ຜູ້​ສຳ​ປະທານ​ຢືນຢັນບໍ່ຂຶ້ນ​ຄ່າ​ເຊົ່າ​ຫ້ອງ​ບູດ​ຕ່າງໆ​ໃນງານ​ບຸນຊ່ວງ​ເຮືອ​ປີນີ້

ຜູ້​ສຳ​ປະທານ​ຢືນຢັນບໍ່ຂຶ້ນ​ຄ່າ​ເຊົ່າ​ຫ້ອງ​ບູດ​ຕ່າງໆ​ໃນງານ​ບຸນຊ່ວງ​ເຮືອ​ປີນີ້ - 11 9 - ຜູ້​ສຳ​ປະທານ​ຢືນຢັນບໍ່ຂຶ້ນ​ຄ່າ​ເຊົ່າ​ຫ້ອງ​ບູດ​ຕ່າງໆ​ໃນງານ​ບຸນຊ່ວງ​ເຮືອ​ປີນີ້
ຜູ້​ສຳ​ປະທານ​ຢືນຢັນບໍ່ຂຶ້ນ​ຄ່າ​ເຊົ່າ​ຫ້ອງ​ບູດ​ຕ່າງໆ​ໃນງານ​ບຸນຊ່ວງ​ເຮືອ​ປີນີ້ - kitchen vibe - ຜູ້​ສຳ​ປະທານ​ຢືນຢັນບໍ່ຂຶ້ນ​ຄ່າ​ເຊົ່າ​ຫ້ອງ​ບູດ​ຕ່າງໆ​ໃນງານ​ບຸນຊ່ວງ​ເຮືອ​ປີນີ້

ຍັງ​ອີກ​ບໍ່ດົນງານ​ບຸນອອກ​ພັນ​ສາ ​ແລະ ຊ່ວງ​ເຮືອ​ປະຈຳ​ປີ 2019 ຢູ່ ທ່າ​ວັດ​ຈັນ ນະຄອນຫລວງ​ວຽງຈັນ​ເຮົາ, ກໍ​ຈະ​ເລີ່​ມຂຶ້ນ​ຄາດ​ວ່າ: ຈະ​ມີ​ການ​ຄົບງັນ​ນັບ​ແຕ່​ວັນ​ທີ 10 ຫາ 14 ຕຸລາ​ນີ້, ຊຶ່ງ​ປັດຈຸບັນກໍ​ເຫັນ​ວ່າ​ມີ​ບັນຍາກາດ​ຄືກຄື້ນ ​ໃນ​ການ​ກະກຽມ​ໃຫ້​ແກ່​ງານ​ບຸນ​ປະ​ເພ​ນີດັ່ງກ່າວ, ​ໂດຍ​ສະ​ເພາ​ຊາວ​ຄ້າຂາຍ​​ໄດ້​ຖະຍອຍກັນ​ມາ​ຈັບຈອງ​ພຶ້ນທີ່​ວາງສະ​ແດງ​ສິນຄ້າ ​ແລະ ຂາຍ​ເຄື່ອງ​ປະ​ເພດ​ຕ່າງໆ, ຂະນະ​ດຽວກັນ​ຜູ້​ສຳ​ປະທານ​ກໍຢືນຢັນວ່າ: ຈະ​ບໍ່ຂຶ້ນລາຄາຄ່າ​ເຊົ່າ​’້ອງ​ຂາຍ ​ແລະ ສະຖານ​ທີ່​ດັ່ງກ່າວ​ແຕ່​ປະການ​ໃດ.

​ດັ່ງທ່ານ​ຄຳ​ເສັງ ສູນ​ດາລາ ຜູ້ອຳນວຍການ ບໍລິສັດ ຄຳ​ເສັງ ຈຳກັດ ​ໃຫ້​ຮູ້​ວ່າ: ງານ​ບຸນ​ອອກ​ພັນ​ສາ​ ​ແລະ ຊ່ວງ​ເຮືອ​ປີນີ້ ​ແມ່ນ​ຈະ​ບໍ່ມີ​ການ​ປັບ​ຂຶ້ນລາຄາ​ຄ່າ​ເຊົ່າ​ຫ້ອງ​ຂາຍ​ເຄື່ອງ ​ແລະ ສະຖານ​ທີ່​ຕ່າງໆ​ແຕ່​ປະການ​ໃດ​ໂດຍ​ຈະ​ຮັກສາ​ໃນ​ລາຄາ​ເກົ່າ​ຂອງ​ປີ​ກາຍ​ຄື: ​ເລີ່​ມ​ແຕ່ 1,5 ລ້ານ​ຕໍ່ລ້ອກ, ຊຶ່ງ​ປັດຈຸບັນ​ມີ​ຜູ້​ມາ​ຈັບຈອງ​ແລ້ວ​ກ່ວາ 30%, ​ໂດຍ​ທາງ​ບໍລິສັດ​ຮັບ​ສຳປະທານ​ພຶ້ນທີ່​​ໃນເຂດ​ໂຮງໝໍມະ​ໂຫສົດ, ​ໄປ​ຫາ​ວັດຊຽງຍືນ ​ແລະ ​ເຂດ​ສາມ​ແຍກ​ປາກ​ປາ​ສັກ ​ໄປ​ຫາ ​ໂຮງຮຽນມັດທະຍົມ​ສົມບູນ​ວຽງຈັນ​-ຮ່າ​ໂນ້ຍ, ​ແລະ ພວກ​ເຮົາ​ໄດ້​ຈັດ​ສັນ​ເພື່ອ​ໃຫ້​ຊາວ​ຄ້າຂາຍ​ໄດ້​ເຂົ້າ​ມາ​ຈັບຈອງ​​ອອກ​ເປັນ 2 ປະ​ເພດ​ຄື: ລັອກສຳລັບ​ຂາຍ​ສິນຄ້າ​ຫັດຖະກຳ, ອຸດສາຫະກຳ ຈາກ​ບໍລິສັດ​ຕ່າງໆ ​​ແລະ ລັອກສຳລັບ​ຂາຍ​ສິນຄ້າ​ປະ​ເພນີ​ເປັນ​ຕົ້ນ​ແມ່ນ​ຂາຍ​ເຂົ້າຫລາມ, ປີ້ງ​ໄກ່, ການ​ບໍລິການ​ອາຫານ ​ແລະ ອື່ນໆ.

    ຜູ້ອຳນວຍການ ບໍລິສັດ ຄຳ​ເສັງ ຈຳກັດ ​ໃຫ້​ຮູ້​ວ່າ: ສຳລັບ​ການ​ເກັບ​ຄ່າ​ບໍລິການ​ຝາກ​ລົດ​ໃນ​ປີນີ້ ແມ່ນ​​ໄດ້​ກຳນົດ: ລົດຈັກ ຄັນລະ 5000 ກີບ, ​ລົດ​ໃຫຍ່​ 15.000 ກີບ​, ​ແຕ່ແນວ​ໃດ​ກໍ​ຈະ​ມີ​ການ​ຫາລື​ລາຍ​ລະອຽດກັບ​ພາກສ່ວນ​ກ່ຽວຂ້ອງ​ຕື່ມ​ກ່ຽວກັບ​ຄ່າຝາກ​ລົດ, ​ເພື່ອ​ບໍ່​ໃຫ້​ມີ​ການ​ສວຍ​ໂອກາດ​ຂື້ນລາຄາ ​ໂດຍ​ລຳພັງ

    ຄະນະ​ກຳມະການ​ຈັດ​ງານ​ບຸນດັ່ງກ່າວ​ໃຫ້ຮູ້​ວ່າ: ງານ​ບຸນອອກ​ພັນ​ສາ ​ແລະ ບຸນຊ່ວງ​ເຮືອ​ປະ​ເພນີ​ປີນີ້ ຢູ່ ທ່າ​ວັດ​ຈັນ, ຊຶ່ງ​ຈັດ​ຂຶ້ນ​ໃຫ້​ຟົດຟຶ້ນກ່ວາປີ​ຜ່ານ​ມາ​ເພາະເປັນປີທີ່ທ່ອງທ່ຽວລາວ​-ຈີນ. ດັ່ງນັ້ນ, ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍດັ່ງກ່າວ ທາງຄະນະກໍາມະການຈັດງານ ຈຶ່ງໄດ້ອອກຂໍ້ຫ້າມຕ່າງໆ​ໄວ້ຄື: ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ, ຫ້າມຂາຍ ຫຼືນໍາເອົາອາວຸດ ທຸກປະເພດລວມທັງພ້າ, ມີດ, ງ້າວ, ໜ້າເກັກ, ກະຖຸນ, ສະໜັບມື, ໂຄມໄຟລອຍຕ່າງໆ ເຂົ້າໄປໃນງານຢ່າງເດັດຂາດ, ນອກຈາກຈະໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່. ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ, ສິ່ງທີ່ເຮັດໃຫ້ເກີດສຽງດັງເກີນຂອບເຂດ ໂດຍສະເພາະແມ່ນ ກະໂພກ, ບັ້ງໄຟເຂົ້າມາຈູດ ແລະວາງຂາຍພາຍໃນງານຢ່າງເດັດຂາດ. ຫ້າມນໍາເອົາຜະລິດຕະພັນລອກຮຽນແບບສິ້ນລາວ (Copy) ຫຼືເຄື່ອງນຸ່ງລາວນໍາເອົາມາຈໍາໜ່າຍພາຍໃນງານຢ່າງເດັດຂາດ. ຫ້າມວາງ, ຂາຍເຄື່ອງ ແລະນໍາເຄື່ອງສຽງອອກມາໂຄສະນາສິນຄ້າຢູ່ນອກບໍລິເວນຮ້ານ ເກີນຂອບເຂດທີ່ຄະນະກໍາມະການຈັດງານໄດ້ກໍານົດໃຫ້. ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນວັດທະນະທໍາລາມົກ ເຊັ່ນ: ກະແຊັດ, ແຜ່ນຊີດີລາມົກ ແລະ ຮູບພາບລາມົກອະນາຈານເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ. ຫ້າມຫຼິ້ນການພະນັນທຸກປະເພດ ແລະອາລະວາດຕີກັນ. ຫ້າມຂາຍເຄື່ອງຊະຊາຍ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະກໍາມະການຈັດງານ ຢູ່ຕະຫຼາດນັດ ງານບຸນອອກພັນສາປະວໍລະນາ ແລະຊ່ວງເຮືອປະເພນີປີນີ້, ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ, ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼືນໍາຕົນໄປພັກຜ່ອນໄວ້ກ່ອນ. ຫ້າມບຸກຄົນ, ນິຕິບຸກຄົນ, ສໍານັກງານ, ອົງການປົກຄອງບ້ານທີ່ກີດຂວາງ ການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກໍາມະການຈັດງານຕະຫຼາດນັດ. ຫ້າມຕອກເຫຼັກ ຫຼືສິ່ງຂອງຕ່າງໆໃສ່ພື້ນທີ່ຢ່າງເດັດຂາດ. ຫ້າມແຈກຢາຍແຜ່ນພັບ ຫຼືແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆພາຍໃນງານ. ຫ້າມຜູ້ສໍາປະທານສະຖານທີ່ງານບຸນ ມອບສະຖານທີ່ໃຫ້ຜູ້ສໍາປະທານອື່ນຈັບຈອງຕໍ່ເດັດຂາດ. ຫ້າມມີການໂຄສະນາສິນຄ້າ ໂດຍການໃຊ້ນາງສາວອອກ​ມາ​ເຕັ້ນ​ໂຊ ແລະ ບໍ່ໃຫ້ມີການຈັດຄອນເສີດ ​ໂດຍ​ລຳພັງ.

ຜູ້​ສຳ​ປະທານ​ຢືນຢັນບໍ່ຂຶ້ນ​ຄ່າ​ເຊົ່າ​ຫ້ອງ​ບູດ​ຕ່າງໆ​ໃນງານ​ບຸນຊ່ວງ​ເຮືອ​ປີນີ້ - 3 - ຜູ້​ສຳ​ປະທານ​ຢືນຢັນບໍ່ຂຶ້ນ​ຄ່າ​ເຊົ່າ​ຫ້ອງ​ບູດ​ຕ່າງໆ​ໃນງານ​ບຸນຊ່ວງ​ເຮືອ​ປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!