ກອງປະຊຸມວຽກງານວິທະຍາສາດແລະເຕັກໂນໂລຊີທົ່ວປະເທດຄັ້ງທີ III
ກອງປະຊຸມວິທະຍາສາດແລະເຕັກໂນໂລຊີ ທົ່ວປະເທດຄັ້ງທີIIIໄດ້ມີຂຶ້ນວັນທີ 11 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງດັ່ງກ່າວ ພ້ອມດ້ວຍຕາງໜ້າຈາກກະຊວງຕ່າງໆໃນທົ່ວປະເທດເຂົ້າຮ່ວມນໍາດ້ວຍ.

ທ່ານລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມວ່າ: ເພື່ອສະຫລຸບສັງລວມສະພາບຄວາມເປັນຈິງຂອງການຄຸ້ມຄອງ ແລະການຄົ້ນຄວ້າພັດທະນາໃນຂົງເຂດວຽກງານວິທະຍາສາດແລະເຕັກໂນໂລຊີຂອງລາວໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ. ກອງປະຊຸມຄັ້ງນີ້, ຈະສ້າງໂອກາດໃຫ້ບັນດານັກບໍລິຫານລະດັບສູງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ມີການພົບປະແລກປ່ຽນບົດຮຽນ, ປະກອບຄຳຄິດຄຳເຫັນເພື່ອກວດກາຄືນການຈັດຕັ້ງປະຕິບັດວຽກງານວິທະຍາສາດແລະເຕັກໂນໂລຊີທີ່ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນ, ແນ່ໃສ່ລົບລ້າງຄວາມທຸກຍາກ, ຊຸກຍູ້ສົ່ງເສີມການຜະລິດ ແລະຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ,ສ້າງເງື່ອນໄຂໃຫ້ຜູ້ເຂົ້າຮ່ວມກອງປະຊຸມຈາກບັນດາຂະແໜງການ ແລະທ້ອງຖິ່ນມີຄວາມເຂົ້າໃຈແລະມີຄວາມເປັນເອກະພາບສູງຕໍ່ວຽກງານການຄົ້ນຄວ້າພັດທະນາການນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ຊັບສິນທາງປັນຍາ, ມາດຕະຖານ ແລະການວັດແທກ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະການລົບລ້າງຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ.ພ້ອມນັ້ນ, ກອງປະຊຸມຄັ້ງນີ້ຍັງຈະໄດ້ປຶກສາຫາລືເພື່ອແກ້ໄຂບັນຫາຄົງຄ້າງໃນກົນໄກການປະສານງານລະຫວ່າງຂະແໜງການ ແລະທ້ອງຖິ່ນກ່ຽວກັບພັດທະນາ ແລະນຳໃຊ້ວຽກງານວິທະຍາສາດແລະເຕັກໂນໂລຊີໃຫ້ກາຍເປັນກຳລັງແຮງຂັບເຄື່ອນຂອງພວກເຮົາໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມທິດຫັນເປັນອຸດສາຫະກຳທັນສະໄໝ ແລະສ້າງເສດຖະກິດພູມປັນຍາເທື່ອລະກ້າວ ຕາມແນວທາງຂອງພັກ-ລັດວາງອອກ.