4 ຈຸດທີ່ໜ້າສົນໃຈໃນອາຊີຕາເວັນອອກສ່ຽງໃຕ້

- 56978 2 - 4 ຈຸດທີ່ໜ້າສົນໃຈໃນອາຊີຕາເວັນອອກສ່ຽງໃຕ້
- kitchen vibe - 4 ຈຸດທີ່ໜ້າສົນໃຈໃນອາຊີຕາເວັນອອກສ່ຽງໃຕ້
- 42 - 4 ຈຸດທີ່ໜ້າສົນໃຈໃນອາຊີຕາເວັນອອກສ່ຽງໃຕ້
- 56978 2 - 4 ຈຸດທີ່ໜ້າສົນໃຈໃນອາຊີຕາເວັນອອກສ່ຽງໃຕ້

ຮຽບຮຽງໂດຍ: ລູກເມືອງພວນ

- 23489 1 - 4 ຈຸດທີ່ໜ້າສົນໃຈໃນອາຊີຕາເວັນອອກສ່ຽງໃຕ້

1.Bangkok ປະເທດໄທ.

- Visit Laos Visit SALANA BOUTIQUE HOTEL - 4 ຈຸດທີ່ໜ້າສົນໃຈໃນອາຊີຕາເວັນອອກສ່ຽງໃຕ້

ບາງກອກເປັນທີ່ນິຍົມກັນໄປທ່ຽວຍ້ອນມີແບບແຜນການດຳລົງຊີວິດທີ່ຟົດຟື້ນ, ມ່ວນຊື່ນແຖມຍັງມີຄວາມເປັນບູຮານ ແລະ ຄວາມສະຫງົບສຸກ. ການບິນໄປຫາບາງກອກກໍມີຄວາມສະດວກສະບາຍ. ໄປທ່ຽວບາງກອກສາມາດໄປທ່ຽວຊົມຄວາມງົດງາມຂອງວັດວາອາຮາມ, ຊື້ເຄື່ອງຂອງສິນຄ້າທີ່ຫຼາກຫຼາຍ ແລະ ຊົມມວຍໄທ.

ຍາມລາຕີ, ບາງກອກ ເຕັມໄປດ້ວຍຜູ້ຄົນໄປຫຼີ້ນໄປທ່ຽວ ແລະ ຊອບປິງ ຫຼື ອາດຈະໄປຊີມລົດຊາດອາຫານ ແລະ ທ່ຽວຊົມຕະຫຼາດກາງ ຄືນດ້ວຍຄວາມປະທັບໃຈ.

2.Penang, Malaysia

ເປນັງ ເປັນເກາະທີ່ມີຊື່ ສຽງດ້ານການທ່ອງທ່ຽວ ຂອງມາເລເຊຍ ແລະ ອາຊີ, ເກາະແຫ່ງນີ້ ຢູ່ທາງທິດຕາເວັນຕົກຂອງ ມາເລເຊຍ. ເປນັງ ບໍ່ສະເພາະແຕ່ສວຍສົດ ງົດງາມທາງດ້ານທຳມະຊາດເທົ່ານັ້ນແຕ່ຫາກຍັງຫຼາກຫຼາຍທາງດ້ານວັດທະ ນະທຳ ຮີດຄອງປະເພນີອີກດ້ວຍ. ໃນນີ້, ສິ່ງທີ່ໂດດເດັ່ນ ທີ່ສຸດຂອງເກາະແຫ່ງນີ້, ຕ້ອງເວົ້າເຖິງເມືອງບູຮານເກົ່າ   ແກ່ George Town ຊຶ່ງອຸຍແນດສະໂກໄດ້ຮັບຮອງເປັນມໍລະດົກໂລກໃນປີ 2008. ຢູ່ທີ່ນີ້ ທ່ານສາມາດເຊົ່າລົດ   ຖີບ ຫຼື ລົດ 3 ລໍ້ ໄປທ່ຽວຕາມຖະໜົນຫົນທາງທີ່ຄັບແຄບໄດ້, ເພື່ອຊົມບັນດາຮູບແຕ້ມ ໃນຝາກຳແພງຕາມແບບ Street Art ທີ່ມີຊື່ສຽງ.

ເມື່ອມາເຖິງເປນັງ, ສິ່ງໜຶ່ງທີ່ບໍ່ສາມາດຈະຫຼີກລ່ຽງໄດ້, ນັ້ນກໍຄືຊີມອາຫານທີ່ ເປັນເອກະລັກຂອງມາເລເຊຍ.

3.Cebu, Philippines

ເຊບູ ເປັນຕົວເມືອງ ໃຫຍ່ທີສອງຂອງ ຟີລິບປິນ, ເຊບູ ມີຄວາມສວຍສົດງົດງາມ ເປັນພິເສດທີ່ແຕກຕ່າງໂດຍ ວັດທະນະທຳປະສົມປະສານລະຫ່ວາງຕາເວັນ ອອກ  ແລະ ຕາເວັນຕົກ. ເຊບູມີ ເກາະທີ່ສວຍງາມ ແລະ ພູສູງຕັ້ງສະຫງ່າຢູ່ໃຈກາງເມືອງ. ຍ້ອນແນວນັ້ນ, ເຊບູ ຈຶ່ງເປັນ ບ່ອນນັດໝາຍຂອງ ແຂກຕ່າງດ້າວ ທ້າວຕ່າງ ເມືອງທົ່ວສາລະທິດ. ເຂົ້າມາທ່ຽວຊົມ.

ຖ້າມັກຊົມວັດທະນະທຳ, ນັກທ່ອງທ່ຽວອາດຈະໄປເບິ່ງຢູ່ທີ່ ຫໍພິພິທະພັນ, ໂບດທີ່ເກົ່າແກ່, ສູນສະແດງ ສິລະປະ. ຖ້າຫາກມັກການ ພະເນຈອນຄວາມສ່ຽງອາດ ຈະຂຶ້ນໄປ skywalking, ອາດເວົ້າໄດ້ວ່າ ເດີນເທິງອາ ກາດ, edge coaster ລົດ ເລື່ອນອ້ອມຕຶກ, sky lift ຂັ້ນໄດເລື່ອນບົນອາກາດ  40 ຊັ້ນສູງສຽດຟ້າຢ່າງໜ້າ ຕື່ນເຕັ້ນ.

4.Bandung, Indonesia

ນອກຈາກເກາະ ບາຫຼີ ທີ່ເປັນນິຍາຍຂອງນະຄອນ ຈາກາກຕາ ທີ່ຄຶກຄື້ນໄປດ້ວຍ ຜູ້ຄົນແລ້ວ, ຍັງມີ ເມືອງ ບັນ ດຸງ ທີ່ນອນຢູ່ໃນເກາະຈາວາ ຕື່ມອີກ. ອີນໂດເນເຊຍເປັນຈຸດພັກຜ່ອນຢ່ອນອາລົມແຫ່ງຄວາມຝັນສຳລັບຜູ້ທີ່ ມັກຮັກທຳມະຊາດ. ການເດີນທາງຈາກ ຈາກກາຕາ ຫາ ບັນດຸງ ບໍ່ເຖິງ 3 ຊົ່ວໂມງ. ກິດຈະກຳທີ່ໜ້າສົນໃຈ ແລະ ດຶງດູດຜູ້ຄົນໄດ້ດີທີ່ ສຸດໃນທີ່ນີ້ກໍຄືການຂີ່ລົດຖີບເທິງ ຂົວກາງຫາວ.

ໃນເມື່ອເຮົາອອກຈາກ ຕົວເມືອງທີ່ຄັບຄາໜາແໜ້ນໄປດ້ວຍຜູ້ຄົນເທົ່າໃດ, ນັກທ່ອງທ່ຽວກໍຈະໄດ້ຊົມຄວາມງາມທຳມະຊາດເໜືອນດັ່ງວາດໄວ້ໃນຜືນພົມເຊັ່ນ: ພູໄຟທີຖືກໂອບກອດໄປດ້ວຍເມກໝອກໃນຍາມເຊົ້າ, ໂນນພູທີ່ເຕັມໄປດ້ວຍຕົ້ນຊາ  ແລະ ອື່ນໆ./.

- 4 - 4 ຈຸດທີ່ໜ້າສົນໃຈໃນອາຊີຕາເວັນອອກສ່ຽງໃຕ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!