ່ວງເສັງ ແຂ່ງຂັນກັນໃນທາງທີ່ສ້າງສັນບໍ່ປໍລະປັກ ແລະ ປະຫັດປະຫານກັນແມ່ນເປັນການດີທີ່ສຸດ, ເພາະອັນນັ້ນ ມັນເປັນປັດໄຈຍູ້ໜູນໃຫ້ແຕ່ລະສື່ຕ້ອງຮູ້ຈັກປັບຕົວຕົນເອງໃຫ້ກ້າວໜ້າເພື່ອການຄົງຕົວ ແລະ ຂະຫຍາຍຕົວ.

ຍຸກປັດຈຸບັນ, ນອກຈາກສື່ດັ້ງເດີມ ເຊັ່ນ: ໜັງສືພິມ, ໂທລະພາບ, ວິທະຍຸກະຈາຍສຽງ, ວາລະສານ… ຍັງມີສື່ຍຸກໃໝ່ເກີດຂຶ້ນຢ່າງຫຼວງຫຼາຍ, ເປັນຕົ້ນແມ່ນ: ເຟສບຸກເພຈຕ່າງໆ, ສື່ສັງຄົມອອນລາຍ, ຂ່າວເອເລັກໂຕຣນິກ, ຄລິບວີດີໂອ, ສຽງ, ພາບ…ແຕ່ເປັນອັນແນ່ນອນວ່າ, ເຖິງຈະແມ່ນສື່ດັ້ງເດີມ ກໍຄືສື່ຍຸກໃໝ່ ລ້ວນແຕ່ມີຈຸດດີ ແລະ ຈຸດອ່ອນຂອງມັນໄປຄຽງຄູ່ກັນ.

ສຳລັບສື່ດັ້ງເດີມ, ຖືວ່າເປັນສື່ທາງການ ໄດ້ຮັບຮອງຈາກອົງການຈັດຕັ້ງຂອງພັກ ແລະ ລັດຖະບານ. ສະນັ້ນ, ຂ່າວແຕ່ລະຂ່າວທີ່ອອກມາສູ່ສັງຄົມລ້ວນແຕ່ໄດ້ຮັບການກວດສອບຢ່າງຖີ່ຖ້ວນ, ຖືກຕ້ອງ ຊັດເຈນ ແລະ ເປັນຄວາມຈິງ, ຊຶ່ງສ່ອງແສງເຖິງເນື້ອແທ້ຂອງບັນຫາ ຫາກບໍ່ແມ່ນການສ່ອງແສງເປືອກນອກ ຫຼື ຮູບການຂອງເຫດການ. ອັນນັ້ນ ແມ່ນຈຸດແຂງຂອງສື່ດັ້ງເດີມ, ແຕ່ກໍມີຈຸດອ່ອນຢູ່ບໍ່ໜ້ອຍ, ເປັນຕົ້ນແມ່ນ: ຊັກຊ້າບໍ່ທັນເຫດການ ແລະ ລົງເຖິງພື້ນຖານຊີວິດສັງຄົມຂອງປະຊາຊົນແມ່ນມີຄວາມຫຍຸ້ງຍາກ, ເຄື່ອງໄມ້ເຄື່ອງມີຫຼ້າຫຼັງ ບໍ່ມີເງິນຊື້ ເພາະເຄື່ອງທັນສະໄໝເທົ່າໃດລາຄາກໍຍິ່ງແພງ, ລະບຽບການຂໍອະນຸຍາດສຳພາດ ຫຼື ຂໍເອົາຂ່າວກໍເປັນອຸປະສັກບໍ່ໜ້ອນ ເຊັ່ນ: ຕ້ອງໄດ້ລາຍງານຫົວໜ້າ, ຂໍອະນຸຍາດຈາກຜູ້ມີສິດມີອຳນາດ, ການປະຕິບັດການເອົາຂ່າວ ຫຼື ສຳພາດກໍຕ້ອງມີຄວາມລະມັດລະວັງກ່ຽວກັບບັນຫາທີ່ຈະແຕະຕ້ອງເຖິງການເມືອງ, ເຖິງແນວທາງ, ນະໂຍບາຍຂອງພັກ ແລະ ລັດຖະບານ…

ສ່ວນສື່ຍຸກໃໝ່ ແມ່ນວ່ອງໄວທັນໃຈ, ທັນເຫດການ, ເຄື່ອງໄມ້ເຄື່ອງມືທັນສະໄໝ ແລະ ໄວກວ່າ, ແຕ່ກໍມີຂໍ້ຈຳກັດຢ່າງມະຫາສານ, ຍິ່ງໄປກວ່ານັ້ນອາດຈະເປັນອັນຕະລາຍຮ້າຍແຮງຕໍ່ແນວທາງການເມືອງ, ນະໂຍບາຍຂອງພັກ ແລະ ລັດຖະບານ, ເປັນຜົນກະທົບເຖິງສາກົນ ແລະ ຄວາມໝັ້ນຄົງແຫ່ງຊາດ, ເພາະຂ່າວດັ່ງກ່າວບໍ່ໄດ້ຮັບການກວດສອບຈາກຜູ້ໃດ, ສື່ ແລະ ເພຈ ຈຳນວນດັ່ງກ່າວບໍ່ໄດ້ລົງທະບຽນຢ່າງຖືກຕ້ອງຕາມກົດໝາຍ. ໝາຍຄວາມວ່າບໍ່ໄດ້ມີການຈົດລົງທະບຽນຢ່າງຖືກຕ້ອງ, ຂ່າວອອກໄປເຖິງແມ່ນວ່າຈະໄວທັນໃຈ ແຕ່ເປັນຂ່າວທີ່ບໍ່ເປັນໜ້າເຊື່ອຖື , ເພາະສື່ດັ່ງກ່າວບໍ່ເປັນຕົວຕົນ ແລະ ກໍບໍ່ຮູ້ທີ່ຕັ້ງສຳນັກຂອງພວກເຂົາ, ການສ່ອງແສງບັນຫາຕ່າງໆກໍບໍ່ເຖິງແກ່ນແທ້ ແລະ ເນື້ອແທ້ຂອງບັນຫາ, ສ່ອງແສງແຕ່ຮູບນອກ ແລະ ປາກົດການຂອງບັນຫາເທົ່ານັ້ນ. ຕົວຢ່າງ: ກໍລະນີພິພາດທີ່ດິນຢູ່ບ້ານນາໂນ ເມືອງໄຊທານີ, ກໍລະນີລົດແມັກໂຄໄປທຸບເຮືອນຂອງປະຊາຊົນຢູ່ແຄມທາງບ້ານດ່ານຊ້າງ ເມືອງໄຊທານີ ແລະ ອື່ນໆ.

ສື່ຍຸກໃໝ່ວ່ອງໄວທັນໃຈບໍ່ໄດ້ສ່ອງແສງເຖິງເນື້ອແທ້, ແກນແທ້ຂອງບັນຫາ, ບໍ່ໃຫ້ຮູ້ທີ່ໄປທີ່ມາ, ເຫດ ແລະ ຜົນຂອງບັນຫາ, ຈຶ່ງເຮັດໃຫ້ສັງຄົມວິພາກວິຈານຕໍ່ບັນຫາຕ່າງນັ້ນຜິດພາດອອກຈາກຄວາມຈິງຂອງບັນຫາ, ສັງຄົມເກີດຄວາມສັບສົນ ແລະ ແຕກຕື່ນ…

- lattana 1 - ການຊ່ວງເສັງລະຫວ່າງສື່ດັ້ງເດີມ ກັບສື່ແບບໃໝ່

ເພື່ອການຄົງຕົວ ແລະ ຂະຫຍາຍຕົວ, ສື່ດັ້ງເດີມຕ້ອງຫາທຸກວິທີທາງປັບປຸງຕົວເອງໃຫ້ທັນຍຸກ ທັນສະໄໝ, ຕ້ອງໄດ້ມີການລົງທຶນທີ່ເໝາະສົມເຂົ້າໃນວຽກງານສື່ມວນຊົນ, ປັບປຸງນິຕິກຳ ແລະ ວິທີການປະສານງານ, ແບບແຜນວິທີເຮັດວຽກ, ຫຼຸດຜ່ອນຂອດຂັ້ນໃນການປະສານງານ ແລະ ຂໍອະນຸມັດໃຫ້ຫຼຸດໜ້ອຍລົງ.

ນັກຂ່າວກໍຕ້ອງເປັນຜູ້ຫ້າວຫັນ, ວ່ອງໄວ, ມີຄວາມຮູ້ຄວາມສາມາດ ແລະ ເປັນມືອາຊີບ, ຮູ້ເຕັກໂນໂລຊີທີ່ທັນສະໄໝ, ມີຈັນຍາບັນ, ຈັນຍາທຳ, ມີວິໄສທັດເບິ່ງກວ້າງເຫັນໄກ, ມີຈິດໃຈປ່ຽນແປງໃໝ່ຢູ່ຕະຫຼອດເວລາ. ໂດຍສະເພາະລັດຖະບານຕ້ອງກ້າຕັດສິນໃຈລົງທຶນທີ່ເໝາະສົມເຂົ້າໃສ່ບັນຫາຂອງສື່ໃຫ້ຫຼາຍຂຶ້ນ ພ້ອມກັນນີ້ ກໍຕ້ອງມີຂໍ້ກຳນົດກົດໝາຍ, ມີນິຕິກຳທີ່ຮັດກຸ່ມໃນການຄວບຄຸມ ແລະ ຄຸ້ມຄອງບັນຫາສື່ເຖື່ອນ ທີ່ຍາມໃດກໍຫວັງທຳລາຍມ້າງເພ, ປັ່ນປ່ວນ, ໃສ່ຮ້າຍປ້າຍສີແນວທາງການເມືອງຂອງພັກ ແລະ ລັດຖະບານເຮົາ.

ຖ້າເຮັດໄດ້ດັ່ງທີ່ເວົ້າມາຂ້າງເທິງນີ້ຄິດວ່າສື່ດັ້ງເດີມຂອງພວກເຮົາກໍຈະກາຍເປັນສື່ຍຸກໃໝ່ທັນສະໄໝໄດ້ເຊັ່ນດຽວກັນ. ຕ້ອງມີຈິດໃຈປະຕິວັດບຸກ, ເຮັດໃຫ້ສື່ດັ້ງເດີມກາຍເປັນສື່ທັງທັນສະໄໝ ທັງມີຄວາມເຊື່ອໝັ້ນ ເຊື່ອຖືຈາກສັງຄົມ, ເປັນທີ່ເພິ່ງອັນແທ້ຈິງຂອງປະຊາຊົນ, ເປັນກະບອກສຽງທີ່ແຫຼມຄົມຂອງພັກ ແລະ ລັດເຮົາ, ເປັນເວທີປະຊາທິປະໄຕຂອງປະຊາຊົນຢ່າງແທ້ຈິງ.

error: Content is protected !!