ໜຶ່ງໃນຄວາມກັງວົນໃຈຂອງຫວຽດນາມກ່ຽວກັບການທ່ອງທ່ຽວ
ໂດຍ: ວິເສດ ສະແຫວງສຶກສາ
ຫາກເບິ່ງແຕ່ເລື່ອງຕົວເລກນັກທ່ອງທ່ຽວທີ່ຫລຸຫລັ່ງທັງເທເຂົ້າໄປຫວຽດນາມແລ້ວ ຫລາຍຄົນກໍຄົງຈະຊະອອນໃຈນຳບໍ່ແມ່ນຂອງຢອກ, ໃນຂະນະທີ່ຈຳນວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວຫລຸດຄາດໝາຍ (ສຳລັບປີ 2018). ແຕ່ທ່ານຜູ້ອ່ານຮູ້ບໍ່ວ່າທາງການຂອງປະເທດຫວຽດນາມນັ້ນຍັງມີຄວາມກັງວັນໃຈເພາະຢ້ານວ່າວັນໜຶ່ງຂ້າງໜ້າ ອຸດສະຫະກຳທ່ອງທ່ຽວທີ່ພວມເບັ່ງບານຢູ່ດຽວນີ້ ຈະພົບກັບທາງຕັນ ຍ້ອນຄວາມເມີນເສີຍລະເລີຍກ່ຽວກັບປັດໄຈອັນຈຳເປັນໃນການເຮັດໃຫ້ອຸດສາຫະກຳນີ້ມີຄວາມຍືນຍົງ.
ໜັງສືພິມວຽງຈັນທາມ ສະບັບວັນທີ 26 ມັງກອນປີນີ້ ທີ່ອີງຕາມເປັນພາສາອັງກິດແປເປັນລາວວ່າ: “ຊັບພະຍາກອນດ້ານການທ່ອງທ່ຽວຂອງຫວຽດນາມພວມຖືກຂົ່ມຂູ່”. “ໂດຍໄດ້ບອກວ່າການທ່ອງທ່ຽວທີ່ຂະຫຍາຍຕົວເກີນໄປໄດ້ທຳລາຍຄວາມສວຍງາມຂອງແຫລ່ງທ່ອງທ່ຽວຕາມຊາຍຝັງຂອງບັນດາແຂວງ, ເຊິ່ງອາດຈະກາຍເປັນຄວາມຫາຍະນະຂອງປະເທດໃນອະນາຄົດ” ແລະ ວ່າອີກ 5 ປີຕໍ່ໜ້າ ຫວຽດນາມອາດສູນເສຍຊັບພະຍາກອນການທ່ອງທ່ຽວທັງໝົດ.
ຄຳເຕືອນນີ້ອອກມາຈາກປາກທ່ານ ວູເທບິງ (Vu the binh) ຮອງຫົວໜ້າສະມາຄົມການທ່ອງທ່ຽວຫວຽດນາມ. ທ່ານໄດ້ເອົາຕົວຢ່າງຊາຍຝັ່ງກົວແດ (Cua Dia) ຢູ່ເມືອງໂຮ້ຍອານ (Hoi An) ວ່າ: ພວມສູນເສຍຄວາມມີສະເໜ່ສຳລັບນັກທ່ອງທ່ຽວຈາກຕາເວັນຕົກ ຍ້ອນວ່າຖືກທາດເກືອຮຸກຮານ. ໂຕຊາຍຝັ່ງເອງກໍຖືກເຊາະເຈືອນ ຍ້ອນຂາດຂີ້ຕົມ ແລະ ຂີ້ດິນທີ່ເຄີຍໄຫລມາປົກຫຸ້ມແຕ່ຈາກບໍລິເວນແຫລ່ງນ້ຳຂ້າງເທິງ. ບໍ່ມີຂີ່ຕົມ ແລະ ຂີ້ດິນໄຫລມາແຕ່ແມ່ນ້ຳດ້ານເທິງ ກໍເພາະວ່າມີການກໍ່ສ້າງເຂື່ອນກີດກັນໄວ້ ບໍ່ນັບການລັກລອບຂຸດຄົ້ນດິນຊາຍແບບຜິດກົດໝາຍ. ນອກນັ້ນກໍຍັງມີການປຸກສ້າງທີ່ພັກອຶກກະທຶກຄຶກໂຄມຕາມແຄມຝັ່ງປິດຕັນດິນຊາຍທີ່ເຄີຍໄຫລລົງສູ່ຫາດຊາຍ.
ຫາດຊາຍມຸຍເນ (Mui Ne) ຢູ່ແຂວງນິງທວນ, ເຊິ່ງເມື່ອກ່ອນໄດ້ຄະແນນເປັນ 1 ໃນ 10 ຫາດຊາຍທີ່ງາມທີ່ສຸດໃນພາກພື້ນອາຊີ-ປາຊີຟິກ, ແຕ່ດຽວນີ້ກໍພວມຢູ່ໃນສະພາບດຽວກັບຫາດຊາຍຝັ່ງກົວແດທີ່ໂຮ້ຍອານ.
ຕາມຄຳເຫັນຂອງທ່ານຮອງຫົວໜ້າສະມາຄົມການທ່ອງທ່ຽວຫວຽດນາມແລ້ວ, ໃນປັດຈຸບັນມີພຽງຫາດຊາຍຝັ່ງຢູ່ແຂວງນິງທວນ (Ninh Thnan) ແລະ ຟູເຢນ (phu yen) ເທົ່ານັ້ນ ທີ່ຍັງຮັກສາມົນສະເໜ່ໄວ້ໄດ້ ແລະ ໄດ້ເຕືອນສອງແຂວງນີ້ວ່າ: ຢ່າຟ້າວຟັ່ງພັດທະນາແຫລ່ງທ່ອງທ່ຽວຊາຍຝັ່ງ, ຄວນຖອດຖອນບົດຮຽນຈາກສະພາບເສຍຫາຍຂອງບ່ອນອື່ນກ່ອນ ແລ້ວຈຶ່ງວາງແຜນພັດທະນາ ແລະ ຄັດເລືອກຜູ້ລົງທຶນຢ່າງລະມັດລະວັງ. ສ່ວນຫາດຊາຍຝັ່ງໄບເກນ (Bai ken) ຢູ່ເກາະຟູກວກ, ເຊິ່ງໄດ້ຖືກຈັດອັນດັບເປັນ 1 ໃນ 100 ຊາຍຝັ່ງທີ່ງາມທີ່ສຸດຂອງໂລກ (ຈາກເຄືອຂ່າຍການບິນການາດາ) ນັ້ນ ກໍພວມປະເຊີນກັບຄວາມຫາຍະນະ ຍ້ອນການປຸກສ້າງ, ເຊິ່ງສ່ວນຫລາຍແມ່ນຜິດກົດໝາຍ.
ຕົວເລກໃນຕົ້ນປີນີ້ນັ້ນ ໄດ້ຊີ້ອອກວ່າມີການປຸກສ້າງຈຳນວນ 650 ຫົວໜ່ວຍໄດ້ລະເມີດລະບຽບການກ່ຽວກັບການປຸກສ້າງທີ່ພັກ ກໍຄືຕຶກຕ່າງໆທີ່ປຸກສ້າງຂຶ້ນນັ້ນ ໄດ້ປິດບັງຄວາມງາມຂອງຊາຍຝັ່ງໝົດ.
ຢູ່ແຂວງບາເຣຍວຸ້ງເຕົ່າ, ເຊິ່ງຖືວ່າເປັນ: “ປອດຂຽວ” ຂອງເຂດພາກໃຕ້ຫວຽດນາມນັ້ນ ດຽວນີ້ກຳລັງຖືກນັກລົງທຶນຍາດແຍ່ງແຂ່ງຂັນກັນຫາປະໂຫຍດ
ຍ້ອນທາງແຂວງເອົາໃຈນັກລົງທຶນຫລາຍເກີນໄປ ຄືພວກເຂົາສາມາດເຮັດຫຍັງກໍໄດ້ກັບພື້ນທີ່ທີ່ໄດ້ຮັບສິດລົງທຶນ.
ບົດຄວາມໄດ້ປິດທ້າຍວ່າ: ສູດສຳເລັດຮູບທີ່ໃຊ້ຕີລາຄາຄວາມສົມບູນແບບຂອງແຫລ່ງທ່ອງທ່ຽວຫວຽດນາມນັ້ນ ຍັງຢືດຖືຢູ່ 3 ຂໍ້ຄື: ສະຖານທີ່ຕ້ອງມີທິວທັດສວຍງາມ, ມີການບໍລິການທີ່ສະດວກສະບາຍ ແລະ ມີຈຳນວນນັກທ່ອງທ່ຽວຕອມຢ່າງຫລວງຫລາຍ ແລະ ສູດນີ້ເອງ ທີ່ອາດທຳລາຍຄວາມຢືນຍົງຂອງອຸດສາຫະກຳທ່ອງທ່ຽວໃນທີ່ສຸດ.
