ແຂວງສະຫວັນນະເຂດ ຮີບຮ້ອນຊ່ວຍເຫລືອ ປະຊາຊົນຜູ້ປະສົບໄພນ້ຳຖ້ວມເປັນການດ່ວນ


ພາຍຫລັງໄດ້ຮັບຜົນສະທ້ອນຈາກລົມພະຍຸໝູນເຂດຮ້ອນໂພດູ ແລະ ດີເປຣຊັນ, ພັດຜ່ານເຂົ້າລາວໃນລະຫວ່າງທ້າຍເດືອນສິງຫາ ຕົ້ນເດືອນກັນຍາ 2019 ນີ້. ໄດ້ເຮັດໃຫ້ມີຝົນຕົກໜັກ ແລະ ເກີດນ້ຳຖ້ວມໜັກໜ່ວງຢູ່ 6 ແຂວງພາກກາງ ແລະ ພາກໃຕ້ລາວ, ໃນນັ້ນສະເພາະຢູ່ແຂວງ ສະຫວັນນະເຂດມີ 452 ບ້ານ ຂອງ 15 ເມືອງຖືກນ້ຳຖ້ວມໜັກມີຫລາຍກວ່າ 42.500 ຄອບຄົວໄດ້ຮັບຜົນກະທົບ ແລະ ເຫດເສົ້າສະຫລົດໃຈທີ່ ສຸດແມ່ນສົ່ງຜົນໃຫ້ມີ 3 ຄົນເສຍຊີວິດຢູ່ເມືອງອາດສະພອນ, ນະຄອນໄກສອນ ພົມວິຫານ ແລະ ເມືອງພີນ, ໃນນັ້ນຕ້ອງໄດ້ຍົກຍ້າຍ ປະຊາຊົນຫລາຍກວ່າ 23.800 ຄົນໄປຢູ່ເຂດປອດໄພ, ເລົ້າເຂົ້າຫລາຍກວ່າ 1.000 ຫລັງຖືກນ້ຳຖ້ວມ.
ເນື້ອທີ່ນາ 47.400 ກວ່າເຮັກຕາຈົມຢູ່ໃຕ້ນ້ຳ, ໜອງປາຫລາຍກວ່າ 1.500 ໜອງ, ຊົນລະປະທານ 33 ແຫ່ງ, ສັດລ້ຽງຈຳນວນຫລາຍໄດ້ຮັບຄວາມເສຍຫາຍ ແລະ ໜ້າ ເປັນຫວ່ງອີກອັນໜຶ່ງແມ່ນ ໂຮງຮຽນ 172 ແຫ່ງ ບໍ່ໄດ້ ເປີດສົກຮຽນໃໝ່, ໃນນັ້ນມີໂຮງຮຽນອະນຸບານ 21 ແຫ່ງ, ປະຖົມ 137 ແຫ່ງ ແລະ ໂຮງຮຽນ ມ.ຕົ້ນ, ມ.ປາຍ 14 ແຫ່ງ, ເສັ້ນທາງຄົມມະນາຄົມທາງບົກຖືກຕັດຂາດ, ບໍ່ມີໄຟຟ້າ, ນ້ຳປະປາ ແລະ ວິດຖ່າຍ.
ໃນເບື້ອງຕົ້ນອຳນາດ ການປົກຄອງແຂວງໄດ້ຊ່ວຍ ເຫລືອເປັນການສຸກເສີນແລ້ວ, ໂດຍໃຊ້ກຳລັງທະຫານຫລາຍ ກວ່າ 400 ຄົນ, ລົດບັນທຸກ 12 ຄົນເຂົ້າຊ່ວຍປະຊາຊົນ ບ້ານຄູກັນນ້ຳ, ບຸກເບີກດິນເຊາະເຈື່ອນອອກຈາກທາງ ຫລວງສະໜອງເຄື່ອງບໍລິໂພກ ແລະ ອຸປະໂພກທີ່ຈຳເປັນຄື: ເຂົ້າກິນ 300 ໂຕນ ນ້ຳດື່ມ 20 ພັນແຜກ, ໝີ່ແຫ້ງ 6.000 ແກັດ, ປາກະປ໋ອງ 3.000 ແກັດ. ເຮືອຈັກ 10 ລຳ, ເຕັ້ນ 20 ດາງ ແລະ ເງິນບໍລິຫານ 500 ລ້ານກີບ.
ຕໍ່ສະພາບດັ່ງກ່າວເມື່ອ ວັນທີ 6-7 ກັນຍານີ້, ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າ ແຂວງ ສະຫວັນນະເຂດ ແລະ ທ່ານໂພໄຊ ໄຊຍະສອນ ຮອງ ເຈົ້າແຂວງ ກໍໄດ້ຮີບຮ້ອນລົງ ຊຸກຍູ້ການຊ່ວຍເຫລືອຜູ້ປະ ສົບໄພຢູ່ເຂດຕັ່ງຫວາຍ- ລຳທວາຍ, ເມືອງຈຳພອນ ເຊິ່ງ ມີປະຊາຊົນ 16 ບ້ານ, ມີ 3.000 ກວ່າຄອບຄົວ, ມີພົນລະເມືອງທັງໝົດເກືອບ 17.000 ຄົນ ໄດ້ຮັບຜົນກະທົບໜັກ, ເສັ້ນທາງບົກຖືກຕັດຂາດ, ຜົນລະປູກ, ຊັບສິນ, ໄຮ່ນາຮົ້ວສວນ, ສັດສາວາສິ່ງເປັນຈຳນວນຫລາຍໄດ້ລົ້ມຕາຍ, ໃນໂອກາດນີ້ ທ່ານ ຮອງເຈົ້າແຂວງກໍໄດ້ມອບ ເຄື່ອງຊ່ວຍເຫລືອ, ພ້ອມພົບປະໂອ້ລົມປະຊາຊົນຈຳນວນໜຶ່ງອອກມາຢູ່ເຂດປອດໄພ ເພື່ອໃຫ້ກຳລັງໃຈແກ່ເຂົາເຈົ້າອົດທົນຜ່ານຜ່າວິກິດການຮ້າຍແຮງນີ້.
ສະເພາະຢູ່ເມືອງຊົນບູລີ, ທ່ານ ເຈົ້າແຂວງ ໂພໄຊ ໄຊຍະສອນກໍໄດ້ລົງໄປມອບເຄື່ອງ ຊ່ວຍເຫລືອທີ່ຈຳເປັນແກ່ຜູ້ ປະສົບໄພ, ມີເຂົາປາອາຫານ, ນ້ຳມັນກະຊວນ ແລະ ເຄື່ອງ ໃຊ້ຈຳເປັນອື່ນໆ.
ພ້ອມລົງກວດກາເບິ່ງສະພາບນ້ຳຖ້ວມຕົວຈິງຢູ່ 39 ບ້ານ, ມີໂຮງຮຽນ 26 ແຫ່ງ ເນື້ອທີ່ປູກເຂົ້າຫລາຍພັນເຮັກຕາຈົມຢູ່ໃຕ້ນ້ຳ ແລະ ໜ້າເປັນໜ່ວງທີ່ສຸດແມ່ນມີຜູ້ເຖົ້າ, ຄົນແກ່ຊະລາ ແລະ ແມ່ມານຈຳນວນໜຶ່ງຍັງບໍ່ສາມາດຍົກຍ້າຍອອກຈາກເຂດນ້ຳຖ້ວມ.
ດັ່ງນັ້ນທ່ານຮອງເຈົ້າແຂວງໄດ້ແນະນຳໃຫ້ພາກສ່ວນກ່ຽວຂ້ອງລົງຊ່ວຍເຫລືອກອບກູ້ເອົາຈຳນວນຄົນທີ່ຍັງຕິດຄ້າງຢູ່ເຂດນ້ຳຖ້ວມອອກມາໂດຍໄວ. ພ້ອມຮຽກຮ້ອງໃຫ້ເລັ່ງຊ່ວຍເຫລືອຢາປົວພະຍາດ, ເສືອຊູຊີບ, ນ້ຳມັນເຊື້ອໄຟ ແລະ ເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນອື່ນໆໃຫ້ເຖິງມືຜູ້ປະສົບໄພໂດຍໄວ./.