ທຣຳ ອວດອ້າງກຳແພງກັ້ນຊາຍແດນ

ຮຽບຮຽງໂດຍ: ລູກເມືອງພວນ
ທຣຳ ເວົ້າວ່າ: ກຳແພງຊາຍແດນສູງ 9 ແມັດ, ເຄຶອບດ້ວຍວັດຖຸເກັບຄວາມຮ້ອນ, ຊາວອົບພະຍົບຜິດກົດໝາຍ ບໍ່ສາມາດປີນຂ້າມໄດ້.
“ ທ່ານສາມາດຈືນໄຂ່ໃສ່ເທິງກຳແພງໃຫ້ສຸກໄດ້. ບໍ່ມີຜູ້ໃດສາມາດປີນຂຶ້ນໄປໄດ້ ” ທຣຳ ກ່າວ ໃນວັນທີ 18 ກັນຍານີ້ຢູ່ທີ່ລັດ ກາລິຟໍເນຍ.
ທ່ານ ທຣຳໃຫ້ຮູ້ອີກວ່າ: ນອກຈາກເບື້ອງເທິງຂອງກຳແພງຖືກເຄືອບດ້ວຍວັດຖຸເກັບຄວາມຮ້ອນແລ້ວ, ພາກສ່ວນຕີນກຳແພງ ຍັງໄດ້ຝັງເລິກລົງໄປພື້ນດິນ ຊຶ່ງຖ້າຈະຂຸດອຸມຸງລອດກໍເປັນການຍາກ. “ ຂ້າພະເຈົ້າມີຄວາມຫວັງວ່າ ກຳແພງໃໝ່ທີ່ມີຄວາມຍາວ 800 ກິໂລແມັດລຽບຕາມຊາຍແດນສະຫະລັດ – ແມັກຊິກໂກ ນີ້ ຈະສຳເລັດໃນຊ່ວງທ້າຍປີໜ້ານີ້ ” ທຣຳ ກ່າວ.
ກຳແພງຖືກສ້າງຂຶ້ນດ້ວຍເຫຼັກ ແລະ ຄອນກີດ, ສູງ 9 ແມັດ ກັ້ນຊາຍແດນລະຫ່ວາງສະຫະລັດ ແລະ ແມັກຊິກໂກ ປ່ຽນແທນໃຫ້ກຳແພງເກົ່າ.
ຜູ້ທີ່ສະໜັບສະໜູນ ທຣຳ ຫວັງວ່າ ທຣຳຈະຮັກສາຄຳໝັ້ນສັນຍາ ສ້າງກຳແພງສະກັດກັ້ນຊາວອົບພະຍົບເຂົ້າສະຫະລັດຜິດກົດໝາຍຈາກ ແມັກຊິກໂກໃຫ້ສຳເລັດ. “ ສ້າງກຳແພງ ” ໄດ້ກາຍເປັນຄຳຂວັນ ປຸກລະດົມໃນການເຄື່ອນໄຫວທາງການເມືອງ ຫາສຽງແຕ່ລະຄັ້ງຂອງ ທຣຳ
ໃນລະຫ່ວາງເດືອນ ກຸມພາຜ່ານມານີ້, ປະທານາທິບໍດີສະຫະລັດ ປະກາດສະຖານະການຮີບດ່ວນທົ່ວທັງຊາດ ເພື່ອລະດົມງົບປະມານສ້າງກຳແພງ ພາຍຫຼັງສະພາປະຕິເສດໃຫ້ງົບປະມານຫຼາຍຕື້ໂດລາຕາມການຮຽກຮ້ອງຂອງ ທຣຳ.