ມື້ບຸນອອກພັນສານີ້ມີການຕັ້ງດ່ານຮັກສາຄວາມປອດໄພຫລາຍກວ່າ 70 ຈຸດທົ່ວນະຄອນຫລວງ
ຮອງຫົວໜ້າພະແນກຈາລະຈອນ ນະຄອນຫລວງ ໃຫ້ຮູ້ວ່າ: ບຸນອອກພັນສາ ແລະ ຊ່ວງເຮືອທ່າວັດຈັນ ໄດ້ຈັດຂຶ້ນໃນວັນທີ 10-14 ຕຸລາ ນີ້ ແລະ ເພື່ອ ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຮອບດ້ານ ໃຫ້ແກ່ ສັງຄົມ, ດັ່ງນັ້ນ ນະຄອນຫລວງວຽງຈັນ ຈຶ່ງໄດ້ວາງແຜນສະກັດກັ້ນອຸປະຕິເຫດ ແລະ ລະບາຍການສັນຈອນຕາມເສັ້ນທາງພາຍໃນງານໃຫ້ມຄວາມສະດວກ ແລະ ວາງກຳລັງເຂົ້າຈຸດປ້ອງກັນກວ່າ 70 ຈຸດ ພ້ອມຈະມີການຕັ້ງຈຸດກວດກາທາດມືນເມົາ, ຕາມດ່ານກວດກາຕ່າງໆຕະຫລອດ 24 ຊົ່ວໂມງຄື: ກອງຈະລາຈອນເມືອງ ນາຊາຍທອງ ຈະຕັ້ງດ່ານຢູ່ບ້ານ ໜອງສະ ເມືອງ ຫາດຊາຍຟອງ, ຕັ້ງດ່ານ ຢູ່ໜ້າ ສວນວັດທະນະທຳ, ເມືອງ ໄຊທານີ ຕັ້ງດ່ານຢູ່ບ້ານ ທ່າງ່ອນ, ເມືອງ ປາກງື່ມ ຕັ້ງດ່ານຢູ່ ບ້ານ ສົມສະຫວາດ, ເມືອງ ສັງທອງຕັ້ງດ່ານຢູ່ ບ້ານ ສຳພັນນາ ແລະ ເມືອງ ໄຊເສດຖາ ຕັ້ງດ່ານຢູ່ ເສັ້ນທາງວຽງຈະເລີນ, ຖ້າຫາກພົບເຫັນຜູ້ລະເມີດ ກໍຈະໄດ້ມີການປັບໃໝ ຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນການຈັດງານບຸນອອກພັນສາ ແລະ ຊ່ວງເຮືອ ໄລຍະ 2 ປີຜ່ານມາ ເຫັນວ່າ: ມີສະພາບປະກົດການຫຍໍ້ທໍ້ເກີດຂຶ້ນ 11 ເລື່ອງ, ໃນນີ້ ສະພາບແຫກກະເປົາ 4 ເລື່ອງ, ລ່ວງກະເປົາ 7 ເລື່ອງ, ມູນຄ່າເສຍຫາຍ 10 ລ້ານກວ່າກີບ ແລະ ຊັບສິນອື່ນໆ ຈຳນວນໜຶ່ງ.