ນິວຢອກ ອອກກົດໝາຍຄວບຄຸມຢາສູບໄຟຟ້າ
ຮຽບຮຽງໂດຍ: ລູກເມືອງພວນ
ນິວຢອກກາຍເປັນລັດທີສອງຂອງສະຫະລັດອາເມລິກາທີ່ມີການອອກກົດໝາຍ ຫ້າມຊື້-ຂາຍຢາສູບໄຟຟ້າ ແຕ່ງກິ່ນ(ປັບປ່ຽນກິ່ນໄດ້) ໃນວັນທີ 17 ກັນຍານີ້, ຫຼັງເກີດມີຜູ້ເສຍຊີວິດຈາກພະຍາດປອດ ທີ່ກ່ຽວຂ້ອງກັບການໃຊ້ຢາສູບໄຟຟ້າ ແລ້ວ 7 ລາຍ ນອກຈາກນີ້ຍັງມີຜູ້ມີອາການປ່ວຍອີກນັບຮ້ອຍ.
ກົດໝາຍສຸກເສີນສະບັບນີ້ສະເໜີໂດຍ ແອນດຣູ ດູໂອໂມ ເຈົ້າຄອງນະຄອນນິວຢອກ ໄດ້ຜ່ານມະຕິຂອງສະພາແລ້ວ ແລະ ຈະມີຜົນບັງຄັບໃຊ້ ໂດຍທັນທີ ໂດຍທ່ານ ໂອໂມ ລະບຸວ່າ: ບໍລີສັດຜູ້ຜະລິດຢາສູບໄຟຟ້າໄດ້ຕັ້ງໃຈໃຊ້ກິ່ນຫອມຫວານດຶງດູດເຍົາວະຊົນໃຫ້ຕິດຢາສູບໄຟຟ້າ ແລະ ກ່າວວ່າ: ນັ້ນເປັນວິກິດດ້ານສາທາລະນະສຸກທີ່ຕ້ອງຢຸດຕິລົງ.
ນິວຢອກເປັນລັດທີສອງທີ່ມີການຜ່ານກົດໝາຍດັ່ງກ່າວ ຫຼັງຈາກລັດມິຊີແກນ ຜ່ານກົດໝາຍຫ້າມຊື້-ຂາຍຢາສູບໄຟຟ້າ ເມື່ອຕົ້ນເດືອນຜ່ານມາ. ຢ່າງໃດກໍຕາມ ກົດໝາຍໃນ ມິຊີແກນ ຍັງບໍ່ທັນມີຜົນບັງຄັບໃຊ້
ປະທານາທິບໍດີ ດໍໂນທຣຳ ປະກາດໃນສັບປະດາກ່ອນວ່າ: ລັດຖະບານຕຽມປະກາດຫ້າມຊື້-ຂາຍຢາສູບໄຟຟ້າເພື່ອຢຸດຕິການແຜ່ລະບາດໃນໝູ່ເຍົາວະຊົນ ຂະນະທີ່ສຳນັກງານອາຫານ ແລະ ຢາສະຫະລັດລະບຸວ່າ: ອາດມີການຂະຫຍາຍຂໍ້ກຳນົດໄປຍັງຢາສູບໄຟຟ້າກິ່ນຢາສູບ ທີ່ຖືກມອງວ່າເປັນອຸປະກອນຊ່ວຍໃຫ້ເລີກຢາສູບປອດໄພກ່ວາຢາສູບແທ້.