ນະຄອນຫລວງຈະເລັ່ງແກ້ໄຂຮ່ອງນໍ້າອຸດຕັນ.


ໜ່ວຍງານຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫລວງວຽງຈັນ (ຄບຕ) ຈະສຸມໃສ່ແກ້ໄຂບັນຫາຮ່ອງລະບາຍນໍ້າໃນຕົວເມືອງອຸດຕັນໃຫ້ດີຂຶ້ນ, ພາຍຫລັງມີສຽງວິພາກວິຈານຕ່າງໆນາໆຂອງສັງຄົມ.


ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າອົງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫລວງວຽງຈັນ (ຄບຕ) ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ວຽກງານອະນາໄມໃນຕົວເມືອງ, ໂດຍສະເພາະການອານາໄມຕາມເສັ້ນທາງຕ່າງໆ ຫລື ສວນສາທາລະນະ ແມ່ນໄດ້ປະຕິບັດເປັນປົກກະຕິ, ແຕ່ກໍຍອມຮັບວ່າມີບາງໜ້າວຽກ ເປັນຕົ້ນແມ່ນວຽກອານາໄມຮ່ອງລະບາຍນໍ້າແມ່ນເຮັດຢ່າງຕໍ່ເນື່ອງ, ຍ້ອນງົບປະມານ, ອຸປະກອນ ແລະ ເຄື່ອງຈັກຕ່າງໆນໍາໃຊ້ໃນວຽກງານນີ້ມີຈໍາກັດ ແລະ ເກີດມີຂີ້ດິນຂີ້ເຫຍື່ອອຸດຕັນຮ່ອງລະບາຍນໍ້າໃນຫລາຍຈຸດ, ໂດຍສະເພາະເຂດເມືອງຈັນທະບູລີ, ໄຊເສດຖາ, ສີໂຄດຕະບອງ ແລະ ສີສັດຕະນາກ ທີ່ມັກເກີດນໍ້າຖ້ວມຫົນທາງເປັນບໍລິເວນກວ້າງເມື່ອມີຝົນຕົກໜັກ ຍ້ອນນໍ້າລະບາຍລົງສູ່ຄອງນໍ້າໃຫຍ່ບໍ່ທັນ.




ສະນັ້ນໃນຕໍ່ໜ້ານີ້, ໜ່ວຍງານ ຄບຕ ຈະໄດ້ສົມທົບກັບອໍານາດການປົກຄອງເມືອງ ແລະ ບ້ານ ຈະສຸມໃສ່ສ້າງຂະບວນການອານາໄມຕາມເສັ້ນທາງ ແລະ ຮ່ອງນໍ້າໃນຕົວເມືອງໃຫ້ມີຄວາມຮັບປະກັນດີຂຶ້ນກວ່າເກົ່າ.