ຕຳຫລວດອັງກິດເຜີຍແຜ່ພາບມືລະເບີດແມນເຊສເຕີ
ແມນເຊສເຕີ 28 ພຶດສະພາ: ຕຳຫລວດອັງກິດເປີດເຜີຍພາບທ້າວ ຊັລມານ ອາເບດີ ມືລະເບີດຂ້າຕົວຕາຍຈາກກ້ອງວົງຈອນປິດໃນເຫດລະເບີດທີ່ຄອນເສີດເມືອງແມນເຊສເຕີ ໃນວັນທີ 22 ພຶດສະພາ ເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ.
+ ເກີດເຫດລະເບີດຢູ່ແມນເຊສເຕີຂອງອັງກິດ ມີຜູ້ເສຍຊີວິດ 19 ຄົນ, ບາດເຈັບ 50 ຄົນ
+ ຕຳຫລວດອັງກິດຈັບກຸມ 7 ຄົນຜູ້ຖືກສົງໄສຮ່ວມຂະບວນການໂຈມຕີລັດຖະສະພາ
ທີມສອບສວນຍັງເປີດເຜີຍຂໍ້ມູນເພີ່ມຕື່ມກ່ຽວກັບມືລະເບີດອາຍຸ 22 ປີໃນບໍ່ເທົ່າໃດຊົ່ວໂມງສຸດທ້າຍກ່ອນກໍ່ເຫດ ໂດຍຂໍໃຫ້ປະຊາຊົນທີ່ມີຂໍ້ມູນແຈ້ງໃຫ້ຮູ້ກ່ຽວກັບການເຄື່ອນໄຫວໃນໄລຍະບໍ່ເທົ່າວັນກ່ອນລາວກໍ່ເຫດໃນຕອນຄໍ່າວັນທີ 22 ພຶດສະພາ. ພາບຈາກກ້ອງວົງຈອນປິດຄື ທ້າວ ອາເບດີ ທີ່ມີໝວດເລັກໜ້ອຍໃສ່ເສື້ອສີດຳໂສ້ງຂາຍາວໃສ່ໝວກສີດຳ ແລະ ເສື້ອກັກສີດຳພາຍກະເປົາເປ້. ຕຳຫລວດອັງກິດຖະແຫລງຂໍ້ມູນເພີ່ມອີກວ່າ: ໜຶ່ງໃນສະຖານທີ່ສຸດທ້າຍທີ່ລາວໄປເປັນອາຄານຊຸດກາງເມືອງກ່ອນໄປກໍ່ເຫດຢູ່ແມນເຊສເຕີອາຣີນາ ແລະ ຄາດວ່າອາຄານຊຸດດັ່ງກ່າວຈະເປັນຈຸດລີ້ຊ້ອນ. ຮອດປັດຈຸບັນນີ້ມີຜູ້ຖືກຄວບຄຸມຕົວ 11 ຄົນໃນອັງກິດຂໍ້ຫາພົວພັນກັບເຫດໂຈມຕີເມືອງແມນເຊສເຕີຂອງທ້າວ ອາເບດີ ເຊິ່ງມີຄອບຄົວເປັນຊາວລີບີ ແຕ່ລາວເກີດຢູ່ເມືອງແມນເຊສເຕີ, ສ່ວນພໍ່ ແລະ ພີ່ນ້ອງຂອງລາວຖືກຄວບຄຸມຕົວຢູ່ລີບີ. ຖະແຫລງການຕຳຫລວດອັງກິດລະບຸວ່າ: ຜົນການສອບສວນມີຄວາມຄືບໜ້າ ໂດຍຂໍໃຫ້ປະຊາຊົນແຈ້ງເຈົ້າໜ້າທີ່ໃຫ້ຮູ້ຖ້າມີຂ່າວກ່ຽວກັບການເຄື່ອນໄຫວຂອງທ້າວ ອາເບດີ ນັບແຕ່ວັນທີ 18 ພຶດສະພາ ທີ່ລາວເດີນທາງກັບເຂົ້າອັງກິດຈົນຮອດຄືນວັນທີ 22 ພຶດສະພາ ທີ່ກໍ່ເຫດລະເບີດຢູ່ແມນເຊສເຕີອາຣີນາ.