ກາແດງແຂວງເທືອທຽນເຫວ້ຢ້ຽມຢາມເຊກອງ
September 23, 2019 - 7:27 PM


ໃນວັນທີ19 ກັນຍາຜ່ານມານີ້ ທ່ານ ໜູລາ ຢາປະລອງຮັງ ຫົວໜ້າອົງການກາແດງແຂວງເຊກອງ ໄດ້ຕ້ອນຮັບຄະນະຜູ້ແທນ ສະພາກາແດງແຂວງເທື່ອທຽນເຫ້ວສສ ຫວຽດມາໄດ້ເດີນທາງມາຢ້ຽມຢາມ ເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.


ເຊິ່ງໃນໂອກາດນີ້ຄະນະໄດ້ຢຽ້ມສູນເລືອດກາແດງແຂວງ, ພົບປະອົງການກາແດງແຂວງ ເພື່ອເປັຮການເພີ່ມທະວີການຳພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງສອງຝ່າຍ ພ້ອມເປັນການເສີມສ້າງສາຍພົວພັນອັ່ນແຫນ້ນແກ່ນທີ່ມີມາແຕ່ຍາວນານແລ້ວນັ້ນຍິ່ງແຕກດອກອອກຜົນ.
ໃນວັນທີ 12ຜ່ານມາ, ອົງການກາແດງແຂວງເຊກອງ ນໍາໂດຍທ່ານ ໄພວັນ ສຸກກະເສີມ ຮອງຫົວໜ້າອົງການດັ່ງກ່າວ ພ້ອມຄະນະໄດ້ລົມອບງົວໃຫ້ 7ຄອບຄົວ ຢູ່ບ້ານແສນ ເມືອງ ທ່າແຕງ ສືບຕໍ່ລ້ຽງເປັນໄລຍະ 4 ປີ, ໂດຍໄດ້ຮັບທືນສະໜັບສະໜູນ ຈາກສະພາກາແດງ ສສ ຫວຽດນາມ.