ເຫດລະເບີດຜາຫີນຢູ່ເມືອງນໍ້າບາກເຮັດໃຫ້ມີຜູ້ເສຍຊີວິດ ແລະ ຊັບສິນເສຍຫາຍຈໍານວນຫລາຍຍ້ອນ…
ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ພາຍຫລັງລົງກວດກາ ແລະ ເກັບກໍາສະພາບເຫດລະເບີດຜາຫີນຢູ່ໃກ້ໂຮງງານຊີມັງທີ່ບ້ານໂພນມະນີ, ເມືອງນໍ້າບາກແຂວງຫລວງພະບາງ ໄດ້ເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຄື: ມີຜູ້ເສຍຊີວິດ 1 ຄົນ, ບາດເຈັບ 23 ຄົນ, ເຮືອນເປ່ເພ 81 ຫລັງ ແລະ ມີລົດຈັກ-ລົດໃຫຍ່ຈໍານວນຫລາຍໄດ້ຮັບຜົນເສຍຫາຍ ແລະ ຜ່ານການກວດກາເຫັນວ່າເຫດການບໍ່ເພິ່ງປາດຖະໜານີ້, ເກີດຈາດຄວາມປະໝາດຂອງຜູ້ຮັບເໝົາລະເບີດທີ່ບໍ່ຮັບປະກັນດ້ານເຕັກນິກ ແລະ ຄວາມປອດໄພ ແລະ ບໍ່ມີການຮ່ວມມືຢ່າງຈິງຈັງລະຫວ່າງເຈົ້າຂອງທາດລະເບີດ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຢູ່ທ້ອງຖິ່ນ ຈຶ່ງເກີດຄວາມເສຍຫາຍດັ່ງກ່າວຕາມມາ ແລະ ປັດຈຸບັນ, ເຈົ້າໜ້າທີ່ ໄດ້ກັກຕົວທ້າວລາວເຈົ່າ ຢູ່ເມືອງນໍ້າບາກ ຜູ້ວາງລະເບີດຜາຫີນຄັ້ງນີ້ມາດໍາເນີນຄະດີຕາມລະບຽບກົດໝາຍແລ້ວ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ໃຫ້ຮູ້ວ່າ: ກ່ອນນີ້, ທ້າວ ລາວເຈົ່າ ເຄີຍເປັນຜູ້ຮັບເໝົາໃນການຂຸດຄົ້ນ ແລະ ສະໜອງຫີນປູນໃຫ້ແກ່ໂຮງງານຊີມັງດັ່ງກ່າວໂດຍແມ່ນທ່ານ ວິທູນ ຊ່ຽວຈະເລີນ ເປັນເຈົ້າຂອງ ແລະ ໄດ້ໝົດສັນຍາເມື່ອເດືອນສິງຫາ 2018 ຜ່ານມາ. ຫລັງຈາກນັ້ນ, ບໍລິສັດ ເກັດທາວ ລາວ ຈໍາກັດຜູ້ດຽວ ໄດ້ມາຊື້ກິດຈະການໂຮງງານຊີມັງຕໍ່ຈາກ ທ່ານ ວິທູນ ຊ່ຽວຈະເລີນ ໃນວັນທີ 30 ມັງກອນ 2019. ຈາກນັ້ນທ້າວ ລາວເຈົ່າ ຈຶ່ງໄດ້ມາສະເໜີກັບເຈົ້າຂອງໂຮງງານຜູ້ໃໝ່ເພື່ອຂໍຕໍ່ສັນຍາໃນການເປັນຜູ້ຂຸດຄົ້ນ ແລະ ສະ
ໜອງຫີນປູນໃຫ້ໂຮງງານ, ແຕ່ຝ່າຍໂຮງງານໄດ້ປະຕິເສດ, ເນື່ອງຈາກມີແຜນພັດທະນາ ແລະ ຂຸດຄົ້ນບໍ່ຫີນດັ່ງກ່າວເອງ ເພື່ອຫລຸດຜ່ອນຕົ້ນທຶນການຜະລິດ. ພ້ອມທັງຮູ້ວ່າທ້າວ ລາວເຈົ່າ ຍັງມີທາດລະເບີດຢູ່ໃນຄອບຄອງເປັນຈໍານວນຫລາຍ ຈຶ່ງໄດ້ລາຍງານອໍານາດການປົກຄອງເມືອງເພື່ອກວດກາ, ຈາກນັ້ນອໍານາດການປົກຄອງເມືອງໄດ້ແຕ່ງຕັ້ງຄະນະກໍາມະການແກ້ໄຂຂໍ້ຂັດແຍ່ງລະຫວ່າງສອງຝ່າຍ, ພ້ອມທັງໄດ້ຢຶດເອົາທາດລະເບີດຈໍານວນ 14 ກິໂລ ໄປເກັບໄວ້ຢູ່ສາງຂອງກອງບັນຊາການທະຫານເມືອງ, ພ້ອມທັງໄດ້ກໍານົດເວລາຈູດທໍາລາຍລະເບີດທີ່ໄດ້ບັນຈຸໄວ້ໃນຜາຫີນກ່ອນແລ້ວ 4 ຈຸດລວມມີນໍ້າໜັກ 12 ໂຕນຄື: ເວລາປະມານ 16-17 ໂມງຂອງວັນທີ 5 ຕຸລາ 2019 ແລະ ເມື່ອເກີດບັນຫາທຸກຢ່າງແມ່ນມອບໃຫ້ເຈົ້າຂອງລະເບີດເປັນຜູ້ຮັບພິຊອບທັງໝົດ. ແຕ່ຜ່ານການລະເບີດແລ້ວກໍໄດ້ສ້າງຄວາມເສຍຫາຍຮ້າຍແຮງຄືດັ່ງກ່າວ.
ປັດຈຸບັນ, ໂຮງງານຊີມັງແຫ່ງນີ້ໄດ້ຢຸດການຜະລິດຊົ່ວຄາວ, ຍ້ອນເຕົາເຜົາຊີມັງ ແລະ ອາຄານຫ້ອງການໄດ້ຮັບຜົນເສຍຫາຍ, ນອກນີ້, ເຈົ້າຂອງໂຮງງານໄດ້ມອບເງິນຊ່ວຍເຫລືອຜູ້ເຄາຮ້າຍເບື້ອງຕົ້ນຈໍານວນ 10 ລ້ານກີບ.