ລາວກຽມສະຫລອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ
ໃນວັນທີ 2 ຕຸລານີ້, ກະຊວງປ້ອງກັນຄວາມສະຫງົບໄດ້ຈັດກອງປະຊຸມປຶກສາຫາລືກະກຽມການສະເຫລີມສະຫລອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ (ປກສ) ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021), ໂດຍການເປັນປະທານຂອງທ່ານພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ, ທັງເປັນຫົວໜ້າອະນຸກໍາມະການຊີ້ນໍາລວມການສະເຫລີມສະຫລອງວັນສໍາຄັນດັ່ງກ່າວ.

ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການກະກຽມບັນດາໜ້າວຽກຕ່າງໆ ເຊັ່ນ:ເນື້ອໃນ, ກິດຈະກໍາ, ການປັບປຸງກໍ່ສ້າງພື້ນຖານໂຄງລ່າງ-ວັດຖຸເຕັກນິກ, ງົບປະມານ ແລະ ວຽກງານອື່ນໆ ເພື່ອຮັບປະກັນໃຫ້ການສະຫລອງວັນດັ່ງກ່າວມີບັນຍາກາດຄືກຄື້ນ ແລະ ບັນລຸຄາດໝາຍວາງໄວ້, ໂດຍສະເພາະແມ່ນອະນຸກໍາມະການໂຄສະນາປາຖະກະຖາ ແລະ ດໍາເນີນຊີວິດການເມືອງ ຕ້ອງໄດ້ເລັ່ງຄົ້ນຄວ້າປັບປຸງ, ຮຽບຮຽງບັນດາເນື້ອໃນເອກະສານມູນເຊື້ອ 60 ປີຂອງກໍາລັງປ້ອງກັນຄວາມສະຫງົບໃຫ້ສໍາເລັດ ເພື່ອໂຄສະນາປາຖະກະຖາຮັບໃຊ້ໃຫ້ແກ່ບັ້ນດໍາເນີນຊີວິດການເມືອງໃນທົ່ວກໍາລັງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.