ປະເທດລຸ່ມແມ່ນ້ຳຂອງ ຫາລືການປົກປ້ອງ ແລະ ສົ່ງເສີມສິດຜົນປະໂຫຍດ ຂອງແຮງງານເຄື່ອນຍ້າຍ
ກອງປະຊຸມລັດຖະມົນຕີແຮງງານ ຂອງບັນດາປະເທດລຸ່ມແມ່ນ້ຳຂອງ (CLMTV) ຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 17 ກັນຍານີ້ ທີ່ສຽມຣຽບ ລາຊະອານາຈັກກຳປູເຈຍ, ເພື່ອຫາລືບັນຫາການປົກປ້ອງ ແລະ ສົ່ງເສີມສິດຜົນປະໂຫຍດຂອງແຮງງານເຄື່ອນຍ້າຍ ໃນດ້ານຂອງການປະກັນສັງຄົມ, ເຊິ່ງເປັນບັນຫາທີ່ໂລກ ລວມທັງໃນພາກພື້ນອາຊຽນຂອງພວກເຮົາ ໃຫ້ຄວາມເອົາໃຈໃສ່ໃນການສ້າງ ແລະ ປະຕິບັດກົນໄກການຮ່ວມມືກັນ ໃຫ້ປະກົດຜົນເປັນຈິງ ເຕັມໄປດ້ວຍຜົນສຳເລັດ.
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນກອງປະຊຸມວ່າ: ຢູ່ ສປປ ລາວ ຈຳນວນແຮງງານເຄື່ອນຍ້າຍທັງພາຍໃນ ແລະ ຕ່າງປະເທດ ກໍນັບມື້ເພີ່ມຂຶ້ນ, ບັນຫາຕ່າງໆ ທີ່ເປັນສິ່ງທ້າທາຍ ກ່ຽວກັບຄວາມບໍ່ປອດໄພຂອງແຮງງານເຫລົ່ານີ້ກໍປະກົດຫລາຍຂຶ້ນ ລວມທັງເລື່ອງການປະກັນສັງຄົມຂອງເຂົາເຈົ້າ, ເຊິ່ງລັດ ຖະບານ ກໍໄດ້ເອົາໃຈໃສ່ໃນການສ້າງນິຕິກຳ, ກົນໄກທາງດ້ານປະກັນສັງຄົມ ເພື່ອຮອງຮັບ, ແຕ່ກໍຍັງເປັນການນຳໃຊ້ຢູ່ພາຍໃນປະເທດເປັນສ່ວນໃຫຍ່, ຍັງບໍ່ສາມາດກວມເອົາແຮງງານລາວ ທີ່ເຮັດວຽກຢູ່ຕ່າງປະເທດໄດ້ເທົ່າທີ່ຄວນ.
ຫົວຂໍ້ທີ່ຕັ້ງຂຶ້ນມາໃນຄັ້ງນີ້, ແມ່ນມີຄວາມສຳຄັນຫລາຍ, ເຊິ່ງຈະເຮັດໃຫ້ ທັງ 5 ປະເທດຂອງພວກເຮົາໄດ້ປຶກສາຫາລືກັນ ເພື່ອກ້າວໄປສູ່ການສ້າງກົນໄກ ທີ່ມີປະສິດທິພາບ ໃນການປົກປ້ອງສິດຜົນປະໂຫຍດຂອງແຮງງານພວກເຮົາ ທີ່ເຄື່ອນຍ້າຍໄປມາເພື່ອການມີວຽກເຮັດງານທຳ ແລະ ພ້ອມກັນບັນລຸການແກ້ໄຂບັນຫາຕ່າງໆ ທາງດ້ານແຮງງານ ລວມທັງບັນຫາການເຄື່ອນຍ້າຍແຮງງານ ໃຫ້ໄດ້ຮັບການປົກປ້ອງທາງດ້ານສະຫວັດດີການດີຂຶ້ນ.
ສໍາລັບກອງປະຊຸມ ລັດຖະມົນຕີ ແຮງງານ ຂອງບັນດາປະເທດລຸ່ມແມ່ນ້ຳຂອງຄັ້ງທີ 4 ຈະຈັດຂຶ້ນໃນ ປີ 2021 ໂດຍແມ່ນ ສປປ ລາວ ເປັນເຈົ້າພາບ.