ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ

ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ - 249 2 - ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ
ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ - kitchen vibe - ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ

ຮຽບຮຽງໂດຍ: ລູກເມືອງພວນ

ຈີນ ຈະໃຫ້ ຕ້າຊິງ ກາຍ ເປັນເດີ່ນບິນສາກົນທີ່ຄຶກ ຄືນທີ່ສຸດຂອງໂລກ, ພ້ອມດຽວກັນນັ້ນກໍຈະຂະຫາຍສູນກາງຂອງປັກກິງອອກ ໄປທາງທິດໃຕ້.

ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ - Visit Laos Visit SALANA BOUTIQUE HOTEL - ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ

ສື່ສານແຫ່ງຊາດຂອງຈີນໃຫ້ຮູ້ວ່າ: ຖ້ຽວບິນການ ຄ້າຖ້ຽວທຳອິດຂອງເດີ່ນ ບິນສາກົນປັກກິງ- ຕ້າຊິງ (PKX) ໄດ້ເລີ່ມບິນ ໃນວັນ ທີ 20 ກັນຍານີ້, ສາຍການ ບິນ China Southern ໄດ້ ນຳໃຊ້ເຮືອບິນລຸ່ນ Airbus A380, ເຊິ່ງເປັນຍົນໂດຍ ສານ ທີ່ໃຫຍ່ທີ່ສຸດໃນໂລກ ໃນຖ້ຽວບິນທຳອິດດັ່ງກ່າວ.

ໂຄງການກໍ່ສ້າງເດີ່ນ ບິນແຫ່ງນີ້ມີມູນຄ່າ 11,5 ຕື້ໂດລາ ໄດ້ເລີ່ມມາຕັ້ງແຕ່ ປີ 2014, ມີກຳມະກອນ 40.000 ຄົນ, ມີ 4 ຊ່ອງ ທາງບິນ ແລະ ມີສະຖານີ ກວ້າງເທົ່າກັບ ເດີ່ນບານ ເຕະ 97 ແຫ່ງຈະໄດ້ນຳໃຊ້ ໃນໄລຍະທຳອິດນີ້. ເຊິ່ງມີ ເປົ້າໝາຍຂົນສົ່ງຜູ້ໂດຍ ສານໃຫ້ໄດ້ 72 ລ້ານເທື່ອ ຄົນ ແລະ ສຳພາລະສິ່ງ ຂອງຕ່າງໆໃຫ້ໄດ້ 2 ລ້ານ ໂຕນໃນປີ 2025.

ໂດຍແຜນການດັ່ງກ່າວ ປັກກິງມີຄວາມຫວັງວ່າ: ພາຍຫຼັງສຳເລັດ 7 ຊ່ອງ ທາງບິນແລ້ວ, ຕ້າຊິງ ຈະຂົນສົ່ງຜູ້ໂດຍສານໃຫ້ໄດ້ 100 ລ້ານເທື່ອຄົນ ແລະ 4 ລ້ານໂຕນສຳພາລະໃນແຕ່ລະປີ.

ເຖິງຢ່າງໃດກໍດີ, ຜູ້ ໂດຍສານຍັງມີຄວາມກັງ ວົນຕໍ່ກັບຈຸດທີ່ຕັ້ງຂອງເດີ່ນບິນ ຕ້າຊິງ ເພາະມັນຢູ່ ທາງ ໃຕ້ຂອງປັກກິງ, ເຊິ່ງເປັນ ນະຄອນທີ່ຂຶ້ນຊື່ລືຊາວ່າ  ສັບສົນແອອັດ ແລະ ລົດຕິດ ຫລາຍທີ່ສຸດ.

ດ້ານໜຶ່ງອີກ, ບັນດາ ນັກບິນໃນທົ່ວໂລກ ຍັງສົງ ໄສວ່າເດີ່ນບິນ ຕ້າຊິງ ຈະ ເປັນປະຕູສູ້ໂລກທີ່ເໝາະ ສົມຂອງປັກກິງແທ້ ຫຼື ບໍ່.

ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ - 249 2 - ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ

ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ - 5 - ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ
ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ - 4 - ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ
ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ - 3 - ຕ້າຊິງ ອາດກາຍເປັນປະຕູສູ່ໂລກພາຍນອກແຫ່ງໃໝ່ຂອງປັກກິງ