ບົດບາດຂອງຜູ້ນຳພາ ໃນຍຸກ 4.0

ບົດບາດຂອງຜູ້ນຳພາ ໃນຍຸກ 4.0 - 66 - ບົດບາດຂອງຜູ້ນຳພາ ໃນຍຸກ 4.0
ບົດບາດຂອງຜູ້ນຳພາ ໃນຍຸກ 4.0 - kitchen vibe - ບົດບາດຂອງຜູ້ນຳພາ ໃນຍຸກ 4.0

ຮຽບຮຽງໂດຍ: ລູກເມືອງພວນ

ຜູ້ນຳພາໃນຍຸກ 4.0 ຕ້ອງຮູ້ວິທີການສ້າງກຸ່ມ ເພື່ອກະຕຸກຊຸກຍູ້ໃຫ້ເກີດຫົວຄິດປະດິດສ້າງ, ຫຼີກລ່ຽງຈາກຄວາມສ່ຽງ ແລະ ໃຫ້ມີການພັດທະນາຢ່າງຕໍ່ເນື່ອງໂດຍເຊື່ອມໂຍງກັບເສດຖະກິດໂລກ, ພວກເຮົາໄດ້ຢ່າງເຂົ້າສູ່ການປະຕິວັດອຸດສາຫະກຳ 4.0 ໂດຍການຫັນເປັນເທັກໂນໂລຢີທັນສະໄໝ ແລະ ອັດຕະໂນມັດ, ດ້ວຍສະໝອງຂອງເຄື່ອງຈັກ ແລະ robot. ເພື່ອໃຫ້ທັນກັບທ່າອ່ຽງທັນສະໄໝດັ່ງກ່າວ, ບັນດາຫົວໜ່ວຍທຸລະກິດທັງຫຼາຍກໍມີການແຂ່ງຂັນພັດທະນາເທັກໂນໂລຢີທີ່ກ້າວໜ້າຂຶ້ນມາເລື້ອຍໆ.  ແຕ່ບັນຫາມີຢູ່ວ່າ: ບັນດາຫົວໜ່ວຍທຸລະກິດດັ່ງກ່າວ ຈະເຮັດແນວໃດຈຶ່ງຈະນຳໃຊ້ບັນຫາທັນສະໄໝດັ່ງກ່າວໄດ້ ເພື່ອແນໃສ່ດຶງດູດ ແລະ ພັດທະນາຄວາມອາດສາມາດ ແລະ ການດຶງເອົາ​ຜູ້ທີ່ມີຫົວສະໝອງໄວ້ໄດ້ ເພື່ອບືນຕົວໃຫ້ເປັນຜູ້ນຳໜ້າໃນອະນາຄົດ?

ບົດບາດຂອງຜູ້ນຳພາ ໃນຍຸກ 4.0 - Visit Laos Visit SALANA BOUTIQUE HOTEL - ບົດບາດຂອງຜູ້ນຳພາ ໃນຍຸກ 4.0
ບົດບາດຂອງຜູ້ນຳພາ ໃນຍຸກ 4.0 - Visit Laos Visit SALANA BOUTIQUE HOTEL - ບົດບາດຂອງຜູ້ນຳພາ ໃນຍຸກ 4.0

ຢືນຢູ່ຕໍ່ໜ້າສະພາບແວດລ້ອມການປ່ຽນແປງຂອງຕະຫຼາດ, ປະລິນຍາເອກດ້ານເສດຖະກິດ ຫງຽວນຖຸຍຢຸງ, ຊ່ຽວຊານດ້ານການກໍ່ສ້າງ ແລະ ໃຫ້ຄຳປຶກສາດ້ານທຸລະກິດໃຫ້ຮູ້ວ່າ: ​ຈິນຕະນາການເກົ່າບໍ່ສອດຄ່ອງກັບຍຸສະໄໝອີກແລ້ວ, ບັນດາຜູ້ນຳທັງຫຼາຍຕ້ອງປັບປ່ຽນວິທີການ ໃຫ້ສອດຄ່ອງກັບການປ່ຽນແປງດ້ານສະພາບແວດລ້ອມທຸລະກິດໃນຍຸກປັດຈຸບັນ, ພິເສດຄວາມສາມາດໃນການລົງທຶນທີ່ເໝາະສົມ, ພັດທະນາໃຫ້ຖືກກັບຄວາມຮຽກຮ້ອງຕ້ອງການ, ຊ່ວຍໃຫ້ພາກທຸລະກິດຂ້າມຜ່ານຄວາມທ້າທາຍ ແລະ ຍາດກາລະໂອກາດໃຫ້ໄດ້. ຖັນແຖວພະນັກງານວິຊາການຕ້ອງມີຄວາມສາມາດປັບຕົວເຂົ້າກັບລະບົບຄວາມສາມາດໃໝ່ທີ່ຈຳເປັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ.

ນັກຄຸ້ມຄອງຍຸກ 4.0 ຕ້ອງຮູ້ຈັກສ້າງກຸ່ມ ແລະ ສ້າງຄວາມສຳພັນຂອງສະມາຊິກໃນກຸ່ມດ້ວຍກັນ, ປຸກລະດົມຫົວຄິດປະດິດສ້າງ, ຫຼີກລ່ຽງຄວາມສ່ຽງ ເພື່ອໃຫ້ມີການພັດທະນາຢ່າງຕໍ່ເນື່ອງ. ບັນດານັກຄົ້ນຄ້ວາຊີ້ໃຫ້ເຫັນວ່າ: ຄວາມສາມາດໃນການຄຸ້ມຄອງ ມີການພົວພັນຢ່າງສະໜິດແໜ້ນກັບການນຳໃຊ້ຫົວຄິດປະດິດສ້າງ ເພື່ອພັດທະນາຜະລິດຕະພັນ ແລະ ການບໍລິການແບບໃໝ່ ເພື່ອຕອບສະໜອງໃຫ້ໄດ້ກັບຄວາມຮຽກຮ້ອງຕ້ອງການນັບມື້ເຄັ່ງຄັດຂອງຜູ້ບໍລິໂພກ(ລູກຄ້າ).

ໃນເມື່ອຄວາມສາມາດໃນການຄຸ້ມຄອງນັບມື້ມີບົດບາດຫຼາຍຂຶ້ນ, ບຸກຄົນໃນຫົວໜ່ວຍທຸລະກິດຈຳຕ້ອງໄດ້ປະກອບເຄື່ອງມື ແລະ ວິທີການໃໝ່ ເພື່ອໃຫ້ທັນກັບທ່າອ່ຽງປ່ຽນແປງຂອງຍຸກສະໄໝ ເພື່ອສ້າງທ່ວງທ່າໃນການແກ້ງແຍ້ງແຂ່ງຂັນ ແລະ ສ້າງຄວາມໄດ້ປຽບ​ລື່ນກາຍໃຫ້ໄດ້.

—————————

ບົດບາດຂອງຜູ້ນຳພາ ໃນຍຸກ 4.0 - 5 - ບົດບາດຂອງຜູ້ນຳພາ ໃນຍຸກ 4.0
ບົດບາດຂອງຜູ້ນຳພາ ໃນຍຸກ 4.0 - 4 - ບົດບາດຂອງຜູ້ນຳພາ ໃນຍຸກ 4.0
ບົດບາດຂອງຜູ້ນຳພາ ໃນຍຸກ 4.0 - 3 - ບົດບາດຂອງຜູ້ນຳພາ ໃນຍຸກ 4.0