ການຄ້າແຂວງສະຫວັນນະເຂດລົງຄວບຄຸມລາຄາສິນຄ້າຫລັງນ້ຳຖ້ວມ
ທ່ານຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ແລະ ພະນັກງານການຄ້າຈຳນວນໜຶ່ງໄດ້ລົງຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ບໍລິການຕ່າງໆເພື່ອບໍ່ໃຫ້ມີການສວຍຖອກາດຂຶ້ນລາຄາສິນຄ້າໂດຍລຳພັງ ແລະ ສ້າງຄວາມປັ່ນປ່ວນທາງດ້ານລາຄາ, ຮັບປະກັນໃຫ້ການສະໜອງສະບຽງອາຫານພຽງພໍກັບຄວາມຕ້ອງການຂອງຕະຫລາດໃນໄລຍະທີ່ຫລາຍເມືອງພາຍໃນແຂວງສະຫວັນນະເຂດ ໄດ້ປະສົບໄພພິບັດນ້ຳຖ້ວມຢ່າງໜັກ.
ຫຼ້າສຸດ ພະແນກອຸດສາຫະກຳ ແລະການຄ້າແຂວງກໍໄດ້ອອກແຈ້ງການສະບັບໜຶ່ງໂດຍເນັ້ນໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ໃນການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາດພາຍໃນແຂວງໃຫ້ເຂັ້ມງວດ ເພື່ອຫລີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໃນໄລຍະໄພພິບັດນ້ຳຖ້ວມຄືແນວນີ້.
ຈາກການລົງຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ບລິການຕາມທ້ອງຕະຫລາດສ່ວນຫລາຍຍັງເປັນປົກກະຕິດີ ບໍ່ປາກົດເຫັນກໍລະນີຂຶ້ນລາຄາສິນຄ້າເກີນກຳນົດ. ຈາກການສອບຖາມຜູ້ຂາຍສິນຄ້າປະເພດສະບຽງອາຫານເປັນຕົ້ນແມ່ນ: ຊີ້ນ, ເຂົ້າສານ, ໄກ່, ປາ, ອາຫານແຊ່ແຂງ, ອາຫານແຫ້ງ ແລະ ພືກຜັກຕ່າງໆຢູ່ຕາມທ້ອງຕະຫລາດຍັງເປັນປົກກະຕິ ທາງການກໍໄດ້ແນະນຳໃຫ້ຜູ້ປະກອບການ ໂດຍເນັ້ນຫ້າມຂຶ້ນລາຄາສິນຄ້າໂດຍເດັດຂາດ ເພາະຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນສະບຽບອາຫານ ແມ່ນຕ້ອງຂາຍຕາມກົນໄກຕະຫລາດຄຸ້ມຄອງຂອງລັດ, ຖ້າພົບເຫັນການລະເມີດຝ່າຝືນ ແມ່ນໃຫ້ກ່າວເຕືອນ ແລະ ປະຕິບັດມາດຕະການລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ.