ສານຂອງທ່ານ ນາຍົກລັດຖະມົນຕີ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2019-2020




ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 2019-2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າລັດຖະບານ ແລະ ໃນນາມສ່ວນຕົວ ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄຳອວຍພອນອັນປະເສີດ ມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ, ອາຈານ ແລະ ນັກຮຽນ-ນັກສຶກສາທຸກໆຄົນ ໃນທົ່ວປະເທດ, ຂໍໃຫ້ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າ ຕະຫລອດສົກຮຽນ ແລະ ຕະຫລອດໄປ.




ໂດຍເຫັນຄວາມສຳຄັນ ຂອງຊັບພະຍາກອນມະນຸດ ເຊິ່ງເປັນກຳລັງແຮງອັນໃຫຍ່ຫລວງຂອງການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ໝັ້ນຄົງ ນັ້ນ, ພັກ ແລະ ລັດ ໄດ້ໃຫ້ຄວາມສຳ ຄັນເປັນພິເສດ ຕໍ່ການພັດທະນາການສຶກສາ ດ້ວຍການຍົກຄຸນນະພາບ ຂອງການຮຽນ-ການສອນ ໃຫ້ມີຄຸນນະພາບ ນັບມື້ນັບສູງຂຶ້ນ ເປັນການສ້າງຊັບພະຍາກອນມະນຸດຂອງຊາດ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດ ໃນແຕ່ລະໄລຍະ ເພື່ອນໍາເອົາປະເທດຊາດ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ສືບຕໍ່ກ້າວເດີນໄປຂ້າງໜ້າດ້ວຍຄວາມໜັກແໜ້ນ, ໝັ້ນຄົງ ຕາມແນວທາງ ແລະ ເປົ້າໝາຍຂອງພັກ ແລະ ລັດເຮົາ.


ໃນສົກຮຽນຜ່ານມາ, ເຖິງວ່າປະເທດເຮົາໄດ້ປະເຊີນກັບຄວາມຫຍຸ້ງຍາກຫລາຍປະການ, ອັນເນື່ອງມາຈາກໄພທຳມະຊາດ ເຮັດໃຫ້ພື້ນຖານໂຄງລ່າງຂອງການສຶກສາ ໄດ້ຮັບຜົນກະທົບປານໃດກໍ່ຕາມ ແຕ່ ສະພາບການຮຽນ-ການສອນ ໄດ້ດຳເນີນມາດ້ວຍບັນຍາກາດທີ່ດີ ແລະ ມີຜົນສຳເລັດຫລາຍດ້ານ ເປັນຕົ້ນ:ການພັດທະນາຫລັກສູດຊັ້ນປະຖົມ ປ1 ໃໝ່, ການຮຽນການສອນສາມັນປະສົມວິຊາຊີບ ໃນມັດທະຍົມສຶກສາຕອນປາຍ, ທັງມີຄວາມພະຍາຍາມຍົກລະດັບຄຸນນະພາບຂອງການສຶກສາຂຶ້ນຕື່ມ ເພື່ອໃຫ້ເທົ່າທຽມກັບມາດຕະຖານຂອງບັນດາປະເທດໃນພາກພື້ນ ເທື່ອລະກ້າວ. ພວກເຮົາມີຄວາມພາກພູມໃຈ ທີ່ເຫັນວ່າໃນເວທີການແຂ່ງຂັນດ້ານການສຶກສາໃນລະດັບພາກພື້ນ ແລະ ສາກົນ, ນັກຮຽນລາວເຮົາ ສາມາດຍາດໄດ້ຫລາຍລາງວັນສໍາຄັນມາໃຫ້ແກ່ປະເທດຊາດເຮົາ; ອີກດ້ານໜຶ່ງ ໃນສົກປີຮຽນຜ່ານມາ ແມ່ນອັດຕາປະລະການຮຽນຂອງນັກຮຽນ ປ 1 ຫລຸດລົງ, ອັດຕາການເຂົ້າຮຽນຂອງເດັກ 5 ປີ ເພີ່ມຂຶ້ນ, ຈຳນວນນັກຮຽນທີ່ສະໝັກເຂົ້າສາຍອາຊີວະສຶກສາເພີ່ມຂຶ້ນກວ່າເກົ່າ ເຊິ່ງສະແດງໃຫ້ເຫັນໄດ້ມີການຫັນປ່ຽນຄວາມຄິດ ແລະ ຄ່ານິຍົມ ຂອງການຮຽນຮູ້ໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໄດ້ດີຂຶ້ນ.
ຂ້າພະເຈົ້າ ຂໍຖືໂອກາດນີ້, ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ທຸກລະດັບ, ບັນດາສະຖາບັນການສຶກສາທຸກຂັ້ນ, ອົງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ພໍ່ແມ່ປະຊາ ຊົນບັນດາເຜົ່າ ແລະ ນັກຮຽນ-ນັກສຶກສາ ທຸກຖ້ວນໜ້າທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ຜົນສໍາເລັດດັ່ງກ່າວໃນປີຜ່ານໆມາ. ພ້ອມກັນນີ້, ກໍສະແດງຄວາມຂອບໃຈມາຍັງບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນແລະອົງການຈັດຕັ້ງ ທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ມີສ່ວນຮ່ວມໃນການພັດທະນາ ເຮັດໃຫ້ລະບົບການສຶກສາຂອງສປປລາວ ໄດ້ຮັບການປັບປຸງ ແລະ ພັດທະນາເປັນກ້າວໆ, ຫວັງຢ່າງຍິ່ງວ່າຈະໄດ້ຮັບການສືບຕໍ່ສະໜັບສະໜູນຕະຫລອດໄປ.
ທ່ານ ນາຍົກລັດຖະມົນຕີ ກ່າວຕື່ມວ່າ: ເພື່ອເຮັດໃຫ້ສົກປີການສຶກສາ 2019-2020 ດຳເນີນໄປຢ່າງມີປະສິດທິຜົນ ແລະ ສືບຕໍ່ພັດທະນາລະບົບການສຶກສາ ໃຫ້ຂະຫຍາຍຕົວຢ່າງໜັກແໜ້ນເຂັ້ມແຂງ ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມ ຂອງປະເທດເຮົາ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນ, ປະຕິບັດກົດໝາຍ ແລະ ລະບຽບການດ້ານການສຶກສາ ຢ່າງເຂັ້ມງວດ; ເອົາໃຈໃສ່ພັດທະນາສະຖານການສຶກສາ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ; ເອົາໃຈໃສ່ຕ້ານ ແລະ ແກ້ໄຂທຸກປະກົດການຫຍໍ້ທໍ້ ໃນແຕ່ລະສະຖານການສຶກສາ ກໍຄືໃນທົ່ວຂະແໜງການສຶກສາຂອງປະເທດ ແລະ ສ້າງໃຫ້ມີບາດກ້າວໃໝ່ທີ່ນັບມື້ນັບມີຄຸນນະພາບປອດໃສ ແລະ ກ້າວໜ້າທັນສະໄໝ.




ບັນດາຄູ-ອາຈານ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານອັນມີກຽດສະຫງ່າຂອງຕົນ, ສືບຕໍ່ຮຽນຮູ້ເອົາຄວາມຮູ້ໃໝ່ໆ ເພື່ອຖ່າຍທອດໃຫ້ແກ່ນັກຮຽນ, ນັກສຶກສາ ຢ່າງເປັນປະຈຳ, ເຝິກຝົນ ຈັນຍາບັນ, ທັງພັດທະນາຕົນເອງດ້ານວິຊາສະເພາະ ແລະ ເຕັກນິກວິທີການສອນທີ່ສ້າງສັນ, ຫລາກຫລາຍ, ທັນກັບສະພາບການ ແລະ ນຳເອົາເຕັກໂນໂລຊີໃໝ່ ເພື່ອສົ່ງຄວາມຮູ້ ໃຫ້ແກ່ນັກຮຽນ-ນັກສຶກສາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ນັກຮຽນ-ນັກສຶກສາຕ້ອງຕັ້ງໃຈຄົ້ນຄວ້າ ຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍຕົນເອງໃຫ້ຫລາຍຂຶ້ນ, ມີຄວາມດຸໝັ່ນຂະຫຍັນພຽນ, ຈົ່ງຕັ້ງໜ້າຝຶກຝົນຫລໍ່ຫລອມໃຫ້ກາຍເປັນນັກຮຽນທີ່ດີ, ນັກຮຽນເກັ່ງ ຂອງຄູ-ອາຈານ, ເປັນລູກຫລານທີ່ດີຂອງຜູ້ປົກຄອງ, ເປັນພົນລະ ເມືອງດີຂອງປະເທດຊາດ ແລະ ເປັນຜູ້ທີ່ມີຄວາມຮູ້ ຄວາມສາມາດເພື່ອສືບທອດພາລະກິດຂອງຊາດ ໃນອະນາຄົດ.
ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ຜູ້ປົກຄອງ, ຊຸມຊົນ, ຜູ້ປະກອບການ ແລະ ສັງ ຄົມ ຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງຕົນ ໃນການສຶກສາອົບຮົມບົ່ມສອນ ນັກຮຽນ-ນັກສຶກສາ ກໍຄືລູກຫລານຂອງຕົນໃຫ້ເຫັນຄວາມສຳຄັນຂອງການສຶກສາ ໃນການສ້າງອະນາຄົດຂອງຕົນເອງ ກໍຄືປະເທດຊາດ ແລະ ໃຫ້ຖືເອົາວຽກງານການສຶກສາເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນທົ່ວສັງຄົມ.