ຊຽງຂວາງຢຶດລົດບັນທຸກໄມ້ 25 ຄັນທີ່ລະເມີດຄໍາສັ່ງເລກທີ 15/ນຍ
ພະແນກກະສິກໍາ ແລະ ປ່າໄມ້ແຂວງຊຽງຂວາງ ໄດ້ອອກແຈ້ງການເຖິງເຈົ້າຂອງລົດບັນທຸກໄມ້ຈໍານວນ 25 ຄັນ ທີ່ຖືກເຈົ້າໜ້າທີ່ຢຶດໄວ້ແຕ່ວັນທີ 11 ກໍລະກົດ 2019 ຫລັງຈາກລະເມີດຄໍາສັ່ງເລກທີ 15/ນຍ ໃຫ້ເຂົ້າມາພົວພັນເອົາຢູ່ພະແນກກະສິກໍາ ແລະ ປ່າໄມ້ແຂວງບໍ່ໃຫ້ກາຍວັນທີ 13 ຕຸລານີ້, ຖ້າກາຍກໍານົດດັ່ງກ່າວແມ່ນຈະຢຶດເປັນຂອງລັດທັງລົດ ແລະ ໄມ້.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ລົດບັນທຸກທັງໝົດແມ່ນຖຶກຢຶດໄວ້ຢູ່ໂຮງງານປຸງແຕ່ງໄມ້ສຸກກະເສີມ ພັນທະວົງ ແລະ ໂຮງງານປຸງແຕ່ງໄມ້ ສຸນະລາດ ວົງມົນຕີ, ໂດຍເຈົ້າຂອງໂຮງງານປຸງແຕ່ງໄມ້ທັງສອງແຫ່ງໄດ້ໃຫ້ການວ່າ: ໄມ້ທັງໝົດຢູ່ໃນລົດເປັນຂອງຄົນຫວຽດນາມທີ່ລັກລອບເອົາຂຶ້ນລົດໂດຍບໍ່ແຈ້ງໃຫ້ເຈົ້າຂອງໂຮງງານຊາບ, ເພື່ອຈະລັກລອບສົ່ງອອກໄປປະເທດຫວຽດນາມ, ສ່ວນເຈົ້າຂອງລົດແມ່ນໄດ້ເອົາຕົວຫລົບໜີ. ໃນນີ້ລົດບັນທຸກຢູ່ໂຮງງານປຸງແຕ່ງໄມ້ສຸກກະເສີມ ພັນທະວົງ ມີ 15 ຄັນ ແລະ ໂຮງງານປຸງແຕ່ງໄມ້ ສຸນນະລາດ ວົງມົນຕີ ມີ 10 ຄັນ ແລະ ມີປະເພດໄມ້ຕັບ, ໄມ້ເສັ້ນ ແລະ ໄມ້ທີ່ປຸງແຕ່ງເປັນເຟີນີເຈີ ລວມມີບໍລິມາດທັງໝົດ 1.136 ກວ່າແມັດກ້ອນ, ເຊິ່ງເປັນການກະທໍາທີ່ລະເມີດຄໍາສັ່ງເລກທີ 15/ນຍ ແລະ ກົດໝາຍກ່ຽວຂ້ອງອື່ນໆຂອງ ສປປ ລາວ.
