ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ

ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ - 57 - ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ
ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ - kitchen vibe - ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ

​ໂດຍ: ທິດ​ກ່ຳ

ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ - Visit Laos Visit SALANA BOUTIQUE HOTEL - ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ

ມາເຖິງທຸກວັນນີ້, ເຫັນວ່າຄຸນຄ່າເງິນກີບລາວອອນຄ່າລົງເກືອບ 30 ກີບຕໍ່ 1 ບາດໄທ ຫລື ຖ້າຈະປຽບທຽບ ອີກແບບໜຶ່ງກໍແມ່ນ 100 ບາດໄທຕໍ່ 30.000 ກີບລາວ ແລ້ວ. ເມື່ອຫວນຄືນເບິ່ງຫລາຍໆສິບປີທີ່ຜ່ານມາຈົນມາຮອດປັດຈຸບັນເຫັນວ່າ ເງິນກີບລາວອ່ອນຄ່າລົງຢ່າງຕໍ່ເນື່ອງຈົນບໍ່ມີທ່າທີແຂງຕົວເພື່ອໃຫ້ເງິນບາດໄທຢູ່ເກົ່າ.

ເມື່ອຕັ້ງໂຈດກັນວ່າເປັນຫຍັງເງິນກີບລາວຈຶ່ງອ່ອນຄ່າລົງຕິກໆ? ຖ້າພວກເຮົາຫາກພ້ອມກັນຄົ້ນຄວ້າຊອກ ຫາຄຳຕອບ ຫລື ວ່າເຫດຜົນມັນ ກໍມີຫລາຍປັດໄຈ ແລະ ຫລາຍເງື່ອນໄຂ, ແຕ່ຕາມເຮົາວ່າສ່ວນໜຶ່ງມັນຄາຢູ່ນຳ ຄວາມເປັນເຈົ້າ, ຂຶ້ນກັບເງື່ອນໄຂ ແລະ ປັດໄຈນອກຕົວໃນ ຕົວດັ່ງຕໍ່ໄປນີ້: ໃນປະຫວັດ ສາດຜ່ານມາກໍຄືປັດຈຸບັນປະ ເທດລາວເປັນປະເທດຈຳໜ່າຍສິນຄ້າໃຫ້ໄທ ຫລື ເວົ້າອີກຢ່າງໜຶ່ງກໍແມ່ນເປັນຕະ ຫລາດລາຍໃຫຍ່ແຫ່ງໜຶ່ງ ຂອງໄທໃນກຸ່ມປະເທດອາຊຽນ.

ໃນຕົວຈິງກໍຄືຖ້າພວກເຮົາຫາກພາກັນໄປເລາະຕະຫລາດ, ຕຶກຫ້າງຮ້ານນ້ອຍ ໃຫຍ່ບັນດາສິນຄ້າຕ່າງໆ ນັບ ແຕ່ເຄື່ອງອຸປະໂພກບໍລິໂພກ 90% ແມ່ນເປັນສິນຄ້າທີ່ມາຈາກປະເທດໄທທັງນັ້ນ.

ມາຄິດເບິ່ງພຽງປະເພດ ເຄື່ອງກິນ, ເຄື່ອງດື່ມນັບແຕ່ໝາກເຜັດ, ປາແດກ, ແປ້ງ ນົວ, ນ້ຳປາ, ສະອິ້ວ, ພິກໄທ, ນ້ຳຊ໊ອດສ່ວນໃຫຍ່ແມ່ນເປັນຜະລິດຕະພັນຂອງໄທ ແລະ  ຊື້ເອົາມາແຕ່ໄທ.

ບໍ່ພຽງແຕ່ເທົ່ານັ້ນ, ແຕ່ ລະວັນໂດຍສະເພາະວັນເສົາ, ວັນທິດ ຫລື ວັນບຸນຕ່າງໆ ຄົນ ລາວເຮົາມັກພາກັນເຫີ່ຫລັງ ໄຫລໄປທ່ຽວແຖວໜອງ ຄາຍ, ອຸດອນ, ຂອນແກ່ນຈັບ ຈ່າຍຊື້ສິ່ງຂອງມາກິນມາໃຊ້ ເປັນຫາບເປັນຫາມເຮັດໃຫ້ ເຂົາມີລາຍຮັບໃນແຕ່ລະວັນ ຢ່າງມະຫາສານ.

ໃນຍຸກປະຫວັດສາດ, ປະເທດລາວເຄີຍເປັນຕະຫລາດຂອງໄທ 100 ກວ່າປີ ເຂົາຂົ່ມເຫງເຕັງເຕັກ, ດູຖູກຢຽບຫຍາມ, ທັງຈູດບ້ານຈູດເມືອງວຽງຈັນຈົນຮາບກ້ຽງ, ເກັບເກນເອົາເງິນຄຳ, ເຄື່ອງຄ້ຳ ຂອງຄູນຈາກດິນແດນລ້ານຊ້າງໄປຈົນກ້ຽງເອີດເຕີດ.

ຊ້ຳບໍ່ໜຳຍັງຖືກຝຣັ່ງເຂົ້າມາຢຶດຄອງແຍ່ງແບ່ງປັນດິນແດນລາວ, ຄົນລາວກາຍ ເປັນຄົນໄທໄປຫລາຍກວ່າ ເຄິ່ງປະເທດ. ນັບແຕ່ຍຸກບ້ານເມືອງແຕກສະແຫຼກຂາດມາຮອດປັດຈຸບັນຄົນລາວເຮົາຍັງເປັນນິໄສຊຳເຮື້ອກິນຂອງໄທ, ນຳໃຊ້ຂອງໄທມັນ ຄືວ່າຄັກ, ຄືວ່າແຊບ, ແຈບຈິດ ແຈບໃຈ; ລາວຈະສ້າງສາພັດທະນາຜະລິດສິນຄ້າອັນໃດລົງໄປໄທມັນກໍຫາວິທີສະກັດກັ້ນບໍ່ຢາກໃຫ້ລາວເຮັດ, ບໍ່ຢາກໃຫ້ລາວຜະລິດ, ເພາະຢ້ານສິນຄ້າໄທຈະບໍ່ໄດ້ຈຳໜ່າຍຢູ່ລາວ. ຕົວຢ່າງນ້ອຍໆ ຕັ້ງໂຮງງານສະບູຝຸ່ນສຸດທ້າຍມາກໍສ້ວຍຫາງຂີ້ໂກະ, ຕັ້ງໂຮງງານນ້ຳປາ, ປາແດກກໍ ເຈ້ງຍ້ອນຄຸນນະພາບບໍ່ເທົ່າ ທຽມເຂົາ, ລາຄາແພງ, ບໍ່ມີໃຜຊື້ກໍເລີຍຫຍຸບໄປໃນຕົວ.

ນອກຈາກນັ້ນ, ກໍຍັງມີ ຄຳເວົ້າຊື້ຂອງລາວ, ກິນຂອງລາວມັນບໍ່ມາດຕະຖານ, ແຖມຍັງລາຄາແພງ, ຊື້ຂອງໄທກິນ ຂອງໄທດີກວ່າຄັກກວ່າ. ນອກຈາກນິຍົມປະເພດສິນຄ້າໄທ ແລ້ວ, ຍັງມີດ້ານອື່ນໆ ທີ່ຄົນ ລາວນິຍົມຊົມຊອບຂໍແຕ່ວ່າ ແມ່ນຂອງໄທຈະເປັນແນວໃດກໍພໍໃຈປານຖືກເລກເປົາ ໝາກແປດ.

ຈາກປັດໄຈ ແລະ ເງື່ອນໄຂທີ່ໄດ້ຍົກມາຂ້າງເທິງນີ້, ກໍເລີຍເຮັດໃຫ້ຄົນລາວນັບມື້ ຫັນໄປຊົມໃຊ້ສິນຄ້າໄທ, ນິຍົມ ໃຊ້ເງິນບາດໄທຈົນລືມໄລເງິນກີບລາວໂດຍປະລິຍາຍ. ຕາມທິດກ່ຳຄິດຖ້າຫາກຍັງ ເປັນສະພາບແບບນີ້ບໍ່ວ່າແຕ່ ປັດຈຸບັນ ແລະ ອະນາຄົດເງິນກີບລາວກໍຈະນັບມື້ອ່ອນຄ່າລົງຕິກໆ.

ເຖິງຢ່າງໃດກໍດີ, ຖ້າພວກເຮົາຫາກຍັງມີສະຕິຂອງຄວາມເປັນຊາດ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງເພິ່ງ ຕົນເອງກໍພໍມີທາງອອກເຊັ່ນ: ອອກແຮງຊຸກຍູ້ສົ່ງເສີມການຜະລິດຂະໜາດນ້ອຍໃຫ້ເຂັ້ມແຂງ, ຍືນຍົງ ແລະ ມີຄຸນນະ ພາບ, ມີສະຕິ ແລະ ເປັນເຈົ້າ ການໃຊ້ເງິນກີບຕາມຄຳຂວັນຢູ່ເມືອງລາວຕ້ອງໃຊ້ແຕ່ເງິນກີບ, ປົກປັກຮັກສາຄວາມ ເປັນເອກະລາດຂອງຊາດໃຫ້ສູງຕາມແນວທາງຂອງພັກ ແລະ ລັດຖະບານຄາດ ວ່າໃນ ຕໍ່ໜ້າ ແລະ ຍາວນານເງິນ ກີບລາວຕ້ອງແຂງຕົວຂຶ້ນ ຢ່າງແນ່ນອນ./.

ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ - 57 - ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ

ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ - 3 - ເງິນ​ກີບ​ອ່ອນ​ຄ່າ ຍ້ອນ​ຄາ​ນຳ​ຄວາມ​ເປັນ​ເຈົ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!