ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ໄວ 16 ປີຟ້ອງ 5 ປະເທດເສດຖະກິດຍັກໃຫຍ່


ຮຽບຮຽງໂດຍ: ລູກເມືອງພວນ
Greta Thunberg ນັກເຄື່ອນໄຫວດ້ານສິ່ງແວດລ້ອມ ຊາວ ສະວິດເດັນ ຍື່ນຟ້ອງ 5 ປະເທດເສຖະກິດຍັກໃຫ່ຍໃຫ້ສະຫະປະຊາຊາດ ໂດຍກ່າວວ່າພວກເຂົາບໍ່ມີສ່ວນຮ່ວມສະກັດກັ້ນວິກິດການດ້ານສິ່ງແວດລ້ອມ.
Greta Thunberg ພ້ອມກັບເດັກ 15 ຄົນຕື່ມອີກ ໄດ້ພ້ອມກັນຍື່ນຟ້ອງ 5 ປະເທດເຊັ່ນ: ເຢຍລະມັນ, ຝຣັ່ງ, ບຣາຊິນ, ອັກຊັງຕີນ ແລະ ຕວກກີ ໃຫ້ສະຫະປະຊາຊາດ,ໂດຍກ່າວວ່າບໍ່ມີຜົນສຳເລັດໃນໜ້າທີ່ຂອງຕົນດ້ານສິ່ງແວດລ້ອມຕາມສົນທິສັນຍາສາກົນວ່າດ້ວຍ: ສິດທິເດັກ ແລະ ສົນທິສັນຍາມະນຸດສະທຳຕໍ່ຜູ້ມີຊີວິດ 30 ປີ ຊຶ່ງເປັນສົນທິສັນຍາຫຼາຍຊາດຮັບຮອງໃນປະຫວັດສາດ.
ໃນໃບຟ້ອງຂອງເດັກຈາກ 12 ປະເທດນັ້ນ, ພວກເຂົາໄດ້ເລົ່າລາຍລະອຽດສິດທິມະນຸດຂອງເດັກຖືກລ່ວງລະເມີດຄືແນວໃດ. ພວກເດັກເຫຼົ່ານັ້ນກ່າວວ່າ: ບັນດາປະເທດເສດຖະກິດຍັກໃຫ່ຍທີ່ກ່າວມາຂ້າງເທິງ ບໍ່ນຳໃຊ້ຊັບພະຍາກອນຂອງຕົນເພື່ອ “ສະກັດກັ້ນຜົນກະທົບເຖິງຄວາມຕາຍ ແລະ ສິ່ງທີ່ສາມາດຫຼີກລ່ຽງໄດ້ແຕ່ບໍ່ປະຕິບັດ” ແລະ ບໍ່ມີການຮ່ວມມືທີ່ມີປະສິດທິຜົນກັບຕ່າງຊາດ ໃນເລື່ອງສິ່ງແວດລ້ອມ.
ຄຳຮ້ອງຟ້ອງຖືກສົ່ງຂຶ້ນໄປໃຫ້ສະຫະປະຊາຊາດ ພາຍຫຼັງ Thunberg ມີຄຳເຫັນຕິຕຽນຢ່າງຮຸນແຮງຕໍ່ຜູ້ນຳໂລກຢູ່ທີ່ກອງປະຊຸມສຸດຍອດ ການກະທຳເພື່ອອາກາດໂລກ, ຊຶ່ງເປັນມື້ດຽວກັນກັບກອງປະຊຸມມື້ທຳອິດຂອງສະຫະປະຊາຊາດ ທີ່ມີບັນດາຜູ້ນຳໃນທົ່ວໂລກເຂົ້າຮ່ວມໃນວັນທີ 23 ກັນຍານີ້ ໄດ້ປະກາດແຜນການຫຼຸດຜ່ອນການປ່ອຍອາຍ ກາກບອນ ໃນປະເທດຕົນ.

