ຝົນຕົກ ນໍ້າຖ້ວມ ໂຮງຮຽນທ້ອງຖິ່ນຫຼາຍແຫ່ງ ບໍ່ໄດ້ເປີດສົກຮຽນໃໝ່


ຮຽບຮຽງໂດຍ: ລູກເມືອງພວນ
ອີງຈາກແຫຼ່ງຂ່າວ VTC News ຂອງຫວຽດນາມ ວັນທີ 4 ກັນຍານີ້ ໃຫ້ຮູ້ວ່າ: ຍ້ອນຝົນຕົກແກ່ຍາວຫຼາຍວັນ ໄດ້ເຮັດໃຫ້ນໍ້າຖ້ວມຂັງ, ໄຫຼສຸ ແລະ ດິນເຈື່ອນ, ໂຮງຮຽນທ້ອງຖິ່ນຫຼາຍແຫ່ງຂອງຫວຽດນາມ ບໍ່ໄດ້ເປີດສົກຮຽນໃໝ່.
ຍ້ອນສະພາບຝົນຕົກ ແກ່ຍາວຫຼາຍວັນ ໄດ້ຮັດໃຫ້ໂຮງຮຽນຢູ່ຫຼາຍທ້ອງຖິ່ນຂອງຫວຽດນາມ ໄດ້ໂຈະການເປີດສົກຮຽນໃໝ່, ເປັນຕົ້ນແມ່ນບັນດາແຂວງຢູ່ທາງພາກກາງຂອງຫວຽດນາມ, ເຊັ່ນ: ແຂວງເຫງະອານ, ທົ່ວແຂວງມີ 135 ໂຮງຮຽນທີ່ບໍ່ໄດ້ໄຂສົກຮຽນໃໝ່, ນອກຈາກນີ້ ມີບາງໂຮງຮຽນຍັງໄດ້ຍ້າຍໄປຈັດຕັ້ງພິທີເປີດສົກຮຽນໃໝ່ຢູ່ບ່ອນອື່ນແທນ. ມີຫຼາຍໂຮງຮຽນ ໄດ້ປະກາດວ່າ: ຖ້າສະພາບການໄພພິບັດຫາກຄຽດຄາຍລົງ ກໍຈະເປີດສົກຮຽນໃໝ່ໃສ່ວັນທີ 9 ກັນຍານີ້ແທນ.
ສ່ວນຢູ່ແຂວງ ຮ່າຕິງ ມີ 173 ໂຮງຮຽນບໍ່ໄດ້ໄຂສົກຮຽນໃໝ່ຕາມກຳນົດຂອງລັດຖະບານແມ່ນວັນທີ 5 ກັນຍາເປັນມື້ເປີດສົກຮຽນໃໝ່.
ແຂວງ ກວາງຈິ ໃນທົ່ວແຂວງມີໂຮງຮຽນ 173 ແຫ່ງບໍ່ໄດ້ໄຂສົກຮຽນໃໝ່ໃນວັນທີ 5 ເຊັ່ນດຽວກັນ. ຫ້ອງການສຶກສາ ແຂວງ ກອນຕູມ ໄດ້ແຈ້ງເປັນທາງການໃຫ້ບັນດາໂຮງຮຍນຮັບຊາບວ່າ: ການໄຂສົກຮຽນໃໝ່ແມ່ນຈະໄດ້ຈັດຕັ້ງວັນໃດທີ່ເໝາະສົມ ຖ້າຫາກດິນຟ້າອາກາດເປັນໃຈ.
ໄພພິບັດນໍ້າຖ້ວມຢູ່ຫຼາຍແຂວງຂອງຫວຽດນາມໄດ້ເຮັດໃຫ້ໂຮງຮຽນຫຼາຍແຫ່ງຢູ່ບັນດາທ້ອງຖິ່ນຕ່າງໆບໍ່ໄດ້ໄຂສົກຮຽນໃໝ່ຕາມກຳນົດເວລາ, ມີນ້ອງນັກຮຽນຫຼາຍພັນນ້ອງບໍ່ໄດ້ເຂົ້າຮຽນຕາມແຜນການຂອງລັດຖະບານ.



