ເຈົ້າໜ້າທີ່ເຕືອນລະວັງອັກຄີໄພໃນໄລຍະບຸນອອກພັນສາ.
ເຈົ້າໜ້າທີ່ ຕຳຫລວດສະກັດກັ້ນ ແລະ ມອດໄຟ ນະຄອນຫລວງວຽງຈັນ ໄດ້ອອກມາເຕືອນໃຫ້ສັງຄົມມີສະຕິໃນການຊົມໃຊ້ຟືນໄຟຢ່າງລະມັດລະວັງ, ພາຍຫລັງ ເຫັນວ່າຢູ່ ນະຄອນຫລວງເຮົາໄດ້ມີອັກຄີໄພເກີດຂຶ້ນຢ່າງຕໍ່ເນື່ອງໃນໄລຍະນີ້ຄື: ໃນວັນທີ ວັນທີ2ຕຸລານີ້, ໄດ້ເກີດເຫດໄຟໄໝ້ເຮືອນຂອງປະຊາຊົນຫລັງໜຶ່ງຢູ່ບ້ານໜອງໄຮ ເມືອງ ຫາດຊາຍຟອງ ຊຶ່ງເຈົ້າໜ້າທີ່ຕ້ອງໄດ້ລະດົມກຳລັງ ແລະ ລົດດັບເພີງຫລາຍເຖິງ 6 ຄັນເຂົ້າໄປຊ່ວຍດັບມອດ ແລະ ເປັນເວລາປະມານຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄວ້ໄດ້, ແຕ່ໄດ້ເຮັດໃຫ້ ເຮືອນຫ້ອງແຖວສອງຊັ້ນຖືກໄຟໄໝ້ໝົດກ້ຽງ ແລະ ໃນຕອນເຊົ້າຂອງວັນທີ 8 ຕຸລາ ນີ້, ກໍໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ເຂດບ້ານ ທາດຫລວງເຫນືອ ເມືອງ ໄຊເສດຖາ, ໂດຍພໍ່ຄ້າຄົນຈີນ ໄດ້ມາເຊົ່າເປີດຮ້ານຂາຍຜ້າກັ້ງ ແລະ ໄດ້ເກີດໄຟໄໝ້ເສຍຫາຍຈົນໝົດ.
ຕໍ່ສະພາບດັ່ງກ່າວ ທາງເຈົ້າໜ້າທີ່ໄດ້ຢ້ຳເຕືອນວ່າ: ຂໍໃຫ້ສັງຄົມ ມີສະຕິໃນການຊົມໃຊ້ຟືນໄຟ ເນື່ອງຈາກປັດຈຸບັນແມ່ນກ້າວເຂົ້າສູ່ລະດູແລ້ງຊຶ່ງອາດຈະເຮັດໃຫ້ເກີດອັກຄີໄພໄດ້ງ່າຍ ແລະ ໃນມໍ່ໆນີ້ ກໍຈະເປັນເທດສະການງານບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີ 2019 ຈຶ່ງເຕືອນໃຫ້ທຸກຄົນມີສະຕິລະມັດລະວັງໃນການໄຕ້ທູບທຽນບູຊາ, ພ້ອມດຽວກັນນັ້ນ ເຈົ້າໜ້້າທີ່ກໍຈະມີການກວດກາ ແລະ ເຂັ້ມງວດຫ້າມບໍ່ໃຫ້ມີການຈຳໜ່າຍບັ້ງກະໂພກ ຊຶ່ງອາດຈະພາໃຫ້ເກີດອັກຄີໄພໄດ້ງ່າຍ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນຜ່ານມາ ຢູ່ ນະຄອນຫລວງວຽງຈັນ ມີ ອັກຄີໄພເກີດຂຶ້ນ 4 ຄັ້ງ, ສົ່ງຜົນໃຫ້ເຮືອນປະຊາຊົນ 3 ຫລັງ ແລະ ຫ້ອງເຊົ່າ 2 ຫ້ອງຖືກໄຟເຜົາຜານ. ສາເຫດສ່ວນຫລາຍແມ່ນເກີດມາຈາກການຂາດສະຕິໃຊ້ຟືນໄຟ ໂດຍສະເພາະໄຟຟ້າລັດວົງຈອນ ແລະ ໄຕ້ທູບທຽນບູຊາ.