ອິນ​ເດຍກັບ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງມໍລະດົກ

ອິນ​ເດຍກັບ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງມໍລະດົກ - advert banner 728 90 728x90 - ອິນ​ເດຍກັບ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງມໍລະດົກ

ໂດຍ: ຈານ​ແຫຍ່

ອິນ​ເດຍກັບ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງມໍລະດົກ - new3 - ອິນ​ເດຍກັບ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງມໍລະດົກ

ມີຄວາມເຊື່ອເກີນຮ້ອຍວ່າ ເພື່ອນຄໍລຳ “ບັນຫາຈານ ແຫຍ່” ບາງທ່ານຄົງໄດ້ອ່ານ ເລື່ອງທີ່ຫລາຍຄົນມີຄວາມ ກັງວົນສົນໃຈກ່ຽວກັບການ ປົກປັກຮັກສາແຫລ່ງມໍລະດົກໂລກໃໝ່ອ່ຽມ “ໄຫຫີນຊຽງຂວາງ”, ເຊິ່ງກວ່າຈະໄດ້ຖາ ນັນດອນນີ້ມາກໍຕ້ອງໄດ້ໃຊ້ ຄວາມພະຍາຍາມລະດັບມາລາທອນ…20 ປີເຕັມໆ.

ໃນບົດ “ພາບບາດຕາທີ່ທົ່ງໄຫຫີນ” ຂອງຈານ ແຫຍ່ບົດກ່ອນນັ້ນ ໄດ້ເວົ້າເຖິງ ພາບເດັກນ້ອຍຊາຍເອົາຕີນຂວາຢັນໃສ່ໄຫຫີນໜ່ວຍໜຶ່ງ ໃນຂະນະຕາຈ້ອງໃສ່ໂທ ລະສັບມືຖື ທ່າມກາງເດັກຍິງ ອີກຫລາຍຄົນທີ່ກຳລັງຈັບບາຍລູບຄຳໄຫຫີນໃຫຍ່ໜ່ວຍນັ້ນ.

ແນ່ນອນເລື່ອງນີ້ຫລາຍ ຄົນອາດບໍ່ຫົວຊາເພາະຖື ວ່າເດັກໄວນັ້ນຍ່ອມໄຮ້ດຽງ ສາ. ແຕ່ສຳລັບຈານແຫຍ່ ແລ້ວ ມັນເປັນພາບບາດຕາ ບາດໃຈບໍ່ຕ່າງກັບມີດາບອັນແຫລມຄົມແທງເຂົ້າໝາກ ກະດອງໃຈ ເພາະຄິດວ່າເດັກ ເຫລົ່ານັ້ນຄົງມີຜູ້ນຳພາທ່ຽວ ແລ້ວເປັນຫຍັງຜູ້ນຳທ່ຽວ ຈິ່ງເອົາຫູໄປນາເອົາຕາໄປໄຮ່ “ເຮັດໃຫ້ຄວາມໄຮ້ດຽງສາ ສ້າງພາບພົດທີ່ບໍ່ຈົບງາມ?”. ນີ້ເປັນເລື່ອງທີ່ຈານແຫຍ່ ຂໍ ທົບທວນຫວນຄືນ ເພື່ອໃຫ້ ສັງຄົມເຫັນຄວາມຈຳເປັນ   ໃນການປົກປັກຮັກສາມໍລະ ດົກອັນລ້ຳຄ່າຂອງຊາດ ແລະ ຂອງໂລກ ບໍ່ວ່າຈະເປັນຫລວງ ພະບາງ, ວັດພູຈຳປາສັກກໍຄື ໄຫຫີນຖິ່ນເຈືອງແຫ່ງນີ້.

ຕໍ່ໄປຈານແຫຍ່ ຂໍຍົກໃຫ້ ເຫັນບາງມາດຕະການຂອງ ອິນເດຍໃນການປົກປັກຮັກ ສາສະຖານທີ່ມໍລະດົກແຫ່ງ ຊາດ ແລະ ໂລກເຊັ່ນ: ມະຫາ ວິຫານແຫ່ງຄວາມຮັກ “ຕາດ ສະມາຮານ” (Taj Mahal) ທີ່ລືຊື່ທີ່ເມືອງອັກກະຣາຂອງ ອິນເດຍ. ໃນປີ 1990 ຈານ ແຫຍ່ໄດ້ມີໂອກາດໄປທ່ຽວ  ຊົມສະຖານທີ່ແຫ່ງນີ້.

ຈຳໄດ້ວ່າລົດເມທ່ອງທ່ຽວທີ່ໃຫ້ບໍລິການສາມາດ ເຂົ້າໄປຈອດໃກ້ໆກັບຕາດ ສະມາຮານ, ໃນປີ 1994 ຈານແຫຍ່ໄດ້ໄປທ່ຽວຊົມ ສະຖານທີ່ແຫ່ງນີ້ເປັນຄັ້ງທີ 2 ຕອນນີ້ໜ່ວຍງານກຳກັບ ສະຖານທີ່ອະນຸຍາດໃຫ້ລົດ ຈອດຢູ່ຫ່າງໆປະມານ 500 ແມັດ, ໂດຍບອກວ່າລົດຈະສ້າງແຮງສະເທືອນ ທີ່ເປັນອັນຕະລາຍຕໍ່ມະຫາວິຫານ.

ອິນ​ເດຍກັບ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງມໍລະດົກ - lattana 1 - ອິນ​ເດຍກັບ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງມໍລະດົກ

ໃນປີ 1997 ໃນການເຂົ້າຢ້ຽມຊົມ ສະຖານທີ່ເປັນຄັ້ງທີ 3 ລົດທີ່ຈານແຫຍ່ ແລະ ຄະນະໃຊ້ບໍລິການຕ້ອງໄດ້ ຈອດຢູ່ນອກກຳແພງ ແລະ ຜູ້ເຂົ້າຊົມຕ້ອງໄດ້ຢູ່ອ່າວໄກ. ໃນປີ 2002 ຈານແຫຍ່ໂຊກ ເຂົ້າຂ້າງໄດ້ໄປຢ້ຽມຊົມຕາດ ສະມາຮານ ເປັນຄັ້ງທີ 4, ຄັ້ງນີ້ລົດທີ່ໃຊ້ບໍລິການຕ້ອງໄດ້ ຈອດໄວ້ສະຖານທີ່ສະເພາະຢູ່ໄກໆ ຈາກນັ້ນກໍມີລົດໄຟຟ້າບັນທຸກຄົນໄດ້ 2-4 ຄົນ ເຂົ້າມາໃຫ້ບໍລິການເພື່ອນຳແຂກເຂົ້າໄປບໍລິເວນເດີ່ນມະຫາວິຫານ.

ການໃຊ້ລົດໄຟຟ້າຂະໜາດນ້ອຍນີ້ ກໍແມ່ນເພື່ອຫລຸດ ລະດັບຄວາມສັ່ນສະເທືອນ ດ້ານສຽງ ແລະ ມົນລະພິດຈາກນ້ຳມັນເຊື້ອໄຟ. ສິ່ງທີ່ກິນ ໃຈອັນໜຶ່ງທີ່ເຫັນຕາມເດີ່ນ ຫຍ້າອ້ອມແອ້ມມະຫາວິຫານແຫ່ງຄວາມຮັກນີ້ ກໍຄືການ ບໍ່ຕັດຫຍ້າດ້ວຍເຄື່ອງລາກແກ່ທີ່ຄ້າຍໆກັບເຊາະໄມ້, ບໍ່ໃຊ້ນ້ຳມັນ, ມີຄົນໜຶ່ງລາກຄັນ ແລະ ອີກຄົນໜຶ່ງນັ່ງເຕັງ ເຄື່ອງ. ເມື່ອເຄື່ອງທີ່ຖືກລາກແກ່ໄປມັນກໍ ຕັດຫຍ້າຈົນກ້ຽງ ໂດຍບໍ່ມີ ສຽງບໍ່ມີກິ່ນນ້ຳມັນ. ແລ້ວເມື່ອ 4-5 ປີຜ່ານມາກໍ ມີຂ່າວ ວ່າທາງການອິນເດຍ ໄດ້ສັ່ງຫ້າມປະຊາຊົນຈູດເຜົາຂີ້ງົວຂີ້ສັດເພື່ອຄົບດິນໃນລັດສະໝີ 10 ກິໂລແມັດ ອ້ອມ ແອ້ມຕາດສະມາຮານເພາະຄວັນຈາກການຈູດເຜົາຂີ້ສັດ ນີ້ຈະທຳລາຍສີສັນຂອງໂຕມະຫາວິຫານແຫ່ງຄວາມຮັກທີ່ເຮັດດ້ວຍຫີນອ່ອນອ້ອຍ ຕ້ອຍນີ້ຄືຕົວຢ່າງທີ່ພວກເຮົາຄວນເບິ່ງເປັນບົດຮຽນເພື່ອປົກປັກຮັກສາແຫ່ງມໍລະດົກ ຂອງບ້ານເຮົາໃຫ້ຍືນຍົງຄົງ ຢູ່ຢ່າງຖາວອນ./.

ອິນ​ເດຍກັບ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງມໍລະດົກ - 224358 - ອິນ​ເດຍກັບ​ການ​ປົກ​ປັກ​ຮັກສາ​ແຫ​ລ່ງມໍລະດົກ

error: Content is protected !!