ເຈົ້າໜ້າທີ່ເລັ່ງສືບສວນ ຜູ້ມີສ່ວນກ່ຽວຂ້ອງໃນເຫດການລະເບີດຜາຫີນຢູ່ເມືອງ ນ້ຳບາກເຮັດໃຫ້ມີຜົນກະທົບຮ້າຍແຮງຕໍ່ປະຊາຊົນ
ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ຕອນແລງຂອງວັນທີ 5 ຕຸລາ ນີ້, ໄດ້ມີການລະເບີດຫີນ ເພື່ອເອົາຫີນປູນມາເປັນວັດຖຸດີບຂອງໂຮງງານຊີມັງນ້ຳຖ້ວມ ເມືອງນ້ຳບາກ ແຂວງ ຫລວງພະບາງ, ຕາມປົກກະຕິ, ແຕ່ການລະເບີດຄັ້ງນີ້ປາກົດວ່າ ໄດ້ສ້າງຄວາມສູນເສຍ ທາງດ້ານຊີວິດ ແລະຊັບສີນຂອງປະຊາຊົນຢູ່ບ້ານໂພນມະນີຢ່າງຮ້າຍແຮງ. ທ່ານ ຄຳວອນ ແກ້ວລຸນໜູນ ຮອງເຈົ້າເມືອງນ້ຳບາກ ໃຫ້ຮູ້ວ່າ: ກ່ອນຈະມີການລະເບີດຫີນແຕ່ລະຄັ້ງ ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອລົງຕິດຕາມ-ກວດກາ ຢ່າງໃກ້ສິດ ທັງໄດ້ຊີ້ນຳໃຫ້ມີການປະກອບພິທາງສາສະໜາທຸກຄັ້ງ, ຕາມປົກກະຕິ ຄວາມແຮງຂອງລະເບີດຈະບໍ່ມີຜົນກະທົບມາຮອດເຂດທີ່ຢູ່ອາໃສຂອງປະຊາຊົນ, ແຕ່ເທື່ອນີ້ ເຫັນວ່າແຮງລະເບີີດໄດ້ອອກທາງຂ້າງຂອງຜາຫີນ ແລະຝົ້ງມາຮອດບ້ານຂອງປະຊາຊົນ ອັນເປັນເຫດເຮັດໃຫ້ມີຄົນເສຍຊີວິດ 1 ຄົນ, ບາດເຈັບ 23 ຄົນ, ຍີງ 5 ຄົນ, ໃນນັ້ນ ເປັນຄົນຈີນ 1 ຄົນ ແລະບາດເຈັບສາຫັດ 8 ຄົນ, (ຍີງ 1 ຄົນ) ແລະຄົນຈີນ 1 ຄົນ.
ປັດຈຸບັນເຈົ້າໜ້າທີ່ ສືບສວນ-ສອບສວນຜູ້ມີສ່ວນກ່ຽວຂ້ອງກັບເຫດການຄັ້ງນີ້ ແລະ ໄດ້ພວມເລັ່ງເກັບກຳຂໍ້ມູນຜົນເສຍຫາຍຕົວຈິງ ເພື່ອແກ້ໄຂ, ທັງວາງມາດຕະການໃຫ້ເຂັ້ມງວດຕື່ມ ເພື່ອບໍ່ໃຫ້ເຫດການທີ່ສ້າງຄວາມເສຍຫາຍເກີດຂຶ້ນອີກ.