ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ

ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ - 33 3 - ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ
ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ - kitchen vibe - ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ

ໃນລະຫວ່າງວັນທີ 29-30 ສິງຫາ 2019 ທີ່ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນຜູ້ຕາງໜ້າພິເສດຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນລົງປະຊາມະຕິ ຄົບຮອບ 20 ປີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ຕາມການເຊື້ອເຊີນຂອງ ທ່ານ ຕາອູ ມາຕານ ຣູອັກ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ເຊິ່ງພິທີໄດ້ຈັດຂື້ນທີ່ນະຄອນຫລວງດີລີ ຕີມໍ-ເລສເຕ ໂດຍມີການນຳຂັ້ນສູງຂອງບັນດາປະເທດອາຊຽນ, ອົດສະຕາລີ, ປະເທດເພື່ອນມິດຂອງຕີມໍ-ເລສເຕ ແລະ ຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເຂົ້າຮ່ວມສະແດງຄວາມຊົມເຊີຍມາຍັງລັດຖະບານ ແລະ ປະຊາຊົນຕີມໍ-ເລດສເຕ ຕໍ່ເອກະລາດ ແລະ ຜົນສຳເລັດໃນການສ້າງສາ ແລະ ພັດທະນາປະເທດຊາດຕະຫລອດໄລຍະ 20 ປີຜ່ານມາ.

ໃນໂອກາດສຳຄັນດັ່ງກ່າວ, ປະທານາທິບໍດີ ຂອງຕີມໍ-ເລສເຕ ໄດ້ໃຫ້ກຽດກ່າວເປີດພິທີ ເພື່ອຫວນລໍາລຶກເຖິງມູນເຊື້ອອັນພິລະອາດຫານຂອງປະຊາຊົນຕີມໍ-ເລສເຕ ໃນການຍາດເອົາເອກະລາດ ແລະ ສິດເປັນເຈົ້າຕົນເອງ, ທັງມີການປະດັບຫລຽນແກ່ບຸກຄົນສຳຄັນ ທີ່ໄດ້ປະກອບສ່ວນແກ່ການໄດ້ຮັບເອກະລາດຂອງປະເທດດັ່ງກ່າວ ​ແລະ ພ້ອມນີ້, ເຈົ້າພາບຍັງໄດ້ຈັດການສະແດງສິລະປະ, ວັດທະ ນະທຳພື້ນເມືອງຂອງຊາວຕີມໍ-ເລສເຕ ແລະ ຍິງບັ້ງໄຟດອກ ເພື່ອສະເຫລີມສະຫລອງຢ່າງຟົດຟື້ນ ແລະ ມີຄວາມໝາຍສຳຄັນ.

ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ - Visit Laos Visit SALANA BOUTIQUE HOTEL - ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ
ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ - Visit Laos Visit SALANA BOUTIQUE HOTEL - ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ

    ວັນລົງປະຊາມະຕິ ເປັນວັນທີ່ມີຄວາມໝາຍສຳຄັນ ຂອງປະເທດຕີມໍ-ເລສເຕ ແລະ ຖືກຈັດໃຫ້ເປັນວັນພັກທາງລັດຖະການໃນແຕ່ລະປີ ເພື່ອລະນຶກເຖິງປະຫວັດສາດກ່ອນໜ້ານີ້ 20 ປີ ເຊິ່ງປະຊາ ຊົນຕີມໍ ໄດ້ພ້ອມໃຈກັນລົງປະຊາມະຕິແຍກຕົວ ເປັນເອກະລາດໃນວັນທີ 30 ສິງຫາ 1999. ປະເທດຕີມໍ-ເລສເຕ ຕັ້ງຢູ່ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ມີຊາຍແດນຕິດຈອດກັບຕີມໍຕາເວັນຕົກ ຂອງອິນໂດເນເຊຍ ແລະ ມີຊາຍແດນທາງນໍ້າ ຕິດກັບປະເທດອົດສະຕາລີ ທາງທິດເໜືອ ໂດຍມີທະເລຕີມໍຂັ້ນກາງ, ມີເນື້ອທີ່ທັງໝົດ 15.007 km2, ມີປະຊາກອນ 1,6 ລ້ານຄົນ (ປີ 2010), ໃນນັ້ນປະຊາຊົນປະມານ 90% ຖືສາສະໜາກາໂທລິກ ແລະ ປະກອບມີ 13 ເມືອງ.

    ສປປ ລາວ ແລະ ສປ ຕີມໍ-ເລສເຕ ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 29 ກໍລະ ກົດ 2002 ແລະ ໄດ້ມີການພົວພັນຮ່ວມມືກັນດີຢ່າງເປັນປົກກະຕິ ຕະຫລອດໄລຍະເວລາ 17 ກວ່າປີຜ່ານມາ. ຫລ້າສຸດ, ໃນລະຫວ່າງວັນທີ 5-8 ມິຖຸນາ 2019, ລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ຂອງຕີມໍ-ເລສເຕ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ເພື່ອສືບຕໍ່ຮັດແໜ້ນ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດໃຫ້ເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ - 3 - ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ
ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ - 4 - ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ
ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ - 5 - ລາວເຂົ້າຮ່ວມສະຫລອງວັນລົງປະຊາມະຕິ ຄົບຮອບ 20 ປີແຫ່ງຕີມໍ-ເລສເຕ