ອາຣັບຊາອຸດີ ໂຈມຕີ ເຢແມນ(Yemen)
September 20, 2019 - 10:36 AM


ຮຽບຮຽງໂດຍ: ລູກເມືອງພວນ
ແຫຼ່ງຂ່າວ vnExpress, ຕອນເຊົ້າວັນທີ 20 ກັນຍານີ້ ໃຫຮູ້ວ່າ: ກອງທັບສຳພັນທະມິດຂອງ ອາຣັບຊາອຸດີ ໂຈມຕີຫຼາຍຈຸດໃນເມືອງ Hodeidah ຊຶ່ງເປັນເຂດຄອບຄອງຂອງພວກແບ່ງແຍກດິນແດນ ຮູຕີ – ຂ່າວຈາກ ເຢແມນ. ກອງທັບສຳພັນທະມິດ ນຳໂດຍ ອາຣັບຊາອຸດີ ດຳເນີນການໂຈມຕີ ຈຸດສຳຄັນທາງການທະຫານຫຼາຍຈຸດຢູ່ເມືອງ Hodeidah ທາງພາກເໜືອຂອງ ເຢແມນ, ທຳລາຍໂຮງງານຜະລິດເຮືອບິນບໍ່ມີຄົນຂັບ ແລະ ຜະລິດລູກສອນໄຟໜ້າທະເລ 4 ແຫ່ງ – ໂທລະພາບ Ekhbariya ໃຫ້ການ.

