ຫລຸດຮອຍດຳຄຳ້ກ້ອງດວງຕາດ້ວຍສູດຜັກຫອມລາບ

ຕື່ນຂຶ້ນມາມື້ເຊົ້ານີ້ ເຫັນຮອຍດຳຄຳ້ກ້ອງດວງຕາໂຕເອງຫລືບໍ່
ຖ້າເປັນແບບນັ້ນກໍອາດຈະມີຄົນທ້ວງທ່ານວ່າ ມື້ຄືນນີ້ນອນເດິກແມ່ນບໍ່ ຫລື
ມື້ນີ້ບໍ່ສະບາຍແມ່ນບໍ່? ເພາະວ່າຮອຍດຳຄຳ້ກ້ອງດວງຕາເກີດຈາກການພັກຜ່ອນບໍ່ພຽງພໍ ຫລື
ຮ່າງກາຍອິດເມື່ອຍອ່ອນເພຍ ປ່ອຍໄວ້ຈະບໍ່ແມ່ນເລື່ອງດີແນ່ນອນ.
ມື້ນີ້ພວກເຮົາມີສູດຊ່ວຍຫລຸດຮອຍໝອງຄຳ້ກ້ອງດວງຕາດ້ວຍຜັກຫອມລາບມາແນະນຳທ່ານ ເຊິ່ງຍ້ອນສັບພະຄຸນຂອງສານແທນນິນ ແລະ ເທີເພນໃນຜັກຫອມລາຍທີ່ມີລິດເຢັນ ຊ່ວຍຄາຍຄວາມອ່ອນເພຍບໍລິເວນກ້ອງດວງຕາໄດ້ດີ ປະສົມປະສານກັບຄຸນຄ່າຂອງນຳ້ມັນໝາກງາບໍລິສຸດ, ນົມສົດ ແລະ ນຳ້ເຜິ້ງ ທີ່ຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ຜິວບໍລິເວນກ້ອງດວງຕາໃຫ້ທ່ານໄດ້.
– ສ່ວນປະສົມຂອງສູດມີດັ່ງນີ້ :
1. ນຳ້ເຜິ້ງ 1 ບ່ວງຊາ.
2. ນຳ້ມັນໝາກງາບໍລິສຸດ 1 ບ່ວງຊາ.
3. ນົມສົດ 1 ບ່ວງຊາ.
– ວິທີເຮັດ :
1. ປະສົມສ່ວນປະສົມທັງໝົດໃຫ້ເຂົ້າກັນດີ.
2. ລ້າງໜ້າໃຫ້ສະອາດ ແລ້ວເຊັດໃຫ້ແຫ້ງ.
3. ເອົາສ່ວນປະສົມທີ່ໄດ້ນັ້ນມາທາ ຫລື ແຕ້ມໃສ່ບໍລິເວນກ້ອງດວງຕາທີ່ດຳຄຳ້ ທາຄ່ອຍໆ ລູບຈາກຫົວຕາໄປເຖິງຫາງຕາ ປະໄວ້ປະມານ 15 ນາທີ.
4. ເຊັດອອກດ້ວຍສຳລີຈຸ່ມນຳ້ອຸ່ນໆ ແລະ ເຊັດຄ່ອຍໆ.
ເຮັດສູດນີ້ທຸກເຊົ້າຕິດຕໍ່ກັນ 1 ອາທິດ
ຮອຍໝອງຄຳ້ ຮອຍດຳດ່າງຢູ່ບໍລິເວນກ້ອງດວງຕາຈະຄ່ອຍໆຈາງລົງ. ນອກຈາກນີ້
ກິ່ນຫອມເຢັນຂອງໃບຜັກຫອມລາບຍັງຊ່ວຍຜ່ອນຄາຍຄວາມເຄັ່ງຄຽດຂະນະທີ່ພອກໄດ້ນຳ ພຽງຕື່ນເຊົ້າມາ
15 ນາທີ ກໍບອກລາຮອຍໝອງຄຳ້ບໍລິເວນກ້ອງຕາໄດ້, ແຕ່ຈະຖ້າໃຫ້ດີແທ້ບໍ່ຄວນນອນເດິກຈົນເກີນໄປ ແລະ ພັກຜ່ອນໃຫ້ພຽງພໍ ຢ່າງໜ້ອຍມື້ລະ 8
ຊົ່ວໂມງຈະດີທີ່ສຸດ ພ້ອມທັງໝັ່ນອອກກຳລັງກາຍຢ່າງສະໝໍ່າສະເໝີກໍຊ່ວຍຟື້ນຟູສະພາບຜິວໃຫ້ດີຂຶ້ນໄດ້.