ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້

ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້ - 032308 2019 - ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້
ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້ - kitchen vibe - ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້

ນີ້ແມ່ນ 8 ຄຸນສົມບັດທີ່ຄວນມີຂອງຄົນທີ່ຄິດຈະເປັນຫົວໜ້າ ເພາະໃນຊີວິດການເຮັດວຽກນັ້ນ ນອກຈາກການມີເພື່ອນຮ່ວມງານດີຈະເປັນຄວາມໂຊກດີແລ້ວ ການໄດ້ຫົວໜ້າທີ່ດີ ກໍຖືເປັນຄວາມໂຊກດີສອງຊັ້ນຂອງລູກນ້ອງ ເຊິ່ງມາເບິ່ງກັນວ່າເປັນຫົວໜ້າທີ່ດີຄວນມີຄຸນສົມບັດຫຍັງແດ່ :

     – Leadershipຄຸນສົມບັດໂດຍລວມຂອງຫົວໜ້າ ຂໍ້ທຳອິດທີ່ຂາດບໍ່ໄດ້ແມ່ນ ຄວາມເປັນຜູ້ນຳ. ການກ້າທີ່ຈະຕັດສິນໃຈ, ມີຄວາມເດັດຂາດ ແລະ ສິ່ງສຳຄັນແມ່ນຄວາມຮັບຜິດຊອບ ທັງຕໍ່ວຽກຂອງໂຕເອງ ແລະ ຜົນງານທີ່ລູກນ້ອງເຮັດ ເມື່ອເກີດຄວາມຜິດພາດຕ້ອງກ້າທີ່ຈະຍອມຮັບຜິດ ແລະ ປົກປ້ອງລູກນ້ອງໂຕເອງໄດ້ ເຊິ່ງຈະຊ່ວຍສ້າງຄວາມສັດທາ ແລະ ເປັນທີ່ໜ້າເຄົາລົບນັບຖື.

ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້ - Visit Laos Visit SALANA BOUTIQUE HOTEL - ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້

     – Fair :ຄວາມຍຸຕິທຳແມ່ນຂໍ້ສຳຄັນຂອງຜູ້ນຳ ເພາະຜູ້ນຳທີ່ດີຈະບໍ່ໃຫ້ຄວາມສຳຄັນກັບລູກນ້ອງຄົນໃນຄົນໜຶ່ງເປັນພິເສດ, ບໍ່ເລືອກຫັກຫລັງຊັງບ່ຽງ ແລະ ເຫັນຄວາມສຳຄັນຂອງທຸກຄົນ ໂດຍເຊື່ອວ່າທຸກຄົນລ້ວນມີສັກກະຍະພາບ ແລະ ມີຄວາມສາມາດໃນແຕ່ລະດ້ານທີ່ຕ່າງກັນ. ຜູ້ນຳທີ່ດີຈະເລືອກໃຊ້ຄົນໄດ້ເໝາະສົມກັບວຽກ.

     – Open Mind. :ການເປີດໃຈຮັບຟັງ ເປີດກ້ວາງທາງຄວາມຄິດ, ບໍ່ເອົາໂຕເອງເປັນທີ່ຕັ້ງ, ມີຄວາມຈິງໃຈ ແລະ ຮັບຟັງຄວາມຄິດເຫັນຈາກລູກນ້ອງ ເພາະຕ່າງຄົນຕ່າງຄວາມຄິດ ແລະ ທຸກຄົນມີສິດທີ່ຈະສະແດງຄວາມຄິດເຫັນ ເຊິ່ງຫົວໜ້າທີ່ດີຈະເປີດໃຈຮັບຟັງ ແລະ ເຊື່ອໝັ້ນວ່າຜົນງານທີ່ດີຕ້ອງເກີດຈາກການລະດົມສະໝອງ, ຊ່ວຍກັນຄິດ ແລະ ສະແດງຄວາມຄິດເຫັນຈາກທຸກຄົນໃນທີມ ບໍ່ແມ່ນຄວາມຄິດຈາກໃຜຄົນໃດພຽງຄົນດຽວເທົ່ານັ້ນ ສິ່ງສຳຄັນຫົວໜ້າທີ່ດີຕ້ອງມີຄວາມສາມາດທີ່ຈະຈູງໃຈຂອງທຸກຄົນໃນທີມໃຫ້ເປັນໜຶ່ງດຽວກັນໄດ້ຢ່າງເຕັມໃຈ ພ້ອມທັງຊ່ວຍສະໜັບສະໜູນ ເປັນກຳລັງໃຈ ແລະ ສ້າງແຮງບັນດານໃຈໃນການເຮັດວຽກໃຫ້ແກ່ລູກນ້ອງ.

     – System :ຜົນງານຈະດີໄດ້ຈຳເປັນຕ້ອງມີທີມທີ່ດີ ແລະ ທີມທີ່ດີມັກມີຄວາມເປັນມືອາຊີບ ເຊິ່ງຕ້ອງອາໄສການເຮັດວຽກຢ່າງເປັນລະບົບ. ຜູ້ນຳທີ່ດີຄວນມີການຈັດລະບົບການເຮັດວຽກທີ່ດີໃຫ້ທຸກຄົນສາມາດເຮັດວຽກໄດ້ຢ່າງສອດຄ່ອງກັນ ລວມເຖິງມີການວາງແຜນຂັ້ນຕອນການເຮັດວຽກຢ່າງລະອຽດຮອບຄອບ, ປ້ອງກັນການເກີດບັນຫາ ຫລື ເມື່ອເກີດບັນຫາກໍສາມາດ ຈັດການໄດ້ຢ່າງມືອາຊີບ.

     – Capability :ອີກສິ່ງສຳຄັນຂອງການເປັນຜູ້ນຳຄົນອື່ນໄດ້ ແມ່ນຄວນຈະເປັນບຸກຄົນທີ່ມີຄວາມສາມາດ ໂດຍນຳຄວາມຮູ້ທີ່ດີມາສ້າງສັນຜົນງານໂດດເດັ່ນໃຫ້ແກ່ອົງກອນ ແລະ ມີຄວາມສາມາດອັນເປັນທີ່ຍອມຮັບ ບໍ່ວ່າຈະຈົບດ້ານໃດສາຂາໃດກໍຕາມ ຄວນມີຄວາມຊ່ຽວຊານ, ຮູ້ແຈ້ງຮູ້ແທ້ ແລະ ສາມາດຖ່າຍທອດປະສົບການດີໆໃຫ້ແກ່ລູກນ້ອງໄດ້.

     – Plan well :ຫົວໜ້າທີ່ດີຕ້ອງມີຄຸນສົມບັດດ້ານກົນລະຍຸດ ວາງແຜນເກັ່ງ ເຊິ່ງເປັນການບໍລິຫານຄົນ ແລະ ວຽກຄຽງຄູ່ກັນ. ການມີເປົ້າໝາຍທີ່ຈະແຈ້ງຈະຊ່ວຍໃຫ້ລູກນ້ອງມີແນວທາງທີ່ຈະແຈ້ງໃນການສ້າງສັນຜົນງານທີ່ດີທີ່ສຸດ ແລະ ເປັນປະໂຫຍດຕໍ່ບໍລິສັດ ເພາະບາງເທື່ອຄວາມບໍ່ຈະແຈ້ງ, ການບໍ່ເວົ້າໂດຍກົງ ໂດຍຄາດອີກຝ່າຍຈະຮູ້ວ່າຕ້ອງເຮັດຫຍັງນັ້ນບໍ່ເກີດປະໂຫຍດ ແລະ ລູກນ້ອງບໍ່ມັກ ເພາະບໍ່ຮູ້ວ່າວຽກທີ່ເຮັດຜິດຢູ່ບ່ອນໃດ ຫລື ຫົວໜ້າຢາກໃຫ້ວຽກອອກມາເປັນແບບໃດ.

     – Creative :ໃນຍຸກແຫ່ງການແຂ່ງຂັນທີ່ທຸກອົງກອນຈຳເປັນຕ້ອງກ້າວໃຫ້ທັນຍຸກສະໄໝ ແລະ ກະແສນິຍົມຂອງໂລກທີ່ປ່ຽນແປງຢູ່ຕະຫລອດເວລາ ຜູ້ນຳຍຸກນີ້ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງເຮັດໂຕໃຫ້ທັນກັບໂລກຢູ່ສະເໝີ. ມີຄວາມຄິດສ້າງສັນໃນການສ້າງຜົນງານໃໝ່ໆໃຫ້ກັບອົງກອນຢູ່ຕະຫລອດເວລາເພື່ອນຳພາທີມ ແລະ ອົງກອນສູ່ຄວາມສຳເລັດ.

     – Respect :ການເປັນຜູ້ນຳທີ່ ດີຈຶ່ງຈະມີອຳນາດ ແຕ່ຍ່ອມບໍ່ຖືໂຕ, ປະຕິບັດກັບລູກນ້ອງຢ່າງເຄົາລົບສິດທິຂອງຄວາມເປັນຄົນ ໂດຍເລີ່ມຈາກເຫັນຄຸນຄ່າຂອງຄວາມເປັນຄົນ, ເອົາໃຈເຂົາມາໃສ່ໃຈເຮົາ ເຊິ່ງສ່ວນຫລາຍຜູ້ທີ່ເປັນຫົວໜ້າຄວນຜ່ານຈຸດທີ່ເຄີຍເປັນລູກນ້ອງມາກ່ອນ ກໍຈະສາມາດເຂົ້າໃຈເຖິງຄວາມຕ້ອງການຂອງລູກນ້ອງໄດ້ເປັນຢ່າງດີ.

ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້ - 4 - ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້
ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້ - 5 - ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້
ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້ - 3 - ທ່ານຈະເປັນລູກນ້ອງທີ່ໂຊກດີ ຫາກມີຫົວໜ້າແບບນີ້